ເດີ່ນກອຟຂອງຫວຽດນາມອາດຈະຍັງບໍ່ທັນເປັນທີ່ຮູ້ຈັກຢ່າງກວ້າງຂວາງ, ແຕ່ກໍກຳລັງໄດ້ຮັບຄວາມນິຍົມຫຼາຍຂຶ້ນເລື້ອຍໆ. ເມື່ອເວົ້າເຖິງຄຸນນະພາບ, ຄວາມຫຼາກຫຼາຍ, ແລະ ຄວາມງາມທາງທຳມະຊາດ, ຫວຽດນາມ ໄດ້ມອບປະສົບການການຫຼິ້ນກອຟທີ່ໄດ້ຮັບການຍົກຍ້ອງຫຼາຍທີ່ສຸດແຫ່ງໜຶ່ງໃນພູມິພາກ. ບໍ່ມີໃຜຮູ້ເລື່ອງນີ້ດີໄປກວ່າຕຳນານນັກກອຟ ແລະ ທູດທ່ອງທ່ຽວຫວຽດນາມ Greg Norman. ເຈົ້າຂອງລາງວັນ World Golf Hall of Fame 2 ສະໄໝ ໄດ້ອອກແບບເດີ່ນກອຟທີ່ມີເອກະລັກສະເພາະ 3 ແຫ່ງໃນຫວຽດນາມແລ້ວ, ແລະ ຍັງມີອີກຫຼາຍແຫ່ງທີ່ກຳລັງຈະຕາມມາ.
ດ້ານລຸ່ມນີ້ Greg Norman ໄດ້ເລົ່າດ້ວຍຄຳເວົ້າຂອງເພິ່ນເອງວ່າ ເຮັດໃຫ້ເດີ່ນກອຟແຕ່ລະແຫ່ງຂອງເພິ່ນມີຄວາມໂດດເດັ່ນແນວໃດ. ເຂົ້າຊົມທົວດ້ານລຸ່ມເພື່ອເບິ່ງພາຍໃນເດີ່ນກອຟຂອງ Norman ໃນຫວຽດນາມ ແບບ 360 ອງສາ, ແລະ ກົດທີ່ໄອຄອນປາຊາມາກໃນແຕ່ລະພາບພາໂນຣາມາເພື່ອຟັງ Greg Norman ພາທ່ານທ່ຽວຊົມຂຸມກອຟທີ່ມີທິວທັດງາມທີ່ສຸດທີ່ຄອຍຖ້ານັກກອຟຢູ່ແຕ່ລະບ່ອນ.

“ຍ້ອນກັບໄປໃນຊ່ວງຕົ້ນປີ 2000, ຂ້ອຍມີຄວາມຍິນດີທີ່ໄດ້ໄປຢ້ຽມຢາມຫວຽດນາມເປັນຄັ້ງທຳອິດ. ໃນການຢ້ຽມຢາມຄັ້ງນີ້, ຂ້ອຍໄດ້ເຂົ້າໃຈຢ່າງໄວວາວ່ານະກອຟຈະກາຍເປັນຕົວກະຕຸ້ນເສດຖະກິດຂອງປະເທດໄດ້ແນວໃດ. ໃນຖານະສະຖາປານິກ, ຂ້ອຍ ແລະ ທີມງານຂອງຂ້ອຍ ໄດ້ຕົກຫຼຸມຮັກກັບສິ່ງທີ່ຫວຽດນາມສາມາດມອບໃຫ້ໄດ້ຈາກກອຟ.” -- Greg Norman
“ໂອກາດທີ່ຂ້ອຍໄດ້ເຂົ້າມາມີສ່ວນຮ່ວມຢູ່ດານັງແມ່ນມີຄວາມພິເສດຫຼາຍ ຍ້ອນຄວາມຫຼາກຫຼາຍ ແລະ ຕົວເລືອກທີ່ເດີ່ນກອຟເທິງໂນນຊາຍແຄມທະເລແຫ່ງນີ້ມອບໃຫ້ພວກເຮົາໃນຖານະສະຖາປານິກ. ມັນຕັ້ງຢູ່ແຄມຫາາດ Hien Ba ພ້ອມທິວທັດອັນງົດງາມຂອງທະເລຕາເວັນອອກ ແລະ ໝູ່ເກາະຈາມ. ມັນເປັນເດີ່ນກອຟສະໄຕລ໌ links ແຫ່ງທຳອິດໃນຫວຽດນາມ, ເປັນການປະສົມປະສານລວດລາຍຂອງລັກສະນະເກົ່າແກ່. ມັນມີສະພາບແວດລ້ອມທ້ອງຖິ່ນທີ່ພວກເຮົາໄດ້ລວມເຂົ້າໃນທຸກມຸມມອງຂອງການອອກແບບ. ຢ່າງບໍ່ຕ້ອງສົງໄສ, ຄວາມຫຼາກຫຼາຍຂອງຊັອດທີ່ທ່ານສາມາດຫຼິ້ນຢູ່ BRG ແມ່ນວິເສດຫຼາຍ.”
