ໝາຍເຫດ: ຂ່າວລ່າສຸດກ່ຽວກັບຈຸດໝາຍ, ປະສົບການ ແລະ ການທ່ອງທ່ຽວໃນ Vietnam ສຳຫຼວດດຽວນີ້ →

ທາງລົດໄຟຫວຽດນາມ, ການເດີນທາງດ້ວຍລົດໄຟອັນໜ້າອັດສະຈັນຂອງໂລກ

ການເດີນທາງດ້ວຍລົດໄຟບໍ່ແມ່ນພຽງຮູບພາບໃນປຶ້ມອີກຕໍ່ໄປ. ຫວຽດນາມມີເສັ້ນທາງການເດີນທາງດ້ວຍລົດໄຟອັນໜ້າອັດສະຈັນແຕ່ເໜືອຮອດໃຕ້ ເພື່ອໃຫ້ນັກທ່ອງທ່ຽວໄດ້ຄົ້ນຫາຫວຽດນາມແບບຊ້າໆ ແຕ່ເລິກເຊິ່ງກວ່າເກົ່າ. ຈອງຕ໋ອງ ແລະ ອອກເດີນທາງດ້ວຍລົດໄຟໃນຫວຽດນາມ. ລົດໄຟດ່ວນລວມຊາດ (Reunification Express) ທີ່ມີຊື່ສຽງຈະພາທ່ານເດີນທາງຜ່ານທົ່ວປະເທດ ເພື່ອຊົມຄວາມງາມຂອງໝູ່ບ້ານ, ຕົວເມືອງ, ໂນນພູຂຽວສົດງົດງາມ, ທົ່ງນາອັນກວ້າງໃຫຍ່ ແລະ ໝອກບາງໆ ຕາມເສັ້ນທາງການເດີນທາງຢ່າງເພີດເພີນ.

ລົດໄຟ

 

ລົດໄຟດ່ວນລວມຊາດ (The Reunification Express)

ທາງລົດໄຟໄດ້ຖືກສ້າງຂຶ້ນໃນປີ 1881, ໂດຍແລ່ນຕາມແຄມຝັ່ງທະເລເປັນຫຼັກ ໃນໄລຍະທາງ 1,072 ໄມລ໌ ທີ່ເຊື່ອມຕໍ່ຈາກ ຮ່າໂນ້ຍ ຫາ ນະຄອນໂຮ່ຈີມິນ. ລົດໄຟດ່ວນລວມຊາດ (Reunification Express) ຂອງຫວຽດນາມ ມີ 6 ຂະບວນທີ່ແຕກຕ່າງກັນ, ແລ່ນຕາມຕາຕະລາງລະຫວ່າງ ນະຄອນໂຮ່ຈີມິນ ຢູ່ທາງໃຕ້ ແລະ ຮ່າໂນ້ຍ ຢູ່ທາງເໜືອ. ບ່ອນນັ່ງມີຕັ້ງແຕ່ຕູ້ຕາມີນອນ, ບ່ອນນັ່ງທໍາມະດາ ແລະ ບ່ອນນັ່ງນຸ້ມ.  

ຂຶ້ນລົດໄຟດ່ວນ, ເອນກາຍໃນຕູ້ນອນທີ່ອົບອຸ່ນ ພ້ອມຈອກຊາໃນມືໜຶ່ງ ແລະ ປຶ້ມອ່ານຫຼິ້ນໃນອີກມືໜຶ່ງ ໃນຂະນະທີ່ລົດໄຟມຸ່ງໜ້າຈາກຈຸດໝາຍໜຶ່ງໄປຫາອີກຈຸດໝາຍໜຶ່ງ. ປ່ອຍສາຍຕາມອງອອກໄປນອກປ່ອງຢ້ຽມ, ທັດສະນີຍະພາບທີ່ຜ່ານໄປຈະບໍ່ເຮັດໃຫ້ທ່ານຜິດຫວັງ. ມຸມມອງອັນພິເສດສູ່ຫວຽດນາມ, ຫ້ອງຄົວ, ສວນຫຼັງບ້ານ, ແລະ ຮອກຊອຍ ພ້ອມທັງທະເລຕາເວັນອອກອັນມີສະເໜ່ທີ່ຕ້ອນຮັບຜູ້ໂດຍສານດ້ວຍນ້ໍາທະເລສີຟ້າຈາງໆ ແລະ ຫາດຊາຍສີຄຣີມທີ່ຢາດຍາວຕາມແຄມຟອງທະເລ.

ໃຊ້ເວລາປະມານສອງຄືນໃນການເດີນທາງຕາມເສັ້ນທາງຫຼັກຂອງປະເທດລົງໄປຫາ ນະຄອນໂຮ່ຈີມິນ, ເສັ້ນທາງນີ້ຜ່ານຈຸດໝາຍປາຍທາງສໍາຄັນ ເຊັ່ນ: ຍາຈາງ, ໂຮ່ຍອານ, ດ່ານັງ, ແລະ ເຫ້ວ. ຕະຫຼອດເສັ້ນທາງຈາກ ເຫ້ວ ຫາ ດ່ານັງ, ຜູ້ໂດຍສານຈະໄດ້ມີໂອກາດສຳພັດກັບປ່າໄມ້ທີ່ຂຶ້ນໜາແໜ້ນອ້ອມຂະບວນລົດໄຟ, ໃບໄມ້ທີ່ສຽດສີຂ້າງຕູ້ລົດໄຟ ແລະ ແສງແດດອຸ່ນໆ ທີ່ສ່ອງຜ່ານປ່ອງຢ້ຽມ.

