ຕັ້ງຢູ່ໃນທີ່ຕັ້ງທາງພູມສາດທີ່ເໝາະສົມ ມີ 4 ລະດູການທີ່ຊັດເຈນ (ລະດູໃບໄມ້ຜົ່ງ, ລະດູຮ້ອນ, ລະດູໃບໄມ້ຫຼົ່ນ ແລະ ລະດູໜາວ), ໄລຍະທາງການບິນທີ່ສະດວກ, ການທ່ອງທ່ຽວທາງທຳມະຊາດ ແລະ ວັດທະນະທຳທີ່ເປັນເອກະລັກ ແລະ ມີເສໜ່, ອາຫານການກິນທີ່ແຊບຊ້ອຍ ແລະ ໂດຍສະເພາະແມ່ນສະໜາມກອຟລະດັບຊັ້ນນຳ ແມ່ນສິ່ງດຶງດູດຕົ້ນຕໍຂອງ ຮ່າໂນ້ຍ ທີ່ດຶງດູດນັກທ່ອງທ່ຽວກອຟໃຫ້ມາຕີກອຟໄດ້ຕະຫຼອດປີ.
Kings' Island Golf
ການທ່ອງທ່ຽວກອຟຖືກກຳນົດວ່າເປັນໜຶ່ງໃນຜະລິດຕະພັນການທ່ອງທ່ຽວທີ່ມີທ່າແຮງຫຼາຍທີ່ສຸດ, ເຊິ່ງຊ່ວຍດຶງດູດນັກທ່ອງທ່ຽວຕ່າງປະເທດເປັນຈຳນວນຫຼວງຫຼາຍມາຮອດ ຫວຽດນາມ ໂດຍທົ່ວໄປ ແລະ ຮ່າໂນ້ຍ ໂດຍສະເພາະ, ໂດຍສະເພາະແມ່ນກຸ່ມນັກທ່ອງທ່ຽວຈາກຕະຫຼາດຫຼັກ ເຊັ່ນ: ເກົາຫຼີໃຕ້, ຍີ່ປຸ່ນ, ເອີຣົບ…
ສະໜາມກອຟທີ່ມີຊື່ສຽງໃນ ຮ່າໂນ້ຍ ໄດ້ແກ່: ສະໜາມກອຟ Long Bien, Van Tri Golf Club, Kings' Island Golf, ສະໜາມກອຟ Minh Tri, Legend Hill… ເຫຼົ່ານີ້ລ້ວນແຕ່ແມ່ນສະໜາມກອຟຂະໜາດໃຫຍ່, ມືອາຊີບ, ໄດ້ມາດຕະຖານສາກົນ ພ້ອມດ້ວຍທັດສະນີຍະພາບທາງທຳມະຊາດທີ່ສວຍງາມ. ນອກຈາກນີ້, ພື້ນຖານໂຄງລ່າງ, ລະບົບເຕັກນິກ ແລະ ການຄົມມະນາຄົມຂົນສົ່ງ ກໍໄດ້ຮັບການລົງທຶນເພື່ອຕອບສະໜອງຄວາມຕ້ອງການອັນສູງຂອງນັກທ່ອງທ່ຽວກອຟ.
BRG Legend Hill Country Club
ຈາກບ່ອນນີ້, ນັກຕີກອຟສາມາດຂັບຂີ່ລົດອ້ອມເມືອງ ແລະ ຄົ້ນພົບຄວາມງາມຂອງ ຮ່າໂນ້ຍ ໄດ້ຢ່າງງ່າຍດາຍ: ເຂດເມືອງເກົ່າ (Old Quarter) ທີ່ມີ 36 ສາຍຖະໜົນ ແລະ ມີຊື່ສະເພາະຕາມສິນຄ້າ, ໂບຮານສະຖານ ແລະ ປູຊະນີຍະສະຖານທາງປະຫວັດສາດຂອງ ວິຫານວັນນະຄະດີ (Temple of Literature), ພະລາຊະວັງ ທັງລອງ (Thang Long Imperial Citadel) ຫຼື ເຂົ້າຮ່ວມທົວໄນທ໌ທົວຢູ່ ໂບຮານສະຖານຄຸກ ຮວາໂລ (Hoa Lo Prison Relic), ສຳລັບການທ່ຽວຊົມອ້ອມເມືອງ, ທ່ານສາມາດຂີ່ລົດບັດສອງຊັ້ນແບບ hop on - hop off ເພື່ອສຳຜັດກັບປະສົບການທີ່ໜ້າອັດສະຈັນ.
ສຳລັບລົດຊາດທີ່ແທ້ຈິງຂອງ ຮ່າໂນ້ຍ, ທົວອາຫານຮ່ອງຖະໜົນແມ່ນສິ່ງທີ່ບໍ່ຄວນພາດ. ເຟີ, ບັ໋ນມ່ວນ, ບຸ໋ນຈາ, ບັ໋ນມີ, ກາເຟໄຂ່,... ພຽງແຕ່ເຂົ້າຮ່ວມກັບປະຊາຊົນທ້ອງຖິ່ນເພື່ອສຳຜັດກັບບັນຍາກາດຂອງເມືອງ.




