ງານເທດສະການລະດູໃບໄມ້ຫຼົ່ນຮ່າໂນ້ຍ 2014 ຈະຈັດຂຶ້ນຕັ້ງແຕ່ວັນທີ 12 - 15 ກັນຍາ ຢູ່ບໍລິເວນອ້ອມຮອບທະເລສາບ Hoan Kiem. ນອກຈາກພິທີເປີດ ແລະ ງານສະແດງດົນຕີກາລາພາຍໃຕ້ຫົວຂໍ້ "Ha Noi Autumn" ໃນວັນທີ 13 ກັນຍາແລ້ວ, ຈະມີບູດປະມານ 150 ບູດຖືກຈັດຕັ້ງຂຶ້ນຕາມເສັ້ນທາງ Dinh Tien Hoang, ເສັ້ນທາງ Le Thach... ງານເທດສະການຈະນຳສະເໜີຜະລິດຕະພັນ ແລະ ຈຸດໝາຍປາຍທາງການທ່ອງທ່ຽວທີ່ໜ້າດຶງດູດ, ຜະລິດຕະພັນໝູ່ບ້ານຫັດຖະກຳທີ່ເປັນເອກະລັກ, ອາຫານພື້ນເມືອງ "Flavours of Ha Noi"...







