ທຸກໆຄັ້ງທີ່ກັບມາຮ່າໂນ້ຍ, ສິ່ງທຳອິດທີ່ຂ້ອຍຈະເຮັດແມ່ນການໄປຍ່າງເລາະອ້ອມທະເລສາບຮວ່ານກຽມ - ຫົວໃຈຂອງເມືອງຫຼວງ. ພາຍໃຕ້ມົນສະເໜ່ສຸດທ້າຍຂອງລະດູໜາວ, ຄວາມຂຽວສົດງົດງາມຂອງທະເລສາບຮວ່ານກຽມໃຫ້ຄວາມຮູ້ສຶກທີ່ແປກໃໝ່. ຕົ້ນໄຮເກົ່າແກ່, ຕົ້ນສົ້ມໂຮງ, ຕົ້ນຫາງນົກຍູງສ່ອງແສງເງົາລົງໃນນ້ຳ. ໃນທ່າມກາງລະດູໜາວ, ຂ້ອຍພົບວ່າມີກິ່ນອາຍຂອງລະດູໃບໄມ້ປົ່ງທີ່ຟື້ນຄືນຊີວິດຊີວາຢູ່ພາຍໃນໂຕຂ້ອຍ, ເຜີຍແຜ່ໄປຕາມແຄມທະເລສາບ, ຈາກຫຍ້າຂຽວງາມເທິງໂນນດິນຢູ່ເຄິ່ງກາງທະເລສາບ, ບ່ອນທີ່ຫໍຄອຍເຕົ່າອັນສະຫ່າງາມເລົ່າເລື່ອງລາວຄວາມກ້າຫານ ແລະ ຄວາມສະຫງ່າງາມຂອງຮ່າໂນ້ຍ.
ທຳມະຊາດໄດ້ປະທານລັກສະນະພິເສດສະເພາະຕົວໃຫ້ກັບຮ່າໂນ້ຍ, ແຕ່ລະລະດູມີຮູບໂສມ ແລະ ຄວາມງາມຂອງຕົນເອງ. ໃນຂະນະທີ່ລະດູໃບໄມ້ຮົ່ນສ້າງຄວາມໝອກມົວ ແລະ ສາຍລົມເຢັນໃນຕອນເຊົ້າ, ລະດູໜາວແມ່ນເມກມືດທີ່ບົດບັງແສງສະຫວ່າງ. ແລ້ວທັນໃດນັ້ນ, ກິ່ນອາຍທີ່ເຕັມໄປດ້ວຍຄວາມສົດຊື່ນຂອງລະດູໃບໄມ້ປົ່ງກໍໄດ້ປົກຄຸມໄປທົ່ວ 36 ສາຍແອ້ມຮ່ອມ. ຮ້ານຄ້າໃນຖະໜົນຮ້າງໝ່າເປ່ງປະກາຍດ້ວຍເຄື່ອງແຂວນເຈ້ຍສີແດງ, ແຂວນເຕັມໄປດ້ວຍເຄື່ອງຕົກແຕ່ງເຮືອນສຳລັບລະດູໃບໄມ້ປົ່ງ. ມໍເຕີໄຊທີ່ເຕັມໄປດ້ວຍດອກໄມ້ເທິງຖະໜົນພານດິ່ງຟຸ່ງຄືກັບວ່າກຳລັງແບກເອົາທັງສີ່ລະດູ: ລະດູໃບໄມ້ປົ່ງ, ລະດູຮ້ອນ, ລະດູໃບໄມ້ຮົ່ນ ແລະ ລະດູໜາວ…
ການປ່ຽນແປງຂອງລະດູກາລ. ແມ່ນ້ຳແດງເບິ່ງຄືກັບຄວາມຝັນ! ຂ້ອຍຈື່ໄດ້ເຖິງເຊົ້າລະດູໜາວທີ່ໜາວເຢັນ, ຢືນຢູ່ເທິງຂົວລອງບຽນ ແລະ ທອດສາຍຕາຈາກສວນກ້ວຍຂຽວງາມ ໄປຫາຢາລຳ, ແຄມຝັ່ງນ້ຳ, ທີ່ຕົກຢູ່ໃນຄວາມຄິດພາຍໃຕ້ໝອກບາງໆ. ຂົວນັ້ນສົ່ງສຽງທີ່ເປັນເອກະລັກທຸກໆຄັ້ງທີ່ຍານພາຫະນະແລ່ນຜ່ານ, ໂດຍຂ້ອຍເອີ້ນສຽງນັ້ນວ່າເປັນສຽງສະທ້ອນຂອງປະຫວັດສາດ…
ລະດູໜາວ - ລະດູສຸດທ້າຍຂອງປີ, ມັນເປີດທາງໃຫ້ກັບລະດູໃບໄມ້ປົ່ງ - ເປັນການສະເຫຼີມສະຫຼອງຊີວິດ, ສີສັນ, ແລະ ຄວາມຊື່ນຊົມຍິນດີຂອງການເລີ່ມຕົ້ນໃໝ່. ຈາກໄກໆ, ຜູ້ຄົນມຸ່ງໜ້າໄປຫາທະເລສາບຕາເວັນຕົກ ເວົ້າກ່ຽວກັບການກະກຽມສຳລັບບຸນເຕັດ, ຕັດແຕ່ງຫົວໜໍ່ດອກດາຟໂຟດິລ, ຊື້ເຂົ້າໜົມອ໋ານ (ເຂົ້າໜົມຮູບກວຍຕັດ) ເພື່ອກາບໄຫວ້ບັນພະບູລຸດ, ໄປວັດ, ໄປຍາດຕານເພື່ອຊື້ຕົ້ນດອກທໍ້ ເພື່ອໃຫ້ໃນຕົ້ນລະດູໃບໄມ້ປົ່ງ ດອກໄມ້ຈະບານສະພັ່ງຢ່າງງົດງາມຢູ່ແຈໜຶ່ງຂອງເຮືອນ...



