
ດອກບັນເປັນສັນຍາລັກຂອງພາກພູດອຍທາງພາກເໜືອຂອງຫວຽດນາມ. ຕາເວັນກັບຄືນມາຫຼັງຈາກຝົນຕົກປອຍໆ ບໍ່ສິ້ນສຸດຂອງລະດູໃບໄມ້ປົ່ງ, ແລະ ດອກບັນໄດ້ມອບຊຸດສີຂາວໃຫ້ແກ່ປ່າໄມ້.
ກິດຈະກຳຫຼັກຂອງງານບຸນດອກບັນຈະຈັດຂຶ້ນທີ່ເມືອງດຽນບຽນຟູ ແຕ່ວັນທີ 13 ຫາ 16 ມີນາ, ລວມທັງພິທີຖວາຍທູບທຽນທີ່ວັດວິລະຊົນສົງຄາມດຽນບຽນຟູ, ການສະແດງດົນຕີຂອງຊົນເຜົ່າຕ່າງໆ, ແລະ ການແລກປ່ຽນວັດທະນະທຳຊົນເຜົ່າ.