ຕັ້ງຢູ່ຫ່າງຈາກຮາໂນ້ຍ ປະມານ 70 ກິໂລແມັດ, ວັດເຮືອງ ແມ່ນສະຖານທີ່ແຫວງບຸນທາງພຸດທະສາສະໜາທີ່ໄດ້ຮັບຄວາມເຄົາລົບນັບຖືຫຼາຍທີ່ສຸດຂອງຫວຽດນາມ.
ເປັນປະຈຳທຸກປີ, ຜູ້ແຫວງບຸນຢ່າງຫຼວງຫຼາຍໄດ້ພາກັນຫຼັ່ງໄຫຼມາທີ່ວັດເຮືອງ ເພື່ອເຂົ້າຮ່ວມງານບຸນ 3 ເດືອນ, ເຊິ່ງການເດີນທາງຈະຜ່ານພູເຂົາຫີນປູນທີ່ສວຍງາມ, ແມ່ໜ້ຳ ແລະ ທົ່ງນາຕາມເສັ້ນທາງ. ສ່ວນໜຶ່ງຂອງການແຫວງບຸນແມ່ນການຍ່າງຂຶ້ນຂັ້ນໄດຫີນ 120 ຂັ້ນໄປຫາ ວັດທຽນຈູ້ (Thien Tru Pagoda). ຈຸດສຳຄັນຂອງງານບຸນແມ່ນການສວດມົນໄຫວ້ພຣະຢູ່ ຖ້ຳເຮືອງຕິກ (Huong Tich) ເຊິ່ງເປັນຖ້ຳສັກສິດເກົ່າແກ່. ຜູ້ມີຈິດສັດທາຈະມາອະທິຖານຂໍພອນສຳລັບປີທີ່ຈະມາເຖິງ. ນັກທ່ອງທ່ຽວສາມາດໄປຢ້ຽມຢາມວັດເຮືອງໄດ້ຕະຫຼອດປີ, ແຕ່ງານບຸນແມ່ນປະກົດການທີ່ມີເອກະລັກສະເພາະທີ່ຄວນຄ່າທີ່ຈະໄປຮັບຊົມ.




