ມະຫາກຳກິລາ ເຊອາເກມ ຄັ້ງທີ 31 ຈະຈັດຂຶ້ນໃນປີ 2022 ຢູ່ ຮ່າໂນ້ຍ, ຫວຽດນາມ, ແລະ 11 ແຂວງໃກ້ກຽງ. ມະຫາກຳກິລາ ເຊອາເກມ ຖືກຈັດຂຶ້ນ 2 ປີຕໍ່ຄັ້ງ ໃນຖານະທີ່ເປັນການແແຂ່ງຂັນລະດັບຍ່ອຍພູມິພາກຂອງກິລາໂອລິມປິກສາກົນ. ເຊອາເກມ ເປັນສ່ວນໜຶ່ງຂອງສະພາໂອລິມປິກแห่งອາຊີ ຮ່ວມກັບ ມະຫາກຳກິລາ ອາຊີກາງ, ມະຫາກຳກິລາ ຍາວະຊົນ ອາຊີຕາເວັນອອກ, ມະຫາກຳກິລາ ອາຊີໃຕ້, ແລະ ມະຫາກຳກິລາ ອາຊີຕາເວັນຕົກ. ປະເທດຜູ້ເຂົ້າຮ່ວມ ເຊອາເກມ ໃນປະຈຸບັນ ລວມມີທັງ 11 ປະເທດໃນພູມິພາກ ອາຊີຕາເວັນອອກສ່ຽງໃຕ້: ບຣູໄນ, ພະມ້າ (ມຽນມາ), ກໍາປູເຈຍ, ຕີມໍ ເລສເຕ, ອິນໂດເນເຊຍ, ລາວ, ມາເລເຊຍ, ຟິລິບປິນ, ສິງກະໂປ, ໄທ, ແລະ ຫວຽດນາມ.
ຄາດວ່າມີນັກກິລາຫຼາຍເຖິງ 10,000 ຄົນຈະເຂົ້າຮ່ວມແຂ່ງຂັນໃນ 40 ປະເພດກິລາ ແລະ 526 ລາຍການ. ປະເພດກິລາສ່ວນໃຫຍ່ໃນ 40 ປະເພດກິລາທີ່ຖືກບັນຈຸເຂົ້າໃນ ເຊອາເກມ ຄັ້ງທີ 31 ແມ່ນປະເພດກິລາທີ່ແຂ່ງຂັນໃນ ໂອລິມປິກ ເກມ, ໂດຍມີການເພີ່ມລາຍການຕ່າງໆ ເຊັ່ນ: ໂວວີນາມ (vovinam), ປັນຈັກສີລັດ (Pencak silat), ແລະ ວູຊູ (wushu), ວິຊາສິລະປະການຕໍ່ສູ້ປະຈຳຊາດຂອງ ຫວຽດນາມ, ອິນໂດເນເຊຍ, ແລະ ຈີນ ຕາມລຳດັບ. ປະເທດເຈົ້າພາບຂອງ ເຊອາເກມ ໄດ້ຮັບອະນຸຍາດໃຫ້ຕັດ ຫຼື ເພີ່ມ ປະເພດກິລາ ແລະ ລາຍການແຂ່ງຂັນ ເພື່ອໃຫ້ເໝາະສົມກັບຈຸດແຂງ ແລະ ຈຸດອ່ອນຂອງປະເທດຕົນເອງ. ໃນປີນີ້, ຫວຽດນາມ ໄດ້ໃຫ້ຄຳໝັ້ນສັນຍາວ່າຈະຈັດການແຂ່ງຂັນທີ່ເໝາະສົມກັບຈຸດແຂງຂອງທຸກປະເທດທີ່ເຂົ້າຮ່ວມ, ໂດຍບໍ່ມີການຕັດລາຍການໂອລິມປິກໃດໆອອກເລີຍ, ເພື່ອໃຫ້ ເຊອາເກມ ຄັ້ງທີ 31 ມີຄວາມຍຸຕິທຳສຳລັບຜູ້ເຂົ້າຮ່ວມທຸກຄົນ.
