
ຮ່າໂນ້ຍ, ຫວຽດນາມ (11 ມີນາ 2020) -- ສາຍການບິນ Vietnam Airlines ໄດ້ປະກາດວ່າຈະ ຫຼຸດຄວາມຖີ່ຂອງທ່ຽວບິນລະຫວ່າງ ຫວຽດນາມ ແລະ ເອີຣົບ ຊົ່ວຄາວ ເລີ່ມຕັ້ງແຕ່ວັນທີ 25 ມີນາ 2020. ນີ້ແມ່ນໜຶ່ງໃນຄວາມພະຍາຍາມຫຼ້າສຸດຂອງ Vietnam Airlines ເພື່ອຊ່ວຍຈຳກັດການແຜ່ລະບາດຂອງ Covid-19 ໃນຂະນະທີ່ຍັງຮັກສາບົດບາດເປັນຂົວຕໍ່ລະຫວ່າງ ຫວຽດນາມ ແລະ ເອີຣົບ.
Vietnam Airlines ຈະຫຼຸດທ່ຽວບິນຊົ່ວຄາວໃຫ້ເຫຼືອທັງໝົດ 14 ທ່ຽວຕໍ່ອາທິດ ລະຫວ່າງ ຫວຽດນາມ ແລະ ເອີຣົບ. ເສັ້ນທາງບິນທີ່ຖືກຫຼຸດລວມມີທ່ຽວບິນລະຫວ່າງ ຮ່າໂນ້ຍ, ນະຄອນໂຮ່ຈີມິນ ແລະ ລອນດອນ (ອັງກິດ), ປາຣີ (ຝຣັ່ງ), ແຟຣງເຟີດ (ເຢຍລະມັນ).
ປັດຈຸບັນ Vietnam Airlines ແມ່່ນສາຍການບິນຫວຽດນາມດຽວທີ່ດຳເນີນການບິນໃນເສັ້ນທາງລະຫວ່າງ ຫວຽດນາມ ແລະ ເອີຣົບ. ເສັ້ນທາງບິນເຫຼົ່ານີ້ມີຄວາມສຳຄັນເປັນພິເສດທາງດ້ານເສດຖະກິດ, ການເມືອງ ແລະ ການທູດ. Vietnam Airlines ຕັ້ງເປົ້າໝາຍທີ່ຈະຟື້ນຟູຄວາມຖີ່ຂອງທ່ຽວບິນໂດຍໄວ ເມື່ອການລະບາດຖືກຄວບຄຸມໄດ້ເປັນຢ່າງດີ.
ປັດຈຸບັນ Vietnam Airlines ກຳລັງກວດວັດອຸນຫະພູມຂອງຜູ້ໂດຍສານທຸກຄົນທີ່ເດີນທາງອອກຈາກເອີຣົບກ່ອນຂຶ້ນເຄື່ອງບິນ ແລະ ຍັງໄດ້ສະໜອງ ໜ້າກາກອະນາໄມໃຫ້ກັບຜູ້ໂດຍສານຢູ່ເທິງເຄື່ອງບິນ. ທຸກທ່ຽວບິນລະຫວ່າງຊາດມາຍັງ ຫວຽດນາມ ແລະ ທ່ຽວບິນທີ່ບັນທຸກຜູ້ໂດຍສານທີ່ມີອາການທາງການແພດຜິດປົກກະຕິແມ່ນໄດ້ຮັບການຂ້າເຊື້ອ.
Vietnam Airlines ຍັງຄົງສືບຕໍ່ຈັດຕັ້ງປະຕິບັດມາດຕະການປ້ອງກັນໃນທຸກທ່ຽວບິນ. ເລີ່ມຕັ້ງແຕ່ຕົ້ນປີນີ້, ສາຍການບິນໄດ້ສະໜອງໜ້າກາກອະນາໄມ, ເຈລລ້າງມືໃຫ້ກັບລູກເຮືອ ແລະ ຜູ້ໂດຍສານທຸກຄົນຕາມຄວາມຕ້ອງການ, ນອກຈາກນັ້ນຍັງໄດ້ປັບອຸນຫະພູມໃນຫ້ອງໂດຍສານເປັນ 26°C.
ປັດຈຸບັນ ເອີຣົບ ເປັນໜຶ່ງໃນພື້ນທີ່ທີ່ການລະບາດຂອງ Covid-19 ມີຄວາມສັບສົນຫຼາຍຂຶ້ນ, ໂດຍມີການປະກາດຜູ້ຕິດເຊື້ອໃໝ່ຫຼາຍຮ້ອຍຄົນໃນແຕ່ລະມື້. ດັ່ງນັ້ນ, ນັບແຕ່ວັນທີ 12 ມີນາ 2020, ຣັດຖະບານຫວຽດນາມ ໄດ້ຕົກລົງຊົ່ວຄາວທີ່ຈະພັກການນຳໃຊ້ມາດຕະການຍົກເວັ້ນວີຊາສຳລັບພົນລະເມືອງຂອງ 8 ປະເທດໃນເອີຣົບ, ລວມມີ ດານມາກ, ນອກແວ, ແຟງລັງ, ສະເວດເດັນ, ສະຫະລາຊະອານາຈັກ, ເຢຍລະມັນ, ຝຣັ່ງ ແລະ ສະເປນ.
###
ສຳລັບຂໍ້ມູນເພີ່ມເຕີມ:
Vietnam Airlines Corporation
No. 200, Nguyen Son Street, Long Bien District, Ha Noi
PR Hotline: 0903242577
Email: public-relations@vietnamairlines.com
https://www.vietnamairlines.com/vn/en/Home