ໝາຍເຫດ: ຂ່າວລ່າສຸດກ່ຽວກັບຈຸດໝາຍ, ປະສົບການ ແລະ ການທ່ອງທ່ຽວໃນ Vietnam ສຳຫຼວດດຽວນີ້ →

ພິພິທະພັນວິຈິດສິນແຫ່ງຊາດຫວຽດນາມ: ຈຸດໝາຍປາຍທາງທີ່ບໍ່ຄວນພາດໃນຮ່າໂນ້ຍ

ພິພິທະພັນວິຈິດສິນແຫ່ງຊາດຫວຽດນາມ ເປັນໜຶ່ງໃນສະຖາບັນທີ່ສໍາຄັນທີ່ສຸດຂອງປະເທດ, ບ່ອນທີ່ມີການຈັດແດງເອກະສານ, ວັດຖຸບູຮານ ແລະ ຜົນງານທີ່ໂດດເດັ່ນຈາກທຸກໆ ຍຸກສະໄໝຂອງຊີວິດການເປັນຢູ່ຂອງຊາດ, ຕັ້ງແຕ່ຍຸກກ່ອນປະຫວັດສາດ ແລະ ຍຸກຄລາສສິກບູຮານ ຈົນເຖິງເລື່ອງລາວອັນຍິ່ງໃຫຍ່ຂອງອັດສະຈັນແຫ່ງຄວາມຄິດສ້າງສັນຂອງຊາວຫວຽດນາມໃນຍຸກປະຈຸບັນ.

ນີ້ແມ່ນສະຖານທີ່ທີ່ຜູ້ຮັກສາສິນລະປະສາມາດຄົ້ນພົບຜົນງານຊິ້ນເອກໃນຮູບແບບຂອງຮູບແຕ້ມ, ປະຕິມາກໍາ ແລະ ກຣາຟິກສິນ ເຊິ່ງເລົ່າເລື່ອງລາວອັນມີເອກະລັກ ແລະ ອັນຊົງພະລັງຂອງວັດທະນະທໍາ ແລະ ຄວາມຄິດສ້າງສັນໂດຍບໍ່ຈໍາເປັນຕ້ອງໃຊ້ຄໍາເວົ້າໃດໆ.

mt

ສະຖາປັດຕະຍະກໍາອັນງົດງາມຂອງພິພິທະພັນວິຈິດສິນແຫ່ງຊາດຫວຽດນາມ

ພິພິທະພັນວິຈິດສິນແຫ່ງຊາດຫວຽດນາມ ຕັ້ງຢູ່ໃຈກາງນະຄອນຮ່າໂນ້ຍ ທີ່ ເລກທີ 66 ຖະໜົນ Nguyen Thai Hoc, ເມືອງ Ba Dinh. ເພື່ອເຂົ້າຊົມພິພິທະພັນ, ນັກທ່ອງທ່ຽວສາມາດນໍາໃຊ້ພາຫະນະການເດີນທາງໄດ້ທຸກປະເພດ. ນອກຈາກການຈັດແດງວັດຖຸບູຮານ ແລະ ຜົນງານສິນລະປະທີ່ມີຄ່າຈໍານວນຫຼາຍໃນຫຼາຍຍຸກສະໄໝແລ້ວ,  ພິພິທະພັນຍັງມີພື້ນທີ່ການສຶກສາທີ່ໜ້າສົນໃຈ ພ້ອມດ້ວຍທົວຊົມຕາມຫົວຂໍ້ທີ່ຫຼາກຫຼາຍສໍາລັບນັກທ່ອງທ່ຽວ.

ອາຄານຂອງພິພິທະພັນວິຈິດສິນແຫ່ງຊາດຫວຽດນາມ ປະກອບມີ 3 ຊັ້ນ ດ້ວຍເນື້ອທີ່ຈັດແດງຫຼາຍກວ່າ 3,000 ຕາແມັດ. ປັດຈຸບັນ, ພິພິທະພັນໄດ້ຈັດແດງໂບຮານວັດຖຸ ແລະ ຜົນງານປະມານ 2,000 ຊິ້ນ ໃນຫ້ອງຈັດແດງຖາວອນ ຕັ້ງແຕ່ຍຸກບູຮານນະການ ເຖິງຍຸກປະຈຸບັນ. ນອກຈາກນີ້, ຍັງມີການຈັດນິທັດສະການດ່ຽວຂອງອົງການຈັດຕັ້ງ ແລະ ສິນລະປິນຕ່າງໆ ເກີດຂຶ້ນຢູ່ພິພິທະພັນ, ເຊິ່ງເປັນການສ້າງເວທີສໍາລັບໂລກຂອງສິນລະປິນ. ໃນແຕ່ລະປີ, ພິພິທະພັນໄດ້ຈັດນິທັດສະການເຄື່ອນທີ່ໃນຫຼາຍສະຖານທີ່ທັງພາຍໃນ ແລະ ຕ່າງປະເທດ, ທັງ ສະຫະລັດອາເມລິກາ, ລັດເຊຍ, ອັງກິດ, ຝຣັ່ງ, ອິຕາລີ, ສະເປນ, ຍີ່ປຸ່ນ, ເກົາຫຼີໃຕ້, ສິງກະໂປ, ລາວ, ແລະ ອື່ນໆ.

