ງານບຸນຊຸດອາວຢາຍນະຄອນໂຮ່ຈີມິນປະຈຳປີ, ພາຍໃຕ້ຫົວຂໍ້ "ຊຸດອາວຢາຍຫວຽດນາມ-ຫວຽດນາມກ້າວຂຶ້ນ" ຈັດຂຶ້ນຢູ່ຖະໜົນຫງວຽນຮ່ວຍ, ເມືອງ 1. ງານບຸນຈະປະກອບມີກິດຈະກຳວັດທະນະທຳຫຼາຍຢ່າງ, ເຊັ່ນ: ຂະບວນແຫ່ແມ່ຍິງ 3,000 ຄົນນຸ່ງຊຸດອາວຢາຍພື້ນເມືອງຫວຽດນາມຕາມຖະໜົນສາຍຫຼັກຂອງເມືອງ; ການປະກວດນາງສາວອາວຢາຍ; ການປະກວດອອກແບບຊຸດອາວຢາຍ; ການປະກວດຮູບພາບຊຸດອາວຢາຍ; ງານວາງສະແດງຊຸດອາວຢາຍທີ່ສະແດງຜົນງານການອອກແບບຂອງນັກອອກແບບແຟຊັນ 53 ຄົນທົ່ວປະເທດ; ຖະໜົນສິລະປະຊຸດອາວຢາຍທີ່ສວນສາທາລະນະລຳເຊີນ, ແລະເດີ່ນໜ້າໂຮງລະຄອນໂອເປຣາຂອງເມືອງ.







