ພິທີເຊັນສັນຍາການຍົກເວັ້ນວີຊາລະຫວ່າງຫວຽດນາມ ແລະ ກາຊັກສະຖານ
ຕາມນັ້ນ, ພົນລະເມືອງຂອງສອງປະເທດ, ຖ້າຖືໜັງສືຜ່ານແດນແຫ່ງຊາດທີ່ຖືກຕ້ອງຕາມກົດໝາຍທີ່ມີອາຍຸຢ່າງໜ້ອຍ 6 ເດືອນ, ສາມາດເຂົ້າ, ອອກ, ຜ່ານແດນ ແລະ ພັກເຊົາຊົ່ວຄາວຢູ່ໃນດິນແດນຂອງອີກປະເທດໜຶ່ງໄດ້ພາຍໃນ 30 ວັນ ນັບແຕ່ເວລາເຂົ້າເມືອງ.
ຂໍ້ຕົກລົງກ່ຽວກັບການຍົກເວັ້ນວີຊາຈະປະກອບສ່ວນເຂົ້າໃນການເສີມຂະຫຍາຍການຮ່ວມມືດ້ານການທ່ອງທ່ຽວ ແລະ ການແລກປ່ຽນປະຊາຊົນລະຫວ່າງຫວຽດນາມ ແລະ ກາຊັກສະຖານ.