ໝາຍເຫດ: ຂ່າວລ່າສຸດກ່ຽວກັບຈຸດໝາຍ, ປະສົບການ ແລະ ການທ່ອງທ່ຽວໃນ Vietnam ສຳຫຼວດດຽວນີ້ →

ໝູ່ບ້ານເຄື່ອງປັ້ນດິນເຜົາ ບ່າວຈຸກ, ແກ່ນສານແຫ່ງວັດທະນະທຳຈາມ

ຫັດຖະກຳໂດຍທົ່ວໄປ ແລະ ເຄື່ອງປັ້ນດິນເຜົາໂດຍສະເພາະ ໄດ້ເປັນຈິດວິໂຍນໃນອາລິຍະທຳຂອງຄົນຫວຽດນາມມາເປັນເວລາຫຼາຍພັນປີ. ຈາກເໜືອຮອດໃຕ້, ມີໝູ່ບ້ານຫັດຖະກຳ ແລະ ເຄື່ອງປັ້ນດິນເຜົາດັ້ງເດີມຢ່າງຫຼາກຫຼາຍ ທີ່ສະທ້ອນໃຫ້ເຫັນເຖິງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ. ໃນບັນດາໝູ່ບ້ານທັງໝົດ, ໝູ່ບ້ານເຄື່ອງປັ້ນດິນເຜົາ ບ່າວຈຸກ ຢູ່ແຂວງ ນິງຖວນ ທາງພາກກາງຕອນໃຕ້ ຖືກເບິ່ງວ່າເປັນຈຸດໝາຍປາຍທາງອັນສົມບູນແບບສຳລັບນັກທ່ອງທ່ຽວ ໃນການຄົ້ນຫາແກ່ນສານແຫ່ງການເຮັດເຄື່ອງປັ້ນດິນເຜົາຂອງຊາວຈາມ ແລະ ວັດທະນະທຳອັນເປັນເອກະລັກຂອງພວກເຂົາ.


ໃນວັນທີ 29 ພະຈິກ 2022, ຢູເນັສໂກ (UNESCO) ໄດ້ປະກາດຢ່າງເປັນທາງການໃຫ້ “ສິລະປະການເຮັດເຄື່ອງປັ້ນດິນເຜົາຂອງຊາວຈາມ” ຢູ່ໃນລາຍຊື່ມໍລະດົກວັດທະນະທຳທີ່ບໍ່ແມ່ນວັດຖຸ ທີ່ຕ້ອງໄດ້ຮັບການປົກປັກຮັກສາຢ່າງຮີບດ່ວນ". ໃບຢັ້ງຢືນນີ້ແມ່ນກ້າວໂດດໂຕນອັນຍິ່ງໃຫຍ່ໃນການສົ່ງເສີມຄຸນຄ່າຂອງເຄື່ອງປັ້ນດິນເຜົາ ບ່າວຈຸກ ຢູ່ ນິງຖວນ.

ໝູ່ບ້ານເຄື່ອງປັ້ນດິນເຜົາ ບ່າວຈຸກ ຂອງຊົນເຜົ່າສ່ວນໜ້ອຍຈາມ ເປັນໜຶ່ງໃນໝູ່ບ້ານເຄື່ອງປັ້ນດິນເຜົາທີ່ເກົ່າແກ່ທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້. ມັນຕັ້ງຢູ່ທາງທິດໃຕ້ ຫ່າງຈາກເມືອງ ຟານຣັງ - ທາບຈາມ ປະມານ 10 ກິໂລແມັດ. ໝູ່ບ້ານນ້ອຍໆแห่งນີ້ເປັນບ້ານຂອງຫຼາຍກວ່າ 500 ຄອບຄົວ, ໂດຍ 85% ແມ່ນປະກອບອາຊີບເຮັດເຄື່ອງປັ້ນດິນເຜົາດັ້ງເດີມ. ເວົ້າກັນວ່າ ຮູບແບບດັ່ງກ່າວໄດ້ຮັບການສືບທອດມາຈາກ ໂປ ກລອງ ຈານ (Po Klong Chan), ໜຶ່ງໃນບັນພະບູລຸດຂອງພວກເຂົາຕັ້ງແຕ່ສະໄໝບູຮານນະກາລ.

