ໝາຍເຫດ: ຂ່າວລ່າສຸດກ່ຽວກັບຈຸດໝາຍ, ປະສົບການ ແລະ ການທ່ອງທ່ຽວໃນ Vietnam ສຳຫຼວດດຽວນີ້ →

ຜືນນ້ຳໄຮ້ຂອບເຂດຂອງຊາຍຫາດ Quang Lang

ແຂວງ Thai Binh ບໍ່ຄ່ອຍມີຊື່ສຽງໃນຖານະຈຸດໝາຍປາຍທາງທ່ຽວທະເລເທົ່າໃດ, ແນວໃດກໍຕາມ, ຢູ່ Thai Binh ມີຊາຍຫາດອັນເງຽບສະຫົບແຫ່ງໜຶ່ງທີ່ກຳລັງໄດ້ຮັບຄວາມສົນໃຈຈາກນັກທ່ອງທ່ຽວຢ່າງຕໍ່ເນື່ອງ. ຊາຍຫາດ Quang Lang ໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວພາຍໃນປະເທດ ແລະ ກາຍເປັນຈຸດໝາຍປາຍທາງຍອດຮິດໃນຊ່ວງວັນພັກທາງການ.

ຊາຍຫາດ Quang Lang ຕັ້ງຢູ່ຕາແສງ Thuy Hai, ເມືອງ Thai Thuy, ແຂວງ Thai Binh, ຫ່າງຈາກ ຮ່າໂນ້ຍ ປະມານ 120 ກິໂລແມັດ.

quanglang

Quang Lang ໂດດເດັ່ນໃນບັນດາຊາຍຫາດທີ່ມີເສນ່ ແລະ ມີຊື່ສຽງຂອງຫວຽດນາມ. “ເພັດເມັດງາມທີ່ຊ່ອນຢູ່” ແຫ່ງນີ້ມີຫາດຊາຍສີນ້ຳຕານຮາບພຽງ ແຜ່ກວ້າງຄືກັບແວ່ນແຍ່ງຍັກ ທີ່ຢຽດຍາວຢ່າງບໍ່ມີທີ່ສິ້ນສຸດໄປສູ່ຂອບຟ້າ. ເມື່ອມອງເບິ່ງແວ່ນແຍ່ງນີ້, ນັກທ່ອງທ່ຽວສາມາດເຫັນພາບສະທ້ອນອັນງົດງາມຂອງທິວທັດທະເລ ແລະ ທ້ອງຟ້າ. ທຸກຢ່າງນີ້ໄດ້ສ້າງເສນ່ອັນບໍລິສຸດ ແລະ ຄວາມເງຽບສະຫົບອັນອັດສະຈັນ. Quang Lang ເໝາະສົມຢ່າງຍິ່ງສຳລັບເທຣນ “ການຫຼີກໜີຄວາມວຸ່ນວາຍ” ໃນປະຈຸບັນ ຍ້ອນຄວາມບໍ່ແອອັດ ແລະ ທິວທັດອັນເງຽບສະຫົບ.

ວິທີການເດີນທາງໄປທີ່ນັ້ນ

ນັກທ່ອງທ່ຽວສາມາດເດີນທາງໄປ Quang Lang ໄດ້ທັງທາງໂລດໃຫຍ່ ຫຼື ໂລດຈັກ. ຫຼື ນັກທ່ອງທ່ຽວສາມາດຂຶ້ນໂລດບັດໄດ້ຢ່າງງ່າຍດາຍໃນກໍລະນີທີ່ຮູ້ສຶກຂີ້ຄ້ານຂັບ. ເມື່ອມາຮອດ Thai Binh, ນັກທ່ອງທ່ຽວສາມາດເຊົ່າໂລດຈັກເພື່ອເດີນທາງໄປຫາຊາຍຫາດ. ຢ່າງໃດກໍຕາມ, ປະສົບການອັນວິເສດນີ້ໃນການຊົມ “ທະເລໄຮ້ຂອບເຂດ” ແມ່ນເໝາະສຳລັບຜູ້ທີ່ຕື່ນເຊົ້າເທົ່ານັ້ນ.

