ການກໍ່ສ້າງໝີເຊີນໄດ້ເລີ່ມຕົ້ນໃນສະຕະວັດທີ 4 ພາຍໃຕ້ການປົກຄອງຂອງກະສັດພັດທະລະວໍລະມັນ (ຜູ້ທີ່ປົກຄອງແຕ່ປີ 349 ຫາ 361) ແລະສຳເລັດໃນທ້າຍສະຕະວັດທີ 13 ຫາຕົ້ນສະຕະວັດທີ 14 ພາຍໃຕ້ການປົກຄອງຂອງກະສັດໄຊຍະສິງຫະວໍລະມັນທີ III.
ເມື່ອມາຢ້ຽມຢາມໝີເຊີນ, ນັກທ່ອງທ່ຽວສາມາດເຫັນຮ່ອງຮອຍປະຫວັດສາດອັນຮຸ່ງເຮືອງຂອງລາຊະວົງຈຳບູຮານ, ເຊິ່ງປາກົດໃຫ້ເຫັນໃນທຸກໆການວາງດິນຈີ່ ແລະ ທຸກໆຮູບປັ້ນແກະສະຫຼັກທີ່ພັນລະນາເຖິງຊີວິດການເປັນຢູ່ຂອງຊຸມຊົນ ແລະ ສາສະໜາ.
ວັດວາອາຮາມຢູ່ທີ່ນີ້ຖືກສ້າງຂຶ້ນຢ່າງລະອຽດ, ດ້ວຍການແກະສະຫຼັກທີ່ສັບຊ້ອນ ແລະ ເປັນເອກະລັກ. ລັກສະນະທີ່ໂດດເດັ່ນທີ່ສຸດແມ່ນເຕັກນິກການກໍ່ສ້າງ - ແຕ່ລະດິນຈີ່ຖືກເຜົາ ແລະ ຕັດເປັນທ່ອນທີ່ຊັດເຈນ, ວາງຊ້ອນກັນໂດຍບໍ່ໃຊ້ວັດສະດຸກາວໃດໆ. ເຖິງວ່າຈະຜ່ານການສຳຜັດກັບທຳມະຊາດມາຫຼາຍສັດຕະວັດ, ແຕ່ໂຄງສ້າງເຫຼົ່ານີ້ຍັງຄົງຢູ່ຄືເກົ່າ, ເຊິ່ງເປັນຄວາມລຶກລັບທີ່ຍັງບໍ່ໄດ້ຮັບການແກ້ໄຂ. ຍ້ອນຄຸນຄ່າທາງວັດທະນະທຳທີ່ໂດດເດັ່ນ, ໝີເຊີນໄດ້ຮັບການຮັບຮອງເປັນມໍລະດົກໂລກທາງວັດທະນະທຳຂອງອົງການ UNESCO ໃນປີ 1999.
ດ້ວຍເສັ້ນຜ່າສູນກາງພຽງ 2 ກິໂລແມັດ, ໝີເຊີນຖືກອ້ອມຮອບດ້ວຍຮ່ອມພູທີ່ໂດດດ່ຽວ, ອ້ອມຮອບດ້ວຍພູຜາປ່າໄມ້ທີ່ສວຍງາມ. ທາງເຂົ້າຫຼັກນຳໄປສູ່ສະຖານທີ່ໃຈກາງຜ່ານທາງຍ່າງ 1 ກິໂລແມັດ. ສຳລັບຜູ້ທີ່ບໍ່ຕ້ອງການຍ່າງ, ມີລົດຮັບສົ່ງໄຟຟ້າໃຫ້ບໍລິການ. ໄກນຳທ່ຽວທີ່ສາມາດເວົ້າໄດ້ຫຼາຍພາສາແມ່ນພ້ອມທີ່ຈະຊ່ວຍເຫຼືອນັກທ່ອງທ່ຽວທີ່ສົນໃຈຢາກຮຽນຮູ້ປະຫວັດສາດຂອງໝີເຊີນ.
ເມື່ອບໍ່ດົນມານີ້, ວັດຖຸບູຮານຫຼາຍກວ່າ 1,600 ຊິ້ນຈາກທັງໝົດ 1,800 ຊິ້ນທີ່ພົບເຫັນຢູ່ໝີເຊີນໄດ້ຖືກປ່ຽນເປັນລະບົບດິຈິຕອນ. ທຸກພາກສ່ວນຂອງສະຖານທີ່ແມ່ນມີລະຫັດ QR ແລະ ຄູ່ມືສຽງອັດຕະໂນມັດທີ່ມີໃຫ້ບໍລິການໃນຫົກພາສາ (ຫວຽດນາມ, ອັງກິດ, ຝຣັ່ງ, ເກົາຫຼີ, ຍີ່ປຸ່ນ, ແລະ ຈີນ). ຄ່າເຂົ້າຊົມແມ່ນສົມເຫດສົມຜົນ.