ຊ່າງເຮັດເຄື່ອງປັ້ນດິນເຜົາ ບ່າວຈຸກ - ດ້າງ ຮົ່ງ ລອງ

 

ປະຊາຊົນໃນບ້ານ ບ່າວຈຸກ ໃຊ້ສີມືອັນຊຳນານ, ວົງໄມ້ໄຜ່ ແລະ ຫອຍ ເພື່ອສ້າງສັນຜົນງານອັນລ້ຳຄ່າ. ເປັນທີ່ໜ້າປະຫຼາດໃຈທີ່ໃນຂະນະທີ່ໝູ່ບ້ານເຄື່ອງປັ້ນດິນເຜົາອື່ນໆ ຢູ່ໃນເຂດດິນແດນຫວຽດນາມ ເຊັ່ນ: ບາດຈາງ (ຮ່າໂນ້ຍ); ຕູ່ດາວ (ຮາຍເຢືອງ); ບຽນຮວ່າ - ດົ່ງນາຍ ຫຼື ໝູ່ບ້ານເຄື່ອງປັ້ນດິນເຜົາ ຟືອກຕິກ - ທົວທຽນເຫ້ວ, ທານຮວ່າ - ກວ້າງນາມ... ໄດ້ຫັນມາໃຊ້ແປ້ນໝຸນເປັນເຄື່ອງມືທີ່ຂາດບໍ່ໄດ້, ແຕ່ໃນທາງກົງກັນຂ້າມ, ຊ່າງຝີມືຊາວຈາມຍັງคงພິ່ງພາສີມືອັນຄ່ອງແຄ້ວ ແລະ ເຄື່ອງມືທີ່ງ່າຍດາຍ. ໃນການສ້າງຜະລິດພັນເຄື່ອງປັ້ນດິນເຜົາ, ຊ່າງຝີມືຊາວຈາມຕ້ອງການພຽງແຕ່ທັ່ງ, ບໍ່ແມ່ນແປ້ນໝຸນເຄື່ອງປັ້ນດິນເຜົາ, ແລະ ເຄື່ອງມືງ່າຍໆອື່ນໆ ພ້ອມກັບແມ່ພິມ ແລ້ວໃຊ້ຊົງມືປັ້ນດິນໜຽວໃຫ້ເປັນຮູບຮ່າງຜົນງານຕາມທີ່ຕົນເອງຕ້ອງການ.

ດິນໜຽວແມ່ນຂຸດເອົາມາຈາກຝັ່ງແມ່ເນ້ຳ ກວາວ (Quao) ເຊິ່ງມີຄວາມໜຽວອ່ອນ ແລະ ທົນທານເມື່ອຖືກເຜົາ. ທັກສະທີ່ຈຳເປັນໃນການປະສົມຊາຍກັບດິນໜຽວກໍມີຄວາມຫຼາກຫຼາຍ. ປະລິມານຊາຍທີ່ປະສົມກັບດິນໜຽວແມ່ນຂຶ້ນກັບການນຳໃຊ້ ແລະ ຂະໜາດຂອງເຄື່ອງປັ້ນດິນເຜົານັ້ນໆ. ຍ້ອນເຫດຜົນເຫຼົ່ານີ້, ເຄື່ອງປັ້ນດິນເຜົາ ບ່າວຈຸກ ຈຶ່ງມີຄວາມແຕກຕ່າງຢ່າງຊັດເຈນຈາກເຄື່ອງປັ້ນດິນເຜົາຢູ່ບ່ອນອື່ນ. ຕົວຢ່າງ, ແອ່ງນ້ຳທີ່ເຮັດຈາກເຄື່ອງປັ້ນດິນເຜົາ ບ່າວຈຸກ ແມ່ນໄດ້ຮັບຄວາມນິຍົມຈາກປະຊາຊົນໃນເຂດແຫ້ງແລ້ງ ແລະ ແດດຈັດຢູ່ສະເໝີ ເພາະວ່າອຸນຫະພູມຂອງນ້ຳໃນແອ່ງຈະເຢັນກວ່າອຸນຫະພູມພາຍນອກ 1 ອົງສາເຊຢູ່ສະເໝີ.

