ງານເທດສະການນີ້ມອບຄວາມປະທັບໃຈທີ່ເປັນເອກະລັກ ແລະ ແປກໃໝ່ໃຫ້ກັບຜູ້ເຂົ້າຊົມກ່ຽວກັບ ຮ່າໂນ້ຍ - ຈຸດໝາຍປາຍທາງດ້ານອາຫານ ແລະ ເຄື່ອງດື່ມທີ່ມີສະເໜ່ໃນພາກພື້ນ ແລະ ໃນໂລກ. ຢູ່ທີ່ນີ້, ຜູ້ເຂົ້າຮ່ວມສາມາດລິ້ມລອງລົດຊາດ, ສໍາຜັດກັບສີສັນອັນສົດໃສ, ແລະ ສ້າງຄວາມຊົງຈໍາທີ່ບໍ່ມີວັນລືມໃນມື້ລະດູໃບໄມ້ຫຼົ່ນອັນແຈ່ມໃສຂອງ ຮ່າໂນ້ຍ.
ໃນຂອບເຂດຂອງງານເທດສະການ, ຜູ້ເຂົ້າຊົມຈະໄດ້ສໍາຜັດກັບເຄື່ອງດື່ມທີ່ມີຄວາມຄິດສ້າງສັນ ແລະ ເນັ້ນໃສ່ສຸຂະພາບຂອງ ຮ່າໂນ້ຍ ແລະ ທ້ອງຖິ່ນອື່ນໆທົ່ວປະເທດ ລວມທັງເຄື່ອງດື່ມຈາກຕ່າງປະເທດ. ແຂກຜູ້ເຂົ້າຊົມຍັງຈະມີໂອກາດໄດ້ຄົ້ນຫາພື້ນທີ່ຫັດຖະກໍາພື້ນເມືອງ, ໂຊນອາຫານ “Taste of Ha Noi”, ແລະ ເພີດເພີນກັບກິດຈະກໍາທີ່ໜ້າຕື່ນເຕັ້ນ ເຊັ່ນ: ການສະແດງຂອງບາເທັນເດີ, ງານເວີກຊັອບປະສົມເຄື່ອງດື່ມ, ແລະ ການແລກປ່ຽນກ່ຽວກັບເທຣນ F&B.