ເຊອາເກມ ຄັ້ງທີ 31 ຈະເປັນກ້າວໂດດຂັ້ນຄັ້ງສຳຄັນສຳລັບການທ່ອງທ່ຽວໃນ ຫວຽດນາມ ພ້ອມທັງທົ່ວພູມິພາກ ອາຊີຕາເວັນອອກສ່ຽງໃຕ້. ຄຳຂວັນຂອງງານ “ເພື່ອອາຊີຕາເວັນອອກສ່ຽງໃຕ້ທີ່ເຂັ້ມແຂງກວ່າເກົ່າ” ແມ່ການປະກາດຄວາມສາມັກຄີຂອງປະຊາຄົມອາຊຽນໂດຍລວມ ແລະ ເປັນຄວາມພາກພູມໃຈຂອງອັດຕະລັກທີ່ກຳລັງເຕີບໂຕຂອງພູມິພາກເທິງເວທີສາກົນ.
ບົດທີ 01 —
ຫວຽດນາມ ແລະ ມະຫາກຳກິລາ ເຊອາເກມ
ປີນີ້ຈະເປັນຄັ້ງທີສອງທີ່ ຫວຽດນາມ ໄດ້ເປັນເຈົ້າພາບ ມະຫາກຳກິລາ ເຊອາເກມ ນັບຕັ້ງແຕ່ປະເທດໄດ້ເປັນເຈົ້າພາບ ເຊອາເກມ ຄັ້ງທີ 22 ເປັນຄັ້ງທຳອິດໃນປີ 2003. ຮ່າໂນ້ຍ ຈະເປັນສະຖານທີ່ຫຼັກສຳລັບ ເຊອາເກມ ໃນປີ 2022, ໂດຍມີເມືອງບໍລິວານ ເປັນເຈົ້າພາບຈັດລາຍການ ແລະ ການແຂ່ງຂັນອື່ນໆ. ຮ່າໂນ້ຍ ຈະຈັດການແຂ່ງຂັນ 28 ປະເພດຢູ່ 18 ສະໜາມ, ໃນຂະນະທີ່ ບັກນິງ, ຫາຍເຢືອງ, ຫາຍຟອງ, ກວ້າງນິງ, ຮ່ານາມ, ນາມດິ້ງ, ນິງບິ່ງ, ຮວາບິ່ງ, ວິນຟຸກ, ຝູໂຖ, ແລະ ບັກຢາງ ຈະເປັນເຈົ້າພາບຈັດສ່ວນທີ່ເຫຼືອ.
ກຽດຕິຍົດໃນການເປັນເຈົ້າພາບ ເຊອາເກມ ເປັນຂີດໝາຍຄວາມສຳເລັດອັນສຳຄັນຂອງກິລາຫວຽດນາມໂດຍລວມໃນລະດັບໂລກ. . ປະເທດນີ້ຍັງຄົງກ້າວໜ້າໃນຖານະຜູ້ນຳໃນພູມິພາກດ້ານກິລາ. ໃນປີນີ້, ຫວຽດນາມ ຖືກມອງວ່າເປັນຜູ້ທ້າຊິງຫຼຽນຄຳທີ່ແຂງແກ່ນໃນປະເພດກິລາ ເຊັ່ນ: ຟັນດາບ ແລະ ບານເຕະທັງຍິງ ແລະ ຊາຍ.
ໃນ ເຊອາເກມ 2019, ຫວຽດນາມ ຍາດໄດ້ 98 ຫຼຽນຄຳ, 85 ຫຼຽນເງິນ, ແລະ 105 ຫຼຽນທອງ, ໄດ້ອັນດັບທີສອງໂດຍລວມໃນຕາຕະລາງຫຼຽນ, ຕາມຫຼັງ ຟິລິບປິນ ທີ່ເປັນເຈົ້າພາບຈັດການແຂ່ງຂັນ. ນັບຕັ້ງແຕ່ ເຊອາເກມ ເລີ່ມຕົ້ນຂຶ້ນໃນປີ 1959, ຫວຽດນາມ ຍາດໄດ້ຫຼຽນຄຳ 928 ຫຼຽນ, ຫຼຽນເງິນ 967 ຫຼຽນ, ແລະ ຫຼຽນທອງ 991 ຫຼຽນ.
