ຈັດຂຶ້ນຕັ້ງແຕ່ເວລາ 08:00 ຂອງວັນທີ 01 ກຸມພາ ຫາ 08:00 ຂອງວັນທີ 04 ກຸມພາ ຢູ່ຕົວເມືອງບັກນິງ ທາງພາກເໜືອ, ງານບຸນລິມ ແມ່ນການສະເຫຼີມສະຫຼອງວັດທະນະທຳຊົນເຜົ່າຫວຽດນາມຢ່າງຍິ່ງໃຫຍ່ເປັນເວລາ 3 ວັນ, ຕັ້ງແຕ່ເຄື່ອງແຕ່ງກາຍ ແລະ ສິລະປະທີ່ມີສີສັນສົດໃສ ໄປຮອດ ກວນໂຮ (Quan Ho), ເຊິ່ງເປັນຮູບແບບການຂັບຮ້ອງພື້ນເມືອງທີ່ເປັນເອກະລັກ ແລະ ໄດ້ຮັບການຮັບຮອງຈາກ UNESCO.
ໃນແຕ່ລະປີ ງານບຸນນີ້ໄດ້ດຶງດູດນັກທ່ອງທ່ຽວຈາກທົ່ວປະເທດມາຍັງ ບັກນິງ – ເຊິ່ງຖືວ່າເປັນຫົວໃຈຂອງເຂດວັດທະນະທຳ ກິງບັກ (Kinh Bac), ເຊິ່ງໃນປັດຈຸບັນກວມເອົາຫຼາຍແຂວງ, ລວມທັງບາງສ່ວນຂອງ ຮ່າໂນ້ຍ. ຕົວເມືອງນີ້ມີຊື່ສຽງຍ້ອນວັດວາອາຮາມທາງພຸດທະສາສະໜາທີ່ເກົ່າແກ່ ແລະ ມີຄວາມສຳຄັນທາງດ້ານຈິດວິຍານ, ລວມທັງ ວັດລິມ ທີ່ເປັນທີ່ມາຂອງຊື່ງານບຸນ. ນອກຈາກເພງພື້ນເມືອງກວນໂຮແລ້ວ, ຍັງມີເກມພື້ນເມືອງຂອງຫວຽດນາມຫຼາຍຢ່າງໃຫ້ເຂົ້າຮ່ວມ ລວມທັງການຫຸງເຂົ້າ, ໝາກຮຸກຄົນ, ການມວຍປ້ຳ ແລະ ການໂລ້ຊິງໄມ້ໄຜ່.







