ບຸນປະເພນີ ແລະ ວັນພັກຂອງຫວຽດນາມ ແມ່ນປະສົບການທີ່ເຕັມໄປດ້ວຍສີສັນ ມັກຈະສະແດງໃຫ້ເຫັນເຖິງມໍລະດົກແຫ່ງຊາດ, ການສະແດງດົນຕີ ແລະ ການຟ້ອນຮຳ, ຕະຫຼອດຮອດກິດຈະກຳທີ່ຕື່ນເຕັ້ນ ເຊັ່ນ: ການແຂ່ງເຮືອມັງກອນ ແລະ ຂະບວນແຫ່ຕາມທ້ອງຖະໜົນ. ເຂົ້າຮ່ວມຄວາມມ່ວນຊື່ນ ແລະ ຮຽນຮູ້ກ່ຽວກັບຕຳນານທີ່ໄດ້ສ້າງຫວຽດນາມຂຶ້ນມາ ໂດຍການເຂົ້າຮ່ວມງານສະຫຼອງເຫຼົ່ານີ້ໃນລະຫວ່າງການເດີນທາງຂອງທ່ານ. ນີ້ແມ່ນ 10 ບຸນປະເພນີຍອດນິຍົມທີ່ຄວນເພີ່ມເຂົ້າໃນແຜນການທ່ອງທ່ຽວຫວຽດນາມຂອງທ່ານ.
ບົດທີ 01 —
ບຸນປີໃໝ່ຈັນທະຄະຕິ
ບຸນປີໃໝ່ຈັນທະຄະຕິ ຫຼື ບຸນເຕັດ (Tết) ແມ່ນບຸນປະເພນີທີ່ໃຫຍ່ທີ່ສຸດ ແລະ ສຳຄັນທີ່ສຸດຂອງຫວຽດນາມ. ໂດຍຈະໃຫ້ຄວາມສຳຄັນກັບຄອບຄົວ ເຊິ່ງຫຼາຍຄົນຈະກັບຄືນບ້ານເກີດເພື່ອສະຫຼອງ. ແນວໃດກໍຕາມ ບຸນເຕັດ ກໍຍັງມີສິ່ງຕ່າງໆ ຢ່າງຫຼວງຫຼາຍໃຫ້ຮັກການທ່ອງທ່ຽວໄດ້ເພີດເພີນທົ່ວປະເທດ. ໂດຍປົກກະຕິແລ້ວຈະຕົກຢູ່ໃນເດືອນມັງກອນ ຫຼື ເດືອນກຸມພາ, ມື້ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ຂອງບຸນເຕັດ ແມ່ນມື້ທີ່ສຳຄັນທີ່ສຸດໃນປະຕິທິນຈັນທະຄະຕິ ແລະ ຄວາມຕື່ນເຕັ້ນແມ່ນສາມາດສຳຜັດໄດ້ຢ່າງຈະແຈ້ງ! ເຂົ້າຮ່ວມຄວາມມ່ວນຊື່ນໂດຍການຊົມການປະດັບປະດາມອກໄມ້ກາງແຈ້ງ ແລະ ຮ່ວມດື່ມອວຍພອນຊົມດອກໄມ້ໄຟຕອນທ່ຽງຄືນກັບຄົນທ້ອງຖິ່ນ.
ບຸນເຕັດ ຈະຈັດຂຶ້ນໃນມື້ທຳອິດຂອງເດືອນທຳອິດ ຕາມປະຕິທິນຈັນທະຄະຕິສະເໝີ.
ບົດທີ 02 —
ບຸນລິມ
ການສະຫຼອງລະດູໃບໄມ້ປົ່ງຢ່າງເບີກບ້ານມ່ວນຊື່ນ, ບຸນລິມ (Lim Festival) ຈັດຂຶ້ນເພື່ອລະລຶກເຖິງຜູ້ກໍ່ຕັ້ງບຸນປະເພນີ ພ້ອມທັງເນັ້ນໃສ່ວັດທະນະທຳອັນເປັນເອກະລັກຂອງເຂດສາມຫຼ່ຽມປາກແມ່ນ້ຳແດງ. ບຸນປະເພນີນີ້ມີພິທີກຳທີ່ໂດດເດັ່ນ: ກວານຮໍ (quan họ). ບົດເພງພື້ນເມືອງກວານຮໍ ແມ່ນສະແດງໂດຍຊາຍ-ຍິງທີ່ແແຕ່ງກາຍດ້ວຍຊຸດປະເພນີ ເຊິ່ງຮ້ອງເພງກ້ຽວພາລາສີກັນຈາກເທິງເຮືອມັງກອນ. ນັ່ງຜ່ອນຄາຍ ແລະ ຮັບຟັງສຽງຮ້ອງອັນມີສະເໜ່ຂອງພວກເຂົາທີ່ດັງກ້ອງໄປທົ່ວທະເລສາບ.
