ການສະເລີມສະຫຼອງຢູ່ຫວຽດນາມແມ່ນມີຄວາມຄ້າຍຄືກັນກັບທົ່ວໂລກ. ຄອບຄົວຂອງທຸກໆສາສະໜາຈະມາເຕົ້າໂຮມກັນເພື່ອແລກປ່ຽນຂອງຂວັນ ແລະ ຮັບປະທານອາຫານຄ່ຳ ມື້ພິເສດ. ຊຸມຊົນຊາວຄຣິດຈະເຂົ້າຮ່ວມພິທີມິຊາຕອນທ່ຽງຄືນ, ແລ້ວກັບເມື່ອເຮືອນເພື່ອຮັບປະທານຊຸບໄກ່, ຫຼື ສຳລັບຜູ້ທີ່ມີຖານະ, ແມ່ນຈະຮັບປະທານໄກ່ງວງ ແລະ ພຸດດິ້ງຄຣິດສະມາດ.
ໃນດ້ານການສະເລີມສະຫຼອງຢູ່ບ່ອນສາທາລະນະ, ຄືນວັນກ່ອນວັນຄຣິດສະມາດ ແມ່ນມີຄວາມນິຍົມເປັນພິເສດ. ຢູ່ ນະຄອນໂຮ່ຈີມິນ ແລະ ຮ່າໂນ້ຍ, ບໍລິເວນອ້ອມຮອບໂບດຄາໂຕລິກຈະກາຍເປັນເຂດຄົນຍ່າງໃນຕອນແລງ. ຫ້າມບໍ່ໃຫ້ລົດໃຫຍ່ສັນຈອນ, ແລະ ຕາມທ້ອງຖະໜົນກໍ່ເຕັມໄປດ້ວຍຄອບຄົວຄົນຮຸ່ນໜຸ່ມຊາວຫວຽດນາມທີ່ມາຮ່ວມສະເລີມສະຫຼອງ ແລະ ແບ່ງປັນມິດໄມຕີຈິດຈາກເທສະການນີ້.







