ວັນປີໃໝ່ສາກົນ, ຫຼື ທີ່ຮູ້ຈັກກັນໃນຊື່ ປີໃໝ່ຕາເວັນຕົກ, ເປັນວັນພັກລັດຖະການ ທີ່ຈັດຂຶ້ນເພື່ອສະຫຼອງການເລີ່ມຕົ້ນຂອງປີໃໝ່ ເຊິ່ງມີຂຶ້ນໃນວັນທີ 1 ມັງກອນ ຂອງທຸກໆປີ.
ຢູ່ຫວຽດນາມ, ສູນການຄ້າ, ສວນສະໜຸກ ແລະ ສະຖານທີ່ທ່ອງທ່ຽວຕ່າງໆ ແມ່ນໄດ້ເພີ່ມຄວາມຄຶກຄື້ນ ເພື່ອມອບຄວາມບັນເທີງໃຫ້ກັບທຸກໆຄົນ ໃນຊ່ວງເທດສະການວັນພັກ. ທັງປະຊາຊົນທ້ອງຖິ່ນ ແລະ ນັກທ່ອງທ່ຽວ ຕ່າງກໍລໍຖ້າທີ່ຈະໄດ້ສຳຜັດກັບບັນຍາກາດທີ່ຄຶກຄື້ນ ແລະ ງົດງາມຕາ. ເພື່ອສະຫຼອງໂອກາດນີ້, ການສະແດງດອກໄມ້ໄຟ ແມ່ນໄດ້ຈັດຂຶ້ນຢູ່ບາງເມືອງໃຫຍ່ຂອງປະເທດ, ລວມມີ ຮ່າໂນ້ຍ, ດານັງ ແລະ ນະຄອນໂຮ່ຈີມິນ. ນອກຈາກນີ້, ລັດຖະບານຫວຽດນາມ ຍັງອະນຸຍາດໃຫ້ມີການສະແດງດອກໄມ້ໄຟ ເພື່ອສະຫຼອງປີໃໝ່ຕາເວັນຕົກ ແລະ ເທດສະການບຸນເຕັດ ປະເພນີດັ້ງເດີມຂອງຫວຽດນາມ. ດ້ວຍເຫດນີ້, ປະຊາຊົນຫວຽດນາມ, ໂດຍສະເພາະແມ່ນໄວໜຸ່ມ, ຈຶ່ງຕັ້ງຕາລໍຖ້າການສະແດງດອກໄມ້ໄຟ ເຊິ່ງເປັນການສົ່ງສານແຫ່ງຄວາມຮັກ, ສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງ ໄປທົ່ວທຸກພື້ນທີ່ຂອງປະເທດ.