ຮ່າໂນ້ຍ

ຮ່າໂນ້ຍ

ນະຄອນໂຮ່ຈີມິນ

ນະຄອນໂຮ່ຈີມິນ

ເຫ້ວ

ເຫ້ວ

ດ່ານັງ

ດ່ານັງ

ຍາຈາງ

ຍາຈາງ

ນັກທ່ອງທ່ຽວສາມາດແວ່ພັກໂດຍການລົງທີ່ສະຖານີລົດໄຟເຫ້ວ, ເພີດເພີນກັບໜຶ່ງ ຫຼື ສອງຄືນໃນນະຄອນບູຮານ, ຄົ້ນຫາພະລາຊະວັງ, ສຸສານຈັກກະພັດ ມິນມ້າງ (Minh Mang), ຕືດຶກ (Tu Duc), ຂາຍດິ້ງ (Khai Dinh) ແລະ ຜ່ອນຄາຍເທິງເຮືອຢູ່ແມ່ໜ້າຫອມ (Perfume River), ຮັບຟັງການຂັບຮ້ອງສິນລະປະດັ້ງເດີມ “Nha Nhac” (ດົນຕີລາຊະສຳນັກຫວຽດນາມ) ທີ່ໄດ້ຮັບການຮັບຮອງຈາກ UNESCO ໃຫ້ເປັນມໍລະດົກວັດທະນະທຳໂລກ ພ້ອມກັບລິ້ມລອງອາຫານຈານເດັດຂອງເຫ້ວ. ກັບຄືນສູ່ເສັ້ນທາງຫຼັກ, ນັກທ່ອງທ່ຽວສາມາດຂຶ້ນລົດໄຟທີ່ເຊື່ອມຕໍ່ ເຫ້ວ ແລະ ດ່ານັງ ທີ່ມີຊື່ວ່າ “Connecting Central Heritage”. ມີລົດໄຟ 2 ຄູ່ ທີ່ມີໝາຍເລກ HD1/2 ແລະ HD3/4 ລະຫວ່າງ ເຫ້ວ ແລະ ດ່ານັງ. ກວດເບິ່ງຕາຕະລາງເວລາທີ່ແນ່ນອນໄດ້ໃນເວັບໄຊຂອງທາງລົດໄຟຫວຽດນາມ (VNR). ໃນລະຫວ່າງການເດີນທາງ, ນອກຈາກການເພີດເພີນກັບການຂັບຮ້ອງສິນລະປະດັ້ງເດີມ ແລະ ການຫຼິ້ນເຄື່ອງດົນຕີຕະຫຼອດເສັ້ນທາງແລ້ວ, ລົດໄຟຈະຈອດຢູ່ສະຖານີ ລັງໂກ (Lang Co Station) ເປັນເວລາ 10 ນາທີ ເພື່ອໃຫ້ນັກທ່ອງທ່ຽວໄດ້ຊົມຄວາມງາມ, ເຊັກອິນ ແລະ ຖ່າຍຮູບຢູ່ອ່າວ ລັງໂກ (Lang Co Bay) - ໜຶ່ງໃນອ່າວທີ່ງາມທີ່ສຸດໃນໂລກ.

ລົດໄຟ ເຫ້ວ - ດ່ານັງ

ລົດໄຟ ເຫ້ວ - ດ່ານັງ

ມໍລະດົກ

ຫາດຊາຍລັງໂກ

ຫາດຊາຍ ລັງໂກ (Lang Co Beach)

ເສັ້ນທາງລົດໄຟອື່ນໆ ໃນຫວຽດນາມ ທີ່ຄວນລອງຂຶ້ນ ລວມມີ: ທາງລົດໄຟໄຕ່ພູອັນຕາຕະລຶງ ມ່ອງຮົວ - ຊາປາ (Muong Hoa - Sa Pa) ທີ່ເຊື່ອມຕໍ່ນັກທ່ອງທ່ຽວສູ່ພູຜາອັນຕາຕະລຶງ ແລະ ໝູ່ບ້ານດັ້ງເດີມ, ການເດີນທາງດ້ວຍລົດໄຟ 45 ນາທີ ອັນເພີດເພີນຈາກ ດາລາດ (Da Lat) ຫາ ໄຈ້ໝາດ (Trai Mat), ການຜະຈົນໄພດ້ວຍລົດໄຟ ດ່ານັງ - ກຸຍເຍີນ (Da Nang - Quy Nhon) ຢູ່ພາກກາງຕອນໃຕ້ຂອງຫວຽດນາມ,...

ຊາປາ

ລົດໄຟ ມ່ອງຮົວ - ຊາປາ (Muong Hoa - Sa Pa)

ການເດີນທາງເທິງເສັ້ນທາງລົດໄຟທີ່ງົດງາມທີ່ສຸດໃນຫວຽດນາມ ຈະເປັນການຜະຈົນໄພທີ່ບໍ່ມີວັນລືມ ພ້ອມດຳດິ່ງກັບຄວາມງາມອັນເປັນເອກະລັກຂອງທຳມະຊາດ ແລະ ວັດທະນະທຳ.