ຮ່າໂນ້ຍ, ຫວຽດນາມ (1 ພະຈິກ 2019) — ໃນເດືອນຕຸລາທີ່ຜ່ານມາ, ງານມອບລາງວັນ Blue Swallows Awards ໄດ້ມອບລາງວັນ Silver Swallow ໃຫ້ກັບ Bhaya Cruises ສຳລັບການປະກອບສ່ວນຂອງບໍລິສັດເຂົ້າໃນວິທີການແກ້ໄຂບັນຫາທີ່ຍືນຍົງຢູ່ອ່າວ Ha Long. ນອກຈາກນີ້, Bhaya Cruises ຍັງໄດ້ຮັບເງິນລາງວັນ 50 ລ້ານດົງ (VND), ເຊິ່ງພວກເຂົາໄດ້ໃຫ້ຄຳໝັ້ນສັນຍາວ່ານຳໃຊ້ເຂົ້າໃນໂຄງການຄວາມຮັບຜິດຊອບຕໍ່ສັງຄົມຂອງອົງກອນເພີ່ມເຕີມຢູ່ອ່າວ Ha Long.
ທ່ານນາງ Jerri Povibool, ຮອງປະທານບໍລິສັດ HG Holdings, ເຊິ່ງເປັນບໍລິສັດແມ່ຂອງ Bhaya Cruises, ໄດ້ກ່າວວ່າ: “ລາງວັນນີ້ມີຄວາມໝາຍຢ່າງຍິ່ງຕໍ່ Bhaya Cruises ເພາະວ່າວຽກງານ ແລະ ການໃຫ້ຄວາມສໍາຄັນກັບຊຸມຊົນຂອງພວກເຮົາໄດ້ຮັບການຍອມຮັບຢ່າງກວ້າງຂວາງ. ພວກເຮົາໄດ້ຮັບແຮງບັນດານໃຈໃນການດຳເນີນທຸລະກິດຂອງພວກເຮົາ ໄປພ້ອມໆກັບການພັດທະນາ ແລະ ປົກປັກຮັກສາອ່າວ Ha Long ໃຫ້ມີຄວາມຍືນຍົງສຳລັບອະນາຄົດ.”
ເລີ່ມຈັດຂຶ້ນໃນປີ 2017, Blue Swallows ແມ່ນໂຄງການມອບລາງວັນທຳອິດໃນຫວຽດນາມ ທີ່ຍົກຍ້ອງການປະກອບສ່ວນຂອງພາກທຸລະກິດເຂົ້າໃນການປ່ຽນແປງທາງສັງຄົມໃນທາງບວກ. ໂດຍການສະໜັບສະໜູນວິທີການແກ້ໄຂທາງທຸລະກິດທີ່ມີນວັດຕະກຳ ແລະ ພັດທະນາຕໍ່ຍອດໄດ້, ລາງວັນນີ້ມີຈຸດປະສົງເພື່ອສະໜັບສະໜູນການປະກອບສ່ວນເຂົ້າໃນເປົ້າໝາຍການພັດທະນາທີ່ຍືນຍົງໃນທົ່ວປະເທດ.
ງານມອບລາງວັນໃນປີນີ້ແມ່ນຈັດຮ່ວມກັນໂດຍ ສະພາການຄ້າ ແລະ ອຸດສາຫະກຳຫວຽດນາມ (VCCI), ສະຫະພັນສະມາຄົມວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ (VUSTA), ໂຄງການພັດທະນາແຫ່ງສະຫະປະຊາຊາດ (UNDP) ແລະ ສູນສົ່ງເສີມຂໍ້ລິເລີ່ມເພື່ອສັງຄົມ (CSIP).
ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່: mm@bhayagroup.com
###
ກ່ຽວກັບ Bhaya Cruises
ກໍ່ຕັ້ງຂຶ້ນດ້ວຍວິໄສທັດທີ່ຈະຊ່ວຍໃຫ້ຜູ້ຄົນໄດ້ຊື່ນຊົມຄວາມງາມທີ່ຫາຍາກຂອງອ່າວ Ha Long ຫຼາຍຂຶ້ນ, Bhaya Cruises ຍຶດໝັ້ນຢ່າງເຄັ່ງຄັດໃນການປະຕິບັດຕົນດ້ວຍຄວາມຮັບຜິດຊອບໃນການບໍລິການເຮືອທ່ອງທ່ຽວຂອງຕົນ. ການປະຕິບັດດ້ວຍຄວາມຮັບຜິດຊອບຂອງ Bhaya ໄດ້ຖືກອອກແບບມາເພື່ອຮັບປະກັນຄວາມສົມບູນຂອງສິ່ງແວດລ້ອມຂອງອ່າວ Ha Long ພ້ອມທັງຊ່ວຍໃຫ້ຊຸມຊົນທ້ອງຖິ່ນໄດ້ຮັບຜົນປະໂຫຍດຈາກການທ່ອງທ່ຽວໃນພື້ນທີ່ຂອງພວກເຂົາ. ການປະກອບສ່ວນຂອງ Bhaya ລວມມີໂຄງການດັ່ງຕໍ່ໄປນີ້: Bhaya Care, Save the Langurs, Bhaya Community, ແລະ Bhaya Green.
www.bhayacruises.com