ຜະລິດພັນ ບ່າວຈຸກ ສະທ້ອນໃຫ້ເຫັນເຖິງຊີວິດ, ວັດທະນະທຳ ແລະ ຄວາມເຊື່ອຂອງຄົນທ້ອງຖິ່ນ. ຜະລິດພັນມີຕັ້ງແຕ່ເຄື່ອງໃຊ້ໃນເຮືອນທີ່ງ່າຍດາຍ ເຊັ່ນ: ໄຫ, ໝໍ້, ກະທະ ຫຼື ກ່ານ້ຳ, ໄປຈົນເຖິງວັດຖຸບູຊາ, ຮູບປັ້ນ, ພາບແກະສະຫຼັກນູນ ແລະ ລວດລາຍຕົກແຕ່ງ. ລວດລາຍເທິງເຄື່ອງປັ້ນດິນເຜົາ ບ່າວຈຸກ ສ່ວນຫຼາຍແມ່ນພັນລະນາເຖິງທຳມະຊາດ ແລະ ສະແດງໃຫ້ເຫັນເຖິງຄວາມເຊື່ອຂອງຊາວຈາມ.

ນັກທ່ອງທ່ຽວທີ່ມາຢ້ຽມຢາມແຂວງ ນິງຖວນ ສາມາດໃຊ້ເວລາໜຶ່ງມື້ຢູ່ໝູ່ບ້ານ, ຊົມເຄື່ອງປັ້ນດິນເຜົາອັນເປັນເອກະລັກຫຼາກຫຼາຍຊະນິດ ແລະ ທ້າທາຍຕົນເອງໃນການລອງເຮັດຜະລິດພັນເຄື່ອງປັ້ນດິນເຜົາ. ດ້ວຍການແນະນຳຂອງຊ່າງຝີມື, ທ່ານສາມາດປົດປ່ອຍຈິດວິໂຍນສິລະປິນຂອງທ່ານ ແລະ ສ້າງສັນທຸກສິ່ງທີ່ເຂົ້າມາມາໃນຄວາມຄິດ, ປະຊາຊົນທ້ອງຖິ່ນຢູ່ທີ່ນີ້ຈະຊ່ວຍທ່ານເຮັດຜະລິດພັນທີ່ທ່ານມັກໃຫ້ສຳເລັດ.

ເຄື່ອງປັ້ນດິນເຜົາ ບ່າວຈຸກ

 

ສຸດທ້າຍນີ້, ຢ່າອອກຈາກໝູ່ບ້ານໂດຍມືເປົ່າ, ໃຫ້ເລືອກຊື້ຂອງທີີ່ຮືຼກຊິ້ນນ້ອຍໆ ທີ່ມີຫຼາຍຮູບຮ່າງ ແລະ ສີສັນ ເພື່ອເປັນຂອງຂວັນໃຫ້ຄອບຄົວຂອງທ່ານ ແລະ ເປັນຄວາມຊົງຈຳອັນງາມແປກທີ່ຄວນຄ່າແກ່ການເກັບຮັກສາໄວ້.

ໃຊ້ເວລາພຽງແຕ່ 15 ນາທີ ໂດຍລົດໂອໂຕ ແລະ 25 ນາທີ ໂດຍລົດຈັກ ຈາກນະຄອນ ຟານຣັງ - ທາບຈາມ, ດັ່ງນັ້ນ ເປັນຫຍັງຈຶ່ງບໍ່ຂີ່ລົດໄປ ໝູ່ບ້ານເຄື່ອງປັ້ນດິນເຜົາ ບ່າວຈຸກ ແລະ ເພີດເພີນກັບສິລະປະການເຮັດເຄື່ອງປັ້ນດິນເຜົາຂອງຊາວຈາມ.

ໃນວັນທີ 15 ມິຖຸນາ 2023, ແຂວງ ນິງຖວນ ຈະຈັດພິທີຮັບໃບຢັ້ງຢືນຂອງ ຢູເນັສໂກ ທີ່ຂຶ້ນທະບຽນ "ສິລະປະການເຮັດເຄື່ອງປັ້ນດິນເຜົາຂອງຊາວຈາມ ຢູ່ໃນລາຍຊື່ມໍລະດົກວັດທະນະທຳທີ່ບໍ່ແມ່ນວັດຖຸ ທີ່ຕ້ອງໄດ້ຮັບການປົກປັກຮັກສາຢ່າງຮີບດ່ວນ". ງານດັ່ງກ່າວຈະຈັດຂຶ້ນໃນຂອບເຂດຂອງ ເທດສະການອ່າງຸ່ນ ແລະ ໄວນ໌ ນິງຖວນ 2023.