ໝາຍເຫດ: ຂ່າວລ່າສຸດກ່ຽວກັບຈຸດໝາຍ, ປະສົບການ ແລະ ການທ່ອງທ່ຽວໃນ Vietnam ສຳຫຼວດດຽວນີ້ →

ງານ​ບຸນ​ບ້ານ​ດອກ​ບົວ 2023

ແຂວງ​ເງະ​ອານ​ພາກ​ກາງ​ມີ​ກຳນົດ​ຈະ​ຈັດ​ກິດຈະກຳ​ຕ່າງໆ​ຢ່າງ​ຫຼວງ​ຫຼາຍ, ເຊັ່ນ: ງານ​ດົນຕີ; ພິທີ​ຖວາຍ​ທູບ​ທຽນ​ຢູ່​ສະຖານ​ທີ່​ບູຮານ​ຄະດີ​ກິມ​ລຽນ ແລະ ວັດ​ຈຸງ​ເຊີນ, ການ​ແຂ່ງຂັນ​ຮ້ອງເພງ, ການ​ແຂ່ງຂັນ​ປຸງ​ແຕ່ງ​ອາຫານ​ທີ່​ເຮັດ​ຈາກ​ດອກ​ບົວ, ພ້ອມ​ທັງ​ງານ​ວາງສະແດງ​ຮູບ​ພາບ​ທີ່​ສະແດງ​ໃຫ້​ເຫັນ​ຊີວິດ ແລະ ພາລະກິດ​ປະຕິວັດ​ຂອງ​ປະທານ​ໂຮ່ຈີ​ມິນ. ງານ​ດັ່ງກ່າວ​ຈະ​ຈັດ​ຂຶ້ນ​ແຕ່​ວັນ​ທີ 10 ຫາ 19 ພຶດສະພາ ເຊິ່ງ​ເປັນ​ສ່ວນ​ໜຶ່ງ​ຂອງ​ງານ​ບຸນ​ລາງ​ເຊນ (ບ້ານ​ດອກ​ບົວ) ເພື່ອ​ສະເຫຼີມສະຫຼອງ​ວັນ​ຄົບຮອບ 133 ປີ​ວັນ​ເກີດ​ຂອງ​ປະທານ​ໂຮ່ຈີ​ມິນ (19 ພຶດສະພາ)