
ດານັງ, ຫວຽດນາມ (2 ທັນວາ 2018) -- InterContinental Danang Sun Peninsula Resort ໄດ້ຮັບລາງວັນຢ່າງຫຼວງຫຼາຍຈາກ World Travel Awards (WTA) 2018 ໃນພິທີມອບລາງວັນ Grand Final Gala ທີ່ຈັດຂຶ້ນຢູ່ Lisbon, ປະເທດປອກຕຸຍການ ໃນວັນທີ 1 ທັນວາ.
ລາງວັນປະຈໍາປີນີ້ໄດ້ຮັບການຍົກຍ້ອງຈາກ The Wall Street Journal ວ່າເປັນປຽບເໝືອນລາງວັນ Oscar ຂອງອຸດສາຫະກໍາການທ່ອງທ່ຽວ. ໃນປີທີ 25 ນີ້, WTA ໄດ້ຈັດຂຶ້ນເພື່ອສະເລີມສະຫຼອງອົງກອນທີ່ຍົກລະດັບຄວາມເປັນເລີດຂອງອຸດສາຫະກໍາ, ແລະ ໄດ້ຮັບການຍອມຮັບທົ່ວໂລກວ່າເປັນລາງວັນສູງສຸດດ້ານການທ່ອງທ່ຽວ.
ໃນລະຫວ່າງພິທີພົມແດງນີ້, InterContinental Danang Sun Peninsula Resort ໄດ້ຮັບເກຍດເປັນ:
ລີສອດທີ່ມີການອອກແບບສະຖາປັດຕະຍະກໍາຊັ້ນນໍາຂອງໂລກ 2018
ລີສອດຈັດງານແຕ່ງງານລະດັບຫຣູຫຣາຊັ້ນນໍາຂອງໂລກ 2018
ລີສອດ MICE ລະດັບຫຣູຫຣາຊັ້ນນໍາຂອງໂລກ 2018
ລີສອດສີຂຽວຊັ້ນນໍາຂອງໂລກ 2018
InterContinental Danang Sun Peninsula Resort ເປັນສະຖານທີ່ພັກຜ່ອນອັນເປັນເອກະລັກທີ່ອ້ອມຮອບດ້ວຍທໍາມະຊາດທີ່ບໍລິສຸດ, ສັດປ່າທີ່ຫາຍາກ ແລະ ຄວາມຫຼາກຫຼາຍທາງຊີວະພາບທີ່ອຸດົມສົມບູນ. ໂດຍໄດ້ຮັບເກຍດເປັນ “ລີສອດສີຂຽວຊັ້ນນໍາຂອງໂລກ 2018” ຈາກ WTA, ລີສອດໄດ້ພັດທະນາຂໍ້ລິເລີ່ມທີ່ຍືນຍົງຢ່າງຫຼວງຫຼາຍ ເພື່ອປົກປັກຮັກສາສະພາບແວດລ້ອມທາງທໍາມະຊາດ ແລະ ລະບົບນິເວດຂອງແຫຼມ ເຊັ່ນດຽວກັນກັບການເປັນຜູ້ນໍາໃນການພັດທະນາການທ່ອງທ່ຽວແບບນິເວດຢ່າງຍືນຍົງໃນພູມິພາກ.
"ພວກເຮົາມີຄວາມຍິນດີຢ່າງຍິ່ງທີ່ໄດ້ຮັບລາງວັນອັນຊົງກຽດເຫຼົ່ານີ້ຈາກ World Travel Awards 2018”, ທ່ານ Juan Losada, ຜູ້ຈັດການທົ່ວໄປຂອງລີສອດ ກ່າວ. “ນີ້ແມ່ນການຍອມຮັບອັນຍິ່ງໃຫຍ່ສໍາລັບທີມງານຂອງພວກເຮົາ ແລະ ຮ່ວມກັບເຈົ້າຂອງຂອງພວກເຮົາຢູ່ Sun Group ເຊິ່ງເປັນສ່ວນໜຶ່ງຂອງ InterContinental Hotels Group (IHG), ພວກເຮົາຍັງຄົງມຸ່ງໝັ້ນທີ່ຈະມອບການບໍລິການທີ່ດີເລີດລະດັບສູງສຸດ ແລະ ສ້າງຄວາມຊົງຈໍາທີ່ບໍ່ມີວັນລືມສໍາລັບແຂກທີ່ເລືອກລີສອດຂອງພວກເຮົາເປັນສະຖານທີ່ພັກຜ່ອນ."
ດ້ວຍເປົ້າໝາຍໃນການບັນລຸຄໍາສັນຍາ “ບ່ອນທີ່ຕໍານານພົບກັບຄວາມຫຣູຫຣາ”, ລີສອດໄດ້ຮວບຮ່ວມການຍອມຮັບໃນລະດັບສາກົນຢ່າງຫຼວງຫຼາຍ, ຈັດງານລະດັບສໍາຄັນ ແລະ ຍັງຄົງສືບຕໍ່ນິຍາມປະສົບການລີສອດລະດັບຫຣູຫຣາທົ່ວໂລກຄືນໃໝ່.
###