ຊ່ວງເວລາທີ່ດີທີ່ສຸດໃນການໄປຊົມ Quang Lang

ເວລາ ແລະ ສະພາບອາກາດ ເປັນອົງປະກອບທີ່ສຳຄັນທີ່ສຸດໃນການສ້າງປາກົດການ “ໄຮ້ຂອບເຂດ”. ການເດີນທາງໃນຊ່ວງເດືອນມິຖຸນາ ຫາ ເດືອນຕຸລາ ຂອງທຸກໆປີ ແມ່ນມີສະພາບອາກາດດີທີ່ສຸດທີ່ຈະໄດ້ສຳພັດກັບປາກົດການນີ້ ພາຍໃຕ້ທ້ອງຟ້າແຈ່ມໃສ ບໍ່ມີລົມ ແລະ ມີເມກໜ້ອຍ.

ເພື່ອຊົມຊາຍຫາດໃນຊ່ວງເວລາທີ່ງົດງາມທີ່ສຸດ, ທ່ານຈະຕ້ອງອອກເດີນທາງໃນເວລາ 4 ໂມງເຊົ້າ ແລະ ຍ່າງເປັນໄລຍະທາງປະມານ 3-5 ກິໂລແມັດ ຜ່ານປ່າຊາຍເລນ. ນີ້ອາດຈະເປັນຄວາມທ້າທາຍສຳລັບນັກທ່ອງທ່ຽວບາງຄົນ, ແຕ່ຖ້າບໍ່ພະຍາຍາມກໍຈະບໍ່ໄດ້ສຳພັດ, ເພື່ອເພີດເພີນກັບບັນຍາກາດອັນເງຽບສະຫົບ ແລະ ແສງສະຫວ່າງສະລົວ ທີ່ມີພຽງສຽງດິນຊາຍທີ່ຖືກຢຽບຍ່ຳຢູ່ກ້ອງຕີນຂອງທ່ານ. ຂີ້ຕົມອາດຈະມື່ນ ແລະ ຫຼຸບລົງໄດ້, ສະນັ້ນ ຈົ່ງກຽມພ້ອມ, ທ່ານສາມາດກຽມເກີບໂບດໄວ້ໃສ່ເພື່ອຫຼີກລ່ຽງການປຽກ, ແຕ່ຄຳແນະນຳຢູ່ທີ່ນີ້ແມ່ນໃຫ້ສຳພັດດ້ວຍຕີນເປົ່າຂອງທ່ານ.

ເມື່ອມາຮອດ, ທ່ານຈະສາມາດເຫັນເງົາລາງໆ ຂອງຊາວປະມົງ ແລະ ໄດ້ຍິນສຽງເວົ້າລົມ ແລະ ສຽງຮົວຂ່ວນຢ່າງມ່ວນຊື່ນດັງສະທ້ອນມາຈາກໄກໆ ເປັນໄລຍະ. ລອງມອງໄປອ້ອມໆ, ປ່ອຍສາຍຕາໃຫ້ເປັນອິດສະຫຼະ, ຜືນນ້ຳສ່ອງແສງລະຢິບລະຍັບຄືກັບແວ່ນແຍ່ງ, ອາກາດສົດຊື່ນ, ແລະ ສຳພັດກັບລົມພັດແຮງ.

ql1

ເມື່ອຂອບຟ້າທາງທິດຮອບຕາເວັນອອກເລີ່ມເປີດອອກ, ແສງຕາເວັນທຳອິດຈະສ່ອງແສງສີສົ້ມ ແລະ ສີແດງອ່ອນໆ ແລະ ຈະສະຫວ່າງຂຶ້ນເລື້ອຍໆໃນທຸກໆວິນາທີທີ່ຜ່ານໄປ. ໃນສະພາວະນີ້, ທ່ານຈະໄດ້ເຫັນ Quang Lang ໃນຫຼາກຫຼາຍສີສັນ ແລະ ທ່ານຈະຮູ້ສຶກຄືກັບ Alice ໃນແດນມະຫັດສະຈັນ. ໃນຕອນທີ່ຕາເວັນຍັງບໍ່ທັນຂຶ້ນພົ້ນຂອບທະເລ, ມັນຈະສ່ອງແສງໃສ່ກຸ່ມເມກ, ເຮັດໃຫ້ພວກມັນແປ່ງປະກາຍຢ່າງງົດງາມດັ່ງພາບແຕ້ມທີ່ມີຫຼາກຫຼາຍສີສັນ, ຕັ້ງແຕ່ສີຊົມພູ, ສີແດງ ຫາ ສີມ່ວງ. ທິວທັດອັນເງຽບສະຫົບ ແລະ ມີເສນ່ຮົກຮານີ້ໄດ້ປ່ຽນ Quang Lang ໃຫ້ກາຍເປັນສອງໂລກທີ່ກົງກັນຂ້າມ. ທະເລອັນງຽບສະຫົບເໝືອນກັບແວ່ນແຍ່ງຍັກທີ່ຢຽດຍາວໄປສູ່ຂອບຟ້າໄຮ້ຂອບເຂດ, ຄືກັບວ່າທ້ອງຟ້າໄດ້ມາບັນຈົບກັບຜືນແຜ່ນດິນ.

