ແຂວງ ດັກລັກ ຈະຈັດງານບຸນກາເຟ ບວນມາທວດ ຄັ້ງທີ 8 ພາຍໃຕ້ຫົວຂໍ້ “ດັກລັກ - ຈຸດໝາຍປາຍທາງຂອງກາເຟໂລກ”. ຈຸດປະສົງຂອງງານບຸນແມ່ນເພື່ອສົ່ງເສີມແບຣນກາເຟ ບວນມາທວດ ແລະ ຍົກລະດັບຄຸນຄ່າຖານະບົດບາດຂອງຫວຽດນາມໃນຕະຫຼາດໂລກ.
ກິດຈະກຳທີ່ໂດດເດັ່ນຫຼາຍຢ່າງຈະຖືກຈັດຂຶ້ນ ເຊັ່ນ: ງານແຟກາເຟ ພາຍໃຕ້ຫົວຂໍ້ “ກາເຟ ບວນມາທວດ - ການເຊື່ອມໂຍງຢ່າງໝັ້ນຄົງ”, ງານນິທັດສະການພາບຖ່າຍສິລະປະ ພາຍໃຕ້ຫົວຂໍ້ “ວັດທະນະທຳກາເຟຫວຽດນາມ” ແລະ “ປະຫວັດສາດກາເຟໂລກ”, ການແຂ່ງຂັນຊາວໄຮ່ນາ ເປັນຕົ້ນ. ນອກຈາກນັ້ນ, ນັກທ່ອງທ່ຽວຍັງສາມາດເຂົ້າຮ່ວມກິດຈະກຳສົ່ງເສີມຕ່າງໆ ເຊັ່ນ: ງານບຸນຊ່ວງເຮືອ ຢູ່ເມືອງ ລັກ, ງານບຸນຊ້າງ ບວນດອນ, ແລະ ກິດຈະກຳທາງດ້ານວັດທະນະທຳ, ກິລາ ແລະ ການທ່ອງທ່ຽວທ້ອງຖິ່ນອີກຫຼາຍຢ່າງ.