ດັ່ງທີ່ຈິດຕະກອນຊາວຝຣັ່ງ Edgar Degas ໄດ້ເວົ້າໄວ້ວ່າ “ສິນລະປະບໍ່ແມ່ນສິ່ງທີ່ທ່ານເຫັນ, ແຕ່ແມ່ນສິ່ງທີ່ທ່ານເຮັດໃຫ້ຄົນອື່ນເຫັນ” ແລະ ຜົນງານຊິ້ນເອກເຫຼົ່ານັ້ນທີ່ໄດ້ຮັບການຈັດແດງຢູ່ ພິພິທະພັນວິຈິດສິນແຫ່ງຊາດຫວຽດນາມ ໄດ້ເຮັດໜ້າທີ່ອັນຍິ່ງໃຫຍ່ດັ່ງສຽງຮ້ອງຂໍເສລີພາບ, ຄວາມຄິດສ້າງສັນຂອງສິນລະປິນ ແລະ ທີ່ສໍາຄັນທີ່ສຸດ, ໂດຍບໍ່ມີຄໍາເວົ້າ ແຕ່ຢູ່ໃນຮູບຮ່າງ ແລະ ສີສັນທີ່ຫຼາກຫຼາຍ ເຊິ່ງສະແດງໃຫ້ເຫັນເຖິງປະຫວັດສາດການພັດທະນາອັນຍາວນານຂອງວິຈິດສິນທີ່ຫຼາກຫຼາຍ. ຜູ້ເລົ່າເລື່ອງລາວຂອງສິນລະປະຍຸກກ່ອນປະຫວັດສາດ ແລະ ປະຫວັດສາດຕອນຕົ້ນ, ວິຈິດສິນຕັ້ງແຕ່ສະຕະວັດທີ 11 - 19, ສະຕະວັດທີ 20 ຈົນເຖິງປະຈຸບັນ, ສິນລະປະປະຍຸກດັ້ງເດີມທີ່ບັນຈຸຫົວໃຈ, ຈິດໃຈ ແລະ ດວງວິນຍານຂອງຊ່າງຝີມື. ບັນດາຊ່າງຝີມືໄດ້ຖ່າຍທອດຄຸນຄ່າທາງສິນລະປະເຂົ້າໃນວັດຖຸໃຊ້ປະຈໍາວັນ ແລະ ພິທີກໍາທາງສາສະໜາ.

qa

ຮູບປັ້ນເຈົ້າແມ່ກວນອິມເຄືອບລັກ ໃນສະຕະວັດທີ 16

thuy

ຮູບແຕ້ມສີນ້ໍາມັນ: ນ້ອງສາວ Thuy (ຈິດຕະກອນ Tran Van Can, 1943)

bac

ຮູບແຕ້ມເຄືອບລັກ: ປະທານໂຮ່ ຢູ່ເຂດສົງຄາມ ຫວຽດບັກ (ຈິດຕະກອນ Duong Bich Lien, 1980)

ນັກທ່ອງທ່ຽວທີ່ມາພິພິທະພັນສາມາດມີໂອກາດຄົ້ນພົບຄໍເລັກຊັນສິນລະປະພື້ນເມືອງຫວຽດນາມອັນຫຼາກຫຼາຍ. ຮູບແຕ້ມພື້ນເມືອງມັກຈະມີລັກສະນະສົດໃສ ແລະ ເນື້ອຫາທີ່ຊີວິດຊີວາ, ສະແດງຫຼາຍຫົວຂໍ້ ເຊັ່ນ: ການກາບໄຫວ້ບູຊາ, ການອວຍພອນ, ກິດຈະກໍາປະຈໍາວັນ, ບຸກຄົນສໍາຄັນທາງປະຫວັດສາດ ເຊັ່ນ: ຮູບແຕ້ມ Dong Ho, ຮູບແຕ້ມ Kim Hoang, ຮູບແຕ້ມ ໝູ່ບ້ານ Sinh...