ຊ່ວງເວລາອັນໜ້າຕື່ນຕາຕື່ນໃຈຈະປະກົດຂຶ້ນໃນທີ່ສຸດເມື່ອແສງສະຫວ່າງສ່ອງສະຫວ່າງເຕັມທີ, ເຮັດໃຫ້ທົ່ວທຸກພື້ນທີ່ສະຫວ່າງໄສ. ໃນຊ່ວງເວລານີ້, ນັກທ່ອງທ່ຽວຈະຮູ້ສຶກຕື່ນເຕັ້ນ ແລະ ມີຄວາມສຸກຢ່າງຍິ່ງທີ່ໄດ້ຢືນຢູ່ເທິງຊາຍຫາດຮາບພຽງທີ່ກວ້າງໄກຫຼາຍສິບກິໂລແມັດ.

ທະເລອັນກວ້າງໃຫຍ່ປະກົດຂຶ້ນຢ່າງຈະແຈ້ງ ແລະ ງົດງາມຢູ່ຕໍ່ໜ້າສາຍຕາ. ເມື່ອຕາເວັນກຳລັງຂຶ້ນ, ເມກສີທອງເລີ່ມປ່ຽນເປັນສີຂາວ ແລະ ທ້ອງຟ້າປ່ຽນເປັນສີຟ້າແຈ່ມໃສ. ການປ່ຽນແປງຂອງອຸນຫະພູມໄດ້ນຳພາລົມເຢັນໆ ພັດຜ່ານຢ່າງອ່ອນໂຍນ. ໃນມື້ທີ່ທ້ອງຟ້າແຈ່ມໃສ, ຂອບຟ້າເບິ່ງຄືວ່າຈະຂະຫຍາຍຫ່າງອອກໄປອີກຫຼາຍສິບກິໂລແມັດ.

Quang Lang ໃນຊ່ວງຕົ້ນຮ້ອນແມ່ນມີຄວາມອົບອຸ່ນ ພ້ອມກັບສີສັນສົດໃສເທິງກຸ່ມເມກ. ນີ້ຍັງເປັນເວລາທີ່ສົມບູນແບບໃນການຖ່າຍພາບອັນງົດງາມຂອງທະເລໄຮ້ຂອບເຂດ ແລະ ເຕັມເຕີມຄວາມປາຖະໜາສຳລັບຄວາມມະຫັດສະຈັນດ້ວຍການຊົມຊ່ວງເວລາອັນມີເສນ່ນີ້.

ເມື່ອລະດູໃບໄມ້ຫຼົ່ນມາຮອດ, ພາບອັນໄຮ້ຂອບເຂດຈະຫົດຕົວລົງຄືກັບຖືກບັນຈຸໄວ້ໃນກ່ອງແພນໂດຣາ. ບັນຍາກາດເຕັມໄປດ້ວຍໝອກອັນມີສີສັນສົດໃສຂອງສີເຫຼືອງ, ສີຊົມພູ, ແລະ ສີມ່ວງອ່ອນໆ, ສ້າງບັນຍາກາດອົບອຸ່ນ ແລະ ໂຣແມນຕິກຢ່າງຍິ່ງ.

ມາຮ່ວມກັບ vietnam.travel ແລະ ຊົມຜືນນ້ຳໄຮ້ຂອບເຂດຂອງຊາຍຫາດ Quang Lang!