ໝາຍເຫດ: ຂ່າວລ່າສຸດກ່ຽວກັບຈຸດໝາຍ, ປະສົບການ ແລະ ການທ່ອງທ່ຽວໃນ Vietnam ສຳຫຼວດດຽວນີ້ →

ຊີເກມ

ຫວຽດນາມ ເປັນເຈົ້າພາບ ຈັດການແຂ່ງຂັນກິລາ ເອເຊຍ ຕາເວັນອອກສ່ຽງໃຕ້ ໃນປີນີ້, ແຕ່ວັນທີ 5-23 ພຶດສະພາ ຢູ່ ຮ່າໂນ້ຍ ແລະ ບັນດາແຂວງອ້ອມຂ້າງ.

ຮ່າໂນ້ຍ ຈະກາຍເປັນເມືອງແຫ່ງກິລາ ສໍາລັບເຫດການທາງປະຫວັດສາດນີ້, ໂດຍຄາດວ່າມີນັກກິລາປະມານ 10,000 ຄົນ ຈາກ 11 ປະເທດ ເຂົ້າຮ່ວມການແຂ່ງຂັນໃນຫຼາຍກວ່າ 500 ລາຍການ ຈາກ 40 ປະເພດກິລາ.  

ການແຂ່ງຂັນກິລາຄັ້ງນີ້ ຍັງເປັນເຫດການທ່ອງທ່ຽວທີ່ສໍາຄັນ, ໂດຍຄາດວ່າຈະສ້າງແຮງບັນດານໃຈໃຫ້ກັບຕົວເລືອກການທ່ອງທ່ຽວ ຫວຽດນາມ ທາງພາກເຫນືອ ທີ່ສ້າງສັນ ແລະ ມີເອກະລັກ. ສຳຫຼວດ ຮ່າໂນ້ຍ ທີ່ມີປະຫວັດສາດອັນຍາວນານ, ຫຼື ຖືໂອກາດນີ້ໄປຢ້ຽມຢາມ ອ່າວ ຮາລອງ.

ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບ ຊີເກມ ແລະ ສະຖານທີ່ທ່ອງທ່ຽວ,  ກະລຸນາເຂົ້າໄປທີ່ລິ້ງຕໍ່ໄປນີ້: https://seagames31.vietnamtourism.gov.vn/