ບົດທີ 02 —
ຕາຕະລາງການແຂ່ງຂັນ ເຊອາເກມ ຄັ້ງທີ 31 ປະຈຳປີ 2022
ເດີມທີ ເຊອາເກມ ຄັ້ງທີ 31 ມີກຳນົດຈັດຂຶ້ນໃນເດືອນພະຈິກ ແລະ ເດືອນທັນວາ ປີ 2021 ແຕ່ໄດ້ຖືກເລື່ອນຍ້ອນການລະບາດຂອງພະຍາດ ໂຄວິດ-19. ປັດຈຸບັນ ເຊອາເກມ ຄັ້ງທີ 31 ຈະຈັດຂຶ້ນຕັ້ງແຕ່ວັນທີ 6 ພຶດສະພາ ຫາ 23 ພຶດສະພາ 2022 ຢູ່ ຮ່າໂນ້ຍ, ຫວຽດນາມ, ແລະ ອີກ 11 ເມືອງ ແລະ ແຂວງຂອງຫວຽດນາມ. ພິທີເປີດຈະມີຂຶ້ນໃນເວລາ 20:00 ໂມງ ຂອງວັນທີ 12 ພຶດສະພາ ຢູ່ ສະໜາມກິລາ ໝີດິ່ງ. ການແຂ່ງຂັນຈະສິ້ນສຸດລົງໃນເວລາ 20:00 ໂມງ ຂອງວັນທີ 23 ພຶດສະພາ ໃນພິທີປິດຢູ່ ພະລັງກິລາ (Palace of Athletics) ໃນ ຮ່າໂນ້ຍ.
ບານເຕະຊາຍຈະແແຂ່ງຂັນຕັ້ງແຕ່ວັນທີ 6 ພຶດສະພາ ຫາ 22 ພຶດສະພາ, ໃນຂະນະທີ່ ບານເຕະຢິງຈະແຂ່ງຂັນລະຫວ່າງວັນທີ 11 ພຶດສະພາ ຫາ 21 ພຶດສະພາ. ວັນທີແຂ່ງຂັນທັງໝົດສຳລັບປະເພດກິລາ ເຊັ່ນ: ກຣີທາ, ສິລະປະການຕໍ່ສູ້, ບານສົ່ງ, ແລະ ບານບ້ວງ ໄດ້ຖືກກຳນົດໄວ້ຢ່າງແນ່ນອນແລ້ວ.
ເກືອບທັງໝົດຂອງການປັບປຸງ ແລະ ຍົກລະດັບໂຄງລ່າງພື້ນຖານ, ສະໜາມຈັດການແຂ່ງຂັນ, ແລະ ສິ່ງອຳນວຍຄວາມສະດວກອື່ນໆ ໄດ້ສຳເລັດຕາມກຳນົດວັນທີ 15 ມີນາ. ລາຍຊື່ສະຖານທີ່ພັກແຮມໄດ້ຖືກປະກາດໃນການປະຊຸມເມື່ອບໍ່ດົນມານີ້ ລະຫວ່າງ ກະຊວງຄວາມສະຫງົບ ແລະ ກະຊວງຄົມມະນາຄົມຂົນສົ່ງ.
ບົດທີ 03 —
ຫວຽດນາມ ກຽມພ້ອມຕ້ອນຮັບປະຊາຄົມກິລາສາກົນ
ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ໄດ້ດຳເນີນງານມາຕັ້ງແຕ່ເດືອນກັນຍາ 2021 ເພື່ອກຽມສະໜາມກິລາ ແລະ ສະຖານທີ່ພັກແຮມສຳລັບ ເຊອາເກມ ຄັ້ງທີ 31. ການພັດທະນາເຫຼົ່ານີ້ບາງສ່ວນລວມມີ ສະໜາມກິລາໃນຮົ່ມ ຢາລຳ, ສະໜາມກິລາໃນຮົ່ມ ຮວ່າຍດຶກ, ແລະ ສະໜາມກິລາ ໝີດິ່ງ ໃນ ຮ່າໂນ້ຍ. ສະໜາມກິລາໃນຮົ່ມ ຢາລຳ ຈະເປັນເຈົ້າພາບຈັດການແຂ່ງຂັນມວຍປ້ຳ, ໃນຂະນະທີ່ ສະໜາມກິລາໃນຮົ່ມ ຮວ່າຍດຶກ ຈະຈັດການແຂ່ງຂັນ ຢູໂດ ແລະ ຄູຣາຊ. ດ້ວຍຄວາມຈຸ 40,000 ບ່ອນນັ່ງ, ສະໜາມກິລາ ໝີດິ່ງ ຈະເປັນສະຖານທີ່ຈັດພິທີເປີດ ເຊອາເກມ, ການແຂ່ງຂັນກຣີທາ, ແລະ ການແຂ່ງຂັນຮອບຮອງຊະນະເລີດ ແລະ ຮອບຊະນະເລີດ ຂອງທົວຣ໌ນາເມັ້ນບານເຕະ ເຊອາເກມ ຄັ້ງທີ 31.