ບຸນລິມ ຈະຈັດຂຶ້ນໃນມື້ 12 ຫຼື 13 ຂອງເດືອນທຳອິດ ຕາມປະຕິທິນຈັນທະຄະຕິ.
ບົດທີ 03 —
ບຸນມະໂຫລານເມືອງເຫ້ວ & ບຸນມະໂຫລານໝູ່ບ້ານຫັດຖະກຳເມືອງເຫ້ວ
ອະດີດເມືອງຫຼວງຂອງຫວຽດນາມ ແລະ ເປັນບ່ອນປະທັບຂອງລາຊະວົງສຸດທ້າຍຂອງຫວຽດນາມ, ເມືອງເຫ້ວ (Huế) ອຸດົມສົມບູນໄປດ້ວຍມໍລະດົກທາງວັດທະນະທຳ. ບຸນມະໂຫລານເຫ້ວ ຫຼື ບຸນມະໂຫລານໝູ່ບ້ານຫັດຖະກຳເຫ້ວ ຈະຈັດຂຶ້ນສະຫຼັບກັນທຸກໆປີໃນເດືອນເມສາ. ໃນຊ່ວງບຸນມະໂຫລານເຫ້ວ, ປະຫວັດສາດຈະກັບຄືນທີ່ມີຊີວິດຊີວາໃນການສະແດງອັນຕາຕະລຶງຢູ່ທີ່ປ້ອມປາການ (Citadel) ແລະ ອ້ອມຮອບຕົວເມືອງ. ສ່ວນບຸນມະໂຫລານໝູ່ບ້ານຫັດຖະກຳເຫ້ວ ຈະມີການຈັດນິທັສການສະແດງສິນຄ້າຫັດຖະກຳທີ່ໄດ້ຜະລິດຢູ່ໃນໝູ່ບ້ານອ້ອມຂ້າງມາເປັນເວລາຫຼາຍສະຕະວັດ.
ບຸນປະເພນີປະຈຳປີຂອງເມືອງເຫ້ວ ຈະຈັດຂຶ້ນເປັນເວລາໜຶ່ງອາທິດ ຕັ້ງແຕ່ທ້າຍເດືອນເມສາ ຫາ ຕົ້ນເດືອນພຶດສະພາ.
ບົດທີ 04 —
ບຸນປະເພນີໄຫວ້ວິຫານເຈົ້າຮຸ່ງ
ບຸນປະເພນີໄຫວ້ວິຫານເຈົ້າຮຸ່ງ ເປັນການລະລຶກເຖິງກະສັດອົງທຳອິດຂອງຫວຽດນາມ. ກະສັດເວືອງ ແມ່ນມີຊື່ສຽງໃນຕຳນານ ແລະ ເລື່ອງລາວຕົ້ນກຳເນີດຂອງເພິ່ນໄດ້ຮັບການສະຫຼອງທຸກໆປີໃນເດືອນເມສາ ຫຼື ເດືອນພຶດສະພາ ເພື່ອເປັນຫຼັກຖານເຖິງປະຫວັດສາດອັນຍິ່ງໃຫຍ່ຂອງຫວຽດນາມ. ເພື່ອເຂົ້າຮ່ວມບຸນປະເພນີ, ໃຫ້ເດີນທາງໄປທີ່ວິຫານຮຸ່ງ ໃນເມືອງຫວຽດຈີ່ (Việt Trì City), ເຊິ່ງທ່ານສາມາດຮັບຊົມໂຄມໄຟຫຼາຍຮ້ອຍດວງທີ່ຖືກປ່ອຍຂຶ້ນສູ່ທ້ອງຟ້າໃນຄືນກ່ອນມື້ບຸນປະເພນີ. ໃນມື້ຈັດບຸນປະເພນີ, ທ່ານจะได้ຊົມຂະບວນແຫ່ຂອງຜູ້ສະແຫວງບຸນທີ່ເດີນທາງຂຶ້ນໄປເທິງພູ.
ວັນພຣະເຈົ້າຮຸ່ງ ແມ່ນຕັ້ງແຕ່ມື້ 8 ຫາ ມື້ 11 ຂອງເດືອນສາມ ຕາມປະຕິທິນຈັນທະຄະຕິ.
