
ດານັງ, ຫວຽດນາມ (3 ພຶດສະພາ 2019) -- Premier Village Danang Resort ກຳລັງເປີດໂຕໂປຣໂມຊັນພິເສດເພື່ອສະຫຼອງການມາເຖິງຂອງລະດູຮ້ອນ. ຕັ້ງແຕ່ຕອນນີ້ຈົນເຖິງທ້າຍເດືອນ, ແຂກສາມາດເພີດເພີນກັບສ່ວນຫຼຸດສູງສຸດເຖິງ 25% ສຳລັບການຈອງ ແລະ ການເຂົ້າພັກໃນເດືອນພຶດສະພາ 2019.
ສ່ວນຫຼຸດນີ້ສາມາດໃຊ້ໄດ້ກັບວິລ້າລະດັບ 5 ດາວທັງໝົດ 111 ຫຼັງຂອງຣີສອດ. ຕັ້ງຢູ່ໃນເຂດ ໝີອານ ຂອງດານັງ ແລະ ບໍລິຫານໂດຍ Accor Hotels, Premier Village Danang Resort ບໍລິການວິລ້າທີ່ມອງເຫັນວິວທະເລ ຫຼື ວິວສວນ ທີ່ສາມາດຮອງຮັບແຂກໄດ້ສູງສຸດເຖິງ 10 ຄົນ, ໂດຍຢູ່ຫ່າງຈາກຮາດຊາຍ ໝີເຄ ພຽງແຕ່ບໍ່ກີ່ກ້າວ.
Premier Village Danang Resort ເປັນສະຖານທີ່ທີ່ສົມບູນແບບສຳລັບຄູ່ຮັກ, ຄອບຄົວ ຫຼື ກຸ່ມໝູ່ເພື່ອນ ທີ່ກຳລັງຊອກຫາວັນພັກຜ່ອນໃນເມືອງຊາຍຝັ່ງທະເລທີ່ຄຶກຄື້ນທີ່ສຸດຂອງຫວຽດນາມ. ສິ່ງອຳນວຍຄວາມສະດວກພາຍໃນຣີສອດສຳລັບແຂກ ລວມມີ ຮ້ານອາຫານ 2 ແຫ່ງ, ສະປາ ແລະ ສະໂມສອນສະປາ, ຫ້ອງອົບໄອນ້ຳ ແລະ ອົບແຫ້ງ, ບໍລິການ VIP, ແລະ ບໍລິການລ້ຽງເດັກຢູ່ Children’s Club, ທີ່ມີຫ້ອງຫຼິ້ນເດັກນ້ອຍ ພາຍໃຕ້ການດູແລຂອງ ພີ່ລ້ຽງມືອາຊີບ. ຣີສອດໄດ້ຮັບການຍົກຍ້ອງ ສຳລັບສິ່ງອຳນວຍຄວາມສະດວກທີ່ເໝາະກັບຄອບຄົວ, ແລະ ໄດ້ຮັບອັນດັບທີສອງໃນລາຍຊື່ຣີສອດສຳລັບຄອບຄົວທີ່ດີທີ່ສຸດໃນໂລກຂອງ TripAdvisor.
Premier Village Danang Resort ສາມາດຊ່ວຍໃຫ້ແຂກໃຊ້ເວລາໃນດານັງໄດ້ຢ່າງຄຸ້ມຄ່າທີ່ສຸດ ໂດຍການຈັດທຣິບໄປທ່ຽວ ເມືອງເກົ່າຮອຍອານ, ປູຊະນີຍະສະຖານ ໝີເຊີນ ແລະ ຮາດຊາຍ ຫຼັງໂກ. ແຂກຍັງສາມາດຈອງທຣິບໄປຢ່ຽມຢາມ Sun World Danang Wonders, ຂົວທອງຢູ່ Sun World Ba Na Hills, ແຫຼມ ເຊີນຈາ, ພູຫີນອ່ອນ ແລະ ດອນກອຟທີ່ມີຊື່ສຽງລະດັບໂລກຢູ່ໃກ້ຄຽງ.
ເຂົ້າເບິ່ງ ເວັບໄຊທາງການ ສຳລັບລາຍລະອຽດເພີ່ມເຕີມ.
###
ຂໍ້ກຳນົດ ແລະ ເງື່ອນໄຂ:
ໄລຍະເວລາຈອງ: 11 ເມສາ 2019 - 31 ພຶດສະພາ 2019
ໄລຍະເວລາພັກຜ່ອນ: 1 ພຶດສະພາ 2019 - 31 ພຶດສະພາ 2019
ນຳໃຊ້ຕາມເງື່ອນໄຂການຈອງ.
ສຳລັບລາຍລະອຽດເພີ່ມເຕີມ:
ໂທລະສັບ: +0236 3919 999.
ອີເມວ: h9530@accor.com