ແທນທີ່ຈະສ້າງໝູ່ບ້ານນັກກິລາ, ນັກກິລາ ແລະ ຜູ້ເຂົ້າຮ່ວມທັງໝົດຈະພັກຢູ່ໂຮງແຮມທີ່ຢູ່ໃກ້ກັບສະໜາມແຂ່ງຂັນ. ນອກຈາກການກຽມພ້ອມຊັບພະຍາກອນສຳລັບນັກກິລາແລ້ວ, ຍັງໄດ້ມີການປັບປຸງລະບົບໄຟສ່ອງສະຫວ່າງ, ອຸປະກອນ, ບ່ອນນັ່ງ, ຈໍ LED ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ເຊັ່ນ ຫ້ອງຖະແຫຼງຂ່າວ ເພື່ອຮັບປະກັນຄວາມສະດວກສະບາຍ ແລະ ຄວາມປອດໄພຂອງແຂກທຸກໆທ່ານ. ກົມໃຫຍ່ທ່ອງທ່ຽວແຫ່ງຊາດຫວຽດນາມ ກຳລັງເຮັດວຽກຮ່ວມກັບບັນດາທ້ອງຖິ່ນ ແລະ ຫົວໜ່ວຍທຸລະກິດ ເພື່ອຍົກລະດັບຄຸນນະພາບຂອງສິ່ງອຳນວຍຄວາມສະດວກດ້ານການທ່ອງທ່ຽວ, ໂດຍກຽມພ້ອມຕ້ອນຮັບນັກທ່ອງທ່ຽວກັບຄືນສູ່ປະເທດເປັນປີທຳອິດ ນັບຕັ້ງແຕ່ການແພ່ລະບາດເລີ່ມຕົ້ນຂຶ້ນໃນເດືອນມີນາ ປີ 2020.
ການຮັບປະກັນຄວາມປອດໄພຈາກ COVID-19 ແມ່່ນບຸລິມະສິດສູງສຸດຂອງອະນຸກຳມະການສາທາລະນະສຸກ. ນັກກິລາ ແລະ ເຈົ້າໜ້າທີ່ທຸກຄົນຕ້ອງເດີນທາງເຂົ້າປະເທດຫວຽດນາມ ໂດຍມີຜົນກວດ COVID-19 ແບບ RT-PCR ເປັນລົບ ແລະ ກວດ rapid test ອີກຄັ້ງພາຍໃນ 24 ຊົ່ວໂມງຫຼັງຈາກເຂົ້າປະເທດ ແລະ ກ່ອນການເຂົ້າຮ່ວມການແຂ່ງຂັນໃນລາຍການຂອງຕົນ. ຜູ້ເຂົ້າຊົມບໍ່ຈຳເປັນຕ້ອງສະແດງຜົນກວດ covid ເປັນລົບເພື່ອເຂົ້າຊົມ, ແຕ່ຄວາມສາມາດໃນການຮອງຮັບຂອງສະໜາມແຂ່ງຂັນຈະຖືກກຳນົດຕາມສະພາບການ COVID-19 ແບບຕົວຈິງໃນແຕ່ລະບ່ອນ.
ຫຼາຍທ້ອງຖິ່ນທີ່ເປັນເຈົ້າພາບຈັດການແຂ່ງຂັນກິລາຊີເກມ ຄັ້ງທີ 31 ໄດ້ຮັບການຊຸກຍູ້ໃຫ້ບໍລິການປີ້ຟຣີໃຫ້ກັບຜູ້ເຂົ້າຊົມ ດ້ວຍຈິດໃຈຄວາມສາມັກຄີ ແລະ ຄວາມພະຍາຍາມທີ່ຈະສະທ້ອນເຖິງຄຳຂວັນຂອງງານຢ່າງແທ້ຈິງທີ່ວ່າ, “ເພື່ອອາຊີຕາເວັນອອກສ່ຽງໃຕ້ທີ່ເຂັ້ມແຂງກວ່າເກົ່າ.”