ບົດທີ 05 —
ບຸນເຊັ້ນໂຊໂພນ
ຮ່ອມພູອັນສວຍງາມຂອງໄມເຈົາ (Mai Châu) ແມ່ນສະຖານທີ່ຈັດບຸນເຊັ້ນໂຊໂພນ ໃນລະຫວ່າງເດືອນເມສາ ຫາ ເດືອນພຶດສະພາຂອງທຸກໆປີ. ບຸນປະເພນີນີ້ແມ່ນຢູ່ໃນປະຕິທິນຂອງຊົນເຜົ່າໄທຂາວ, ເຊິ່ງເປັນຊົນກຸ່ມນ້ອຍ ແລະ ໂດຍພື້ນຖານແລ້ວແມ່ນພິທີກຳຂໍຝົນ. ພິທີນີ້ເຮັດໂດຍມີການຮ້ອງເພງຫຼາກຫຼາຍ ແລະ ການຖວາຍເຄື່ອງບູຊາທົ່ວທຸກບ້ານ. ຕຳນານທ້ອງຖິ່ນກ່າວວ່າ ຍິ່ງງານບຸນໃຫຍ່ເທົ່າໃດ, ຝົນກໍຈະຕົກໜັກເທົ່ານັ້ນ ແລະ ຜົນເກັບກ່ຽວກໍຈະອຸດົມສົມບູນຫຼາຍຂຶ້ນເທົ່ານັ້ນ.
ບຸນເຊັ້ນໂຊໂພນ ຈັດຂຶ້ນໃນເດືອນ 4 ຕາມປະຕິທິນຈັນທະຄະຕິ.
ບົດທີ 06 —
ບຸນຜີ ຫຼື ວັນວິນຍານພະເນຈອນ
ຄົນຫວຽດນາມເຊື່ອວ່າໃນມື້ໜຶ່ງໃນຊ່ວງທ້າຍເດືອນສິງຫາ ຫຼື ຕົ້ນເດືອນກັນຍາ, ດວງວິນຍານຂອງບັນພະບຸລຸດຈະກັບຄືນມາຢາມເຮືອນຂອງພວກເຂົາໃນໂລກມະນຸດ. ຊ່ວງເວລານີ້ທີ່ມິຕິວິນຍານເປີດອອກ ແມ່ນຊ່ວງເວລາທີ່ຈະສະແດງຄວາມເຄົາລົບຕໍ່ຜູ້ລ່ວງລັບ. ໃນຄືນກ່ອນວັນວິນຍານພະເນຈອນ, ຄອບຄົວຕ່າງໆ ຈະສວດມົນ, ຖວາຍດອກໄມ້ ແລະ ໝາກໄມ້ຢູ່ທີ່ຮວງຊຸ້ຍຂອງບັນພະບຸລຸດຂອງພວກເຂົາ. ເຈ້ຍເງິນເຈ້ຍຄຳ ແລະ ເສື້ອຜ້າຈະຖືກເຜົາເພື່ອໃຫ້ດວງວິນຍານໄດ້ນຳໃຊ້ໃນໂລກໜ້າ.
ບຸນຜີ ແມ່ນກົງກັບມື້ 15 ຂອງເດືອນ 7 ຕາມປະຕິທິນຈັນທະຄະຕິ.
ບົດທີ 07 —
ວັນເອກະລາດ
ວັນທີ 2 ກັນຍາ 1945 ແມ່ນມື້ທີ່ ທ່ານ ໂຮ່ຈີມິນ ໄດ້ປະກາດເອກະລາດຂອງປະເທດຫວຽດນາມ ຈາກຝຣັ່ງ ຢູ່ທີ່ຈັດຕຸຣັດ ບາດິງ ໃນຮາໂນ້ຍ. ການສະຫຼອງປະຈຳປີນີ້ ເປັນການລະລຶກເຖິງຊ່ວງເວລາປະຫວັດສາດນັ້ນ ດ້ວຍການສະແດງຄວາມຮັກຊາດ ແລະ ທຸງຊາດທີ່ປະດັບປະດາຕາມຮອກຊອຍທົ່ວປະເທດຫວຽດນາມ. ເມືອງໃຫຍ່ໆ ເຊັ່ນ ຮາໂນ້ຍ ແລະ ນະຄອນໂຮ່ຈີມິນ ຈະມີການຈັດຂະບວນແຫ່ໃນຕອນກາງເວັນ ແລະ ດອກໄມ້ໄຟໃນຕອນກາງຄືນ. ທຸກຄົນອອກມາຕາມທ້ອງຖະໜົນເພື່ອສະຫຼອງ, ແລະ ນັກທ່ອງທ່ຽວກໍສາມາດເຂົ້າຮ່ວມເພີດເພີນກັບງານສະຫຼອງໄດ້ເຊັ່ນກັນ.
ວັນເອກະລາດຂອງຫວຽດນາມ ແມ່ນວັນທີ 2 ກັນຍາ.
