ງານບຸນ Quan The Am, ເຊິ່ງແມ່ນໜຶ່ງໃນກິດຈະກຳທາງຈິດວິນຍານທີ່ໃຫຍ່ທີ່ສຸດໃນທົ່ວປະເທດ ຢູ່ ງູຮ່າມເຊີນ (Ngu Hanh Son / ພູຫີນອ່ອນ) ໃນນະຄອນດານັງ, ໄດ້ຖືກຈັດຂຶ້ນເປັນປະຈຳທຸກໆປີ ຕັ້ງແຕ່ມື້ທີ 17 ຫາ 19 ຂອງເດືອນສອງຕາມຈັນທະຄະຕິ. ງານບຸນນີ້ຖືກຈັດຂຶ້ນໂດຍມີຈຸດປະສົງເພື່ອອະທິຖານຂໍໃຫ້ປະເທດຊາດມີສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງ; ຊີວິດຂອງທຸກໆຄົນເຕັມໄປດ້ວຍຄວາມສົມບູນ, ສັນຕິສຸກ ແລະ ຄວາມໂຊກດີ.
ງານທາງພຸດທະສາດສະໜາເປັນເວລາ 3 ມື້ນີ້ ແມ່ນຖືກຈັດຂຶ້ນຄຽງຄູ່ກັບກິດຈະກຳທາງວັດທະນະທຳ ແລະ ກິລາທີ່ຄຶກຄື້ນ. ກິດຈະກຳເຫຼົ່ານີ້ລວມມີ ຂະບວນແຫ່, ພິທີແຫ່ໜ້າກາກ, ມຸມຈິບຊາຂຽນອັກສອນ, ພິທີອະທິຖານຂໍສັນຕິພາບ, ການແຂ່ງເຮືອ, ພິທີປ່ອຍໂຄມໄຟ, ການຫຼິ້ນເກມພື້ນເມືອງ ແລະ ການສະແດງຂັບຮ້ອງພື້ນບ້ານ.