ຮູບປັ້ນພື້ນເມືອງແມ່ນເຮັດຈາກດິນເຜົາ, ໂລຫະ, ແລະ ໄມ້ແກະສະຫຼັກ, ພັນລະນາເຖິງຊີວິດ ແລະ ຮີດຄອງປະເພນີອັນຍາວນານຂອງປະຊາຊົນຫວຽດນາມ. ຄໍເລັກຊັນເຄື່ອງເຄືອບດິນເຜົາຈະເປັນຈັງຫວະ ເຕັ້ນ ວໍສ໌ (waltz) ທີ່ແສນເບົາບາງຂອງພິພິທະພັນ ໂດຍການແນະນໍາລັກສະນະຂອງໄລຍະເຄື່ອງເຄືອບດິນເຜົາແບບບໍ່ເຄືອບ ແລະ ເຄືອບ ເຊິ່ງລວມມີ ເຄື່ອງເຄືອບດິນເຜົາ ເຄືອບລາຍງາ (crackle-glazed ceramics), ເຄື່ອງເຄືອບ ເຊລາໂລນ (celadon ceramics), ເຄື່ອງເຄືອບ ລາຍດອກສີນ້ໍາຕານ (ລາຊະວົງ Ly ແລະ Tran), ເຄື່ອງເຄືອບ ລາຍສີຟ້າ-ຂາວ ແລະ ເຄື່ອງເຄືອບດິນເຜົາຍຸກປະຈຸບັນ.

ຄຸນຄ່າເພີ່ມອີກຢ່າງໜຶ່ງສໍາລັບກຸ່ມຄອບຄົວທີ່ມີເດັກນ້ອຍມາຊົມພິພິທະພັນ ແມ່ນການຄົ້ນພົບ ພື້ນທີ່ຄວາມຄິດສ້າງສັນສໍາລັບເດັກນ້ອຍ. ມັນໄດ້ຖືກສ້າງຕັ້ງຂຶ້ນໃນປີ 2011 ພາຍໃນພື້ນທີ່ເປີດ ແລະ ຍືດຫຍຸ່ນ, ກິດຈະກໍາຢູ່ “ພື້ນທີ່ຄວາມຄິດສ້າງສັນສໍາລັບເດັກນ້ອຍ” ແມ່ນມີຄວາມດຶງດູດ ແລະ ເໝາະສົມກັບເດັກນ້ອຍໃນໄວຕ່າງໆ. ເດັກນ້ອຍສາມາດຄົ້ນພົບ, ຮັບຮູ້, ແລະ ສໍາຜັດກັບສິນລະປະຈາກຄໍເລັກຊັນຂອງພິພິທະພັນໄດ້ຢ່າງເສລີ ເຊັ່ນ: ຮູບແຕ້ມ, ເຄື່ອງເຄືອບດິນເຜົາ, ປະຕິມາກໍາ, ສິນລະປະພື້ນເມືອງ,...

ທ່ານເປັນຜູ້ຫຼົງໄຫຼໃນເຕັກໂນໂລຊີບໍ? ເປີດສົມາດໂຟນຂອງທ່ານ ແລະ ລອງໃຊ້ພື້ນທີ່ຈັດແດງສິນລະປະເໝືອນຈິງຂອງພິພິທະພັນ ແລະ ຄູ່ມືມັລຕິມີເດຍ “iMuseum VFA”.

mmmtt

ພື້ນທີ່ຈັດແດງສິນລະປະເໝືອນຈິງ ຢູ່ ຫວຽດນາມພິພິທະພັນວິຈິດສິນແຫ່ງຊາດ

ຈິດຕະກອນຜູ້ຍິ່ງໃຫຍ່ Leonardo da Vinci ເຄີຍເວົ້າໄວ້ວ່າ, ຮູບແຕ້ມແມ່ນບົດກະວີທີ່ເຫັນໄດ້ຫຼາຍກວ່າຮູ້ສຶກ, ແລະ ບົດກະວີແມ່ນຮູບແຕ້ມທີ່ຮູ້ສຶກໄດ້ຫຼາຍກວ່າເຫັນ. ເນື່ອງຈາກຄໍາເວົ້າບໍ່ສາມາດພັນລະນາຄຸນຄ່າທັງໝົດຂອງພິພິທະພັນວິຈິດສິນແຫ່ງຊາດຫວຽດນາມໄດ້, ຍ້ອນຫຍັງທ່ານຈຶ່ງບໍ່ມາຢ້ຽມຢາມສະຖານທີ່ນີ້ດ້ວຍຕົນເອງ ແລະ ສໍາຜັດກັບສິນລະປະໃນແບບຂອງໂຕທ່ານເອງ, ເພື່ອຄົ້ນຫາ, ຜ່ອນຄາຍ ແລະ ເພີດເພີນໃນນະຄອນຮ່າໂນ້ຍ.