ບົດທີ 08 —
ບຸນໄຫວ້ພຣະຈັນ
ເດັກນ້ອຍແມ່ນຕົວເອກຂອງບຸນກາງລະດູໃບໄມ້ຫຼົ່ນ ຍ້ອນມີການແຈກເຄື່ອງຫຼິ້ນ, ໂຄມໄຟເຈ້ຍ ແລະ ໜ້າກາກຢ່າງຫຼວງຫຼາຍເພື່ອໃຫ້ພວກເຂົາໄດ້ຫຼິ້ນມ່ວນຊື່ນ. ງານບຸນອັນແສນມ່ວນຊື່ນນີ້ຈັດຂຶ້ນລະຫວ່າງເດືອນກັນຍາຫາເດືອນຕຸລາ, ໂດຍມີຊື່ສຽງໃນການເຊີດສິງໂຕ ແລະ ການແຫ່ໂຄມໄຟ. ຫຼາຍຄອບຄົວໄດ້ຮ່ວມກັນຢູ່ສວນຂອງພວກເຂົາ ພ້ອມກັບນ້ຳຊາ ແລະ ຂະໜົມຫວານ ເພື່ອຊົມພະຈັນເຕັມດວງ ແລະ ເພີດເພີນກັບການສະແດງຈາກຄະນະຟ້ອນທີ່ຜ່ານມາ.
ບຸນກາງລະດູໃບໄມ້ຫຼົ່ນແມ່ນຈັດຂຶ້ນໃນມື້ 15 ຄ່ຳ ເດືອນ 8 ຕາມຈັນທະຄະຕິ.
ບົດທີ 09 —
Oóc Om Bóc
ໃນຕົ້ນເດືອນທັນວາ, ຊາວເຂມນ ທີ່ອາໄສຢູ່ໃນເຂດພື້ນທີ່ປາກແມ່ຮາມນ້ຳໂຄງຂອງຫວຽດນາມ ໄດ້ຈັດງານບຸນທີ່ຄຶກຄື້ນ ທີ່ຮູ້ຈັກກັນໃນຊື່ Oóc Om Bóc. ຈັດຂຶ້ນຢູ່ແຂວງ ໂຊກຈັງ (Sóc Trăng), ເຊິ່ງເປັນບ່ອນທີ່ມີວັດທະນະທຳເຂມນຢູ່ທຸກຫົນແຫ່ງ, ງານບຸນນີ້ໃຫ້ພາບສະທ້ອນອັນໜ້າອັດສະຈັນກ່ຽວກັບຄວາມຫຼາກຫຼາຍຂອງຫວຽດນາມ. ພົບກັບກິດຈະກຳຂອບໃຈເທບພະເຈົ້າແຫ່ງດວງຈັນສຳລັບຜົນເກບກ່ຽວຂອງປີ, ລວມທັງການກິນລ້ຽງ, ການຮ້ອງເພງ ແລະ ການຟ້ອນລຳ. ຝູງຊົນນັບພັນຄົນມາຮ່ວມກັນສຳລັບຈຸດເດັ່ນຂອງງານບຸນ: ການແຂ່ງເຮືອ 'Ngo' ອັນຕື່ນເຕັ້ນ.
Oóc Om Bóc ແມ່ນຈັດຂຶ້ນໃນຄືນ 14 ຄ່ຳ ເດືອນ 10 ຕາມຈັນທະຄະຕິ.
ບົດທີ 10 —
ຄືນສົ່ງທ້າຍປີເກົ່າ
ໂຊກດີທີ່ຫວຽດນາມສະຫຼອງທັງບຸນປີໃໝ່ຈັນທະຄະຕິ ແລະ ປີໃໝ່ສາກົນ, ເຮັດໃຫ້ເພີ່ມໂອກາດຄວາມມ່ວນຊື່ນເປັນສອງເທົ່າທົ່ວປະເທດ. ເຖິງວ່າຈະມີຄວາມສຳຄັນທາງວັດທະນະທຳຂອງບຸນເຕັດ (Tết), ທຸກໆຄົນກໍ່ຍັງຕື່ນເຕັ້ນສະເໝີທີ່ຈະຕ້ອນຮັບມື້ທຳອິດຂອງປະຕິທິນໃໝ່. ສຳລັບຄືນສົ່ງທ້າຍປີເກົ່າທີ່ໜ້າຈົດຈຳໃນຫວຽດນາມ, ໃຫ້ມຸ່ງໜ້າສູ່ເມືອງໃຫຍ່ເພື່ອຊົມດອກໄມ້ໄຟ, ຄອນເສີດສົດ ແລະ ທ້ອງຖະໜົນທີ່ເຕັມไปด้วยຊາວເມືອງໃນບັນຍາກາດການສະຫຼອງ.




