ງານວັດທະນະທຳທີ່ໜຶ່ງໃນຄວາມຕັ້ງຕາລໍຄອຍຫຼາຍທີ່ສຸດໃນຫວຽດນາມ, ງານບຸນHue Festival ຄັ້ງທີ 11 ຂໍເຊີນຊວນນັກ່ທ່ອງທ່ຽວຈາກທົ່ວໂລກມາສຳຜັດກັບມໍລະດົກທີ່ເປັນເອກະລັກຂອງອະດີດເມືອງຫຼວງອານາຈັກຫວຽດນາມ. ການສະແດງອັນວະຈິຣະອະສົງໄຂຈະຖືກຈັດຂຶ້ນທີ່ສະຖານທີ່ທາງປະຫວັດສາດຕ່າງໆຮອບເມືອງເຫວ້ (Hue), ລວມທັງປ້ອມປາການເຫວ້ ແລະ ວັງອານດິ້ງ (An Dinh). ໃນຊ່ວງໄລຍະເວລາຫົກວັນຂອງງານບຸນ ຍັງຈະມີຂະບວນພາເຣດຕາມທ້ອງຖະໜົນ, ການແຂ່ງເຮືອຊຳປານ, ງານວາງສະແດງອາຫານ, ການສະແດງຈາກສິລະປິນສາກົນຈາກ 5 ທະວີບ ແລະ ສິ່ງອື່ນໆອີກຫຼາຍຢ່າງທີ່ໜ້າຕື່ນຕາຕື່ນໃຈ.




