ງານບຸນອະວະໂລກິເຕດວະຣະ ຢູ່ ດ່າໜັງ ແມ່ນໂອກາດສຳລັບນັກທ່ອງທ່ຽວທີ່ສົນໃຈ ແລະ ພຸດທະສາສະນິກະຊົນ ໄດ້ມາຮ່ວມກັນເພື່ອສັກກາລະບູຊາ ພຣະໂພທິສັດອະວະໂລກິເຕດວະຣະ. ງານບຸນນີ້ຈັດຂຶ້ນຢູ່ ວັດ ກວານເທ້ອາມ ໃກ້ກັບ ພູຫີນອ່ອນ, ໂດຍຕາຕະລາງກິດຈະກຳຈະປະກອບມີ ພິທີສວດມົນອະທິຖານ, ການປ່ອຍໂຄມດອກໄມ້, ການແຂ່ງເຮືອ, ລວມທັງງານວາງສະແດງຊາ, ຮູບຖ່າຍ ແລະ ພາບແຕ້ມ.