“The Bluffs Ho Tram Strip ແມ່ນໜຶ່ງໃນປະສົບການການຫຼິ້ນກອຟທີ່ພິເສດ ແລະ ມີເອກະລັກທີ່ສຸດໃນໂລກ. ຂ້ອຍເອີ້ນມັນວ່າ, ‘ຂອງຂວັນຈາກທຳມະຊາດສຳລັບກອຟ’. The Bluffs ເປັນໜຶ່ງໃນເດີ່ນກອຟທີ່ຫາຍາກທີ່ທ່ານສາມາດປະສົມປະສານການປ່ຽນແປງລະດັບຄວາມສູງ, ແລະ ທິດທາງລົມທີ່ປ່ຽນແປງ 180 ອງສາໃນບາງຊ່ວງເວລາຂອງປີ. ບໍ່ມີການຫຼິ້ນສອງຮອບໃດຢູ່ The Bluffs ທີ່ຈະຄືກັນເລີຍ. ຄວາມມີເອກະລັກຂອງໂນນຊາຍ ແລະ ການມີທິວທັດມະຫາສະໝຸດອັນຕື່ນຕາຕື່ນໃຈຕະຫຼອດການຫຼິ້ນທັງຮອບ ເຮັດໃຫ້ The Bluffs ເປັນປະສົບການກອຟທີ່ພິເສດ.”
“ການອອກແບບ KN links ໃນອ່າວກາມຣານ ເປັນປະສົບການຄັ້ງໜຶ່ງໃນຊີວິດ, ຍ້ອນພວກເຮົາໄດ້ເປັນສ່ວນໜຶ່ງໃນການສ້າງສິ່ງທີ່ເປັນສັນຍະລັກຂອງການປ່ຽນແປງໃນທາງບວກທີ່ຫວຽດນາມໄດ້ເຫັນໃນຊຸມປີມໍ່ໆນີ້. ມັນເປັນເດີ່ນກອຟລະດັບໂລກ, ທີ່ມີສະຖາບັນຝຶກອົບຮົມລະດັບໂລກ ແລະ ເດີ່ນກອຟ Oasis 9 ຂຸມ, ແຕ່ເດີ່ນກອຟຫຼັກແມ່ນງົດງາມຢ່າງແທ້ຈິງ. ຂໍໃຫ້ເພີດເພີນກັບເວລາຂອງທ່ານຢູ່ທີ່ນັ້ນ ເພາະໂດຍບໍ່ຕ້ອງສົງໄສເລີຍວ່າ KN Links ໄດ້ເປີດໂລກກອຟໄປສູ່ຍຸກໃໝ່ຂອງບ່ອນທີ່ຫວຽດນາມສາມາດກ້າວໄປເຖິງ.”


