ເມື່ອໄປຢ້ຽມຢາມປະເທດໃດໜຶ່ງ, ເຮົາຕ້ອງໄດ້ລອງຊິມເຄື່ອງດື່ມມຶນເມົາທ້ອງຖິ່ນ. ດ້ວຍທົ່ງນາອັນກວ້າງໃຫຍ່, ‘bia hoi’ ແລະ ເຫຼົ້າຕົ້ມທ້ອງຖິ່ນ, ປະເທດຫວຽດນາມ ເປັນທີ່ຮູ້ຈັກກັນດີກັບເບຍ ແລະ ເຫຼົ້າເຂົ້າ, ບໍ່ແມ່ນເຫຼົ້າອະງຸ່ນ. ແຕ່ສວນອະງຸ່ນອັນຂຽວສົດງາມຫຼາຍເອເຄີ ສາມາດພົບໄດ້ໃນສະຖານທີ່ທີ່ນັກທ່ອງທ່ຽວໜ້ອຍຄົນຮູ້ຈັກ, ເຊິ່ງເປັນບ່ອນທີ່ການປູກອະງຸ່ນກຳລັງຂະຫຍາຍຕົວ: Ninh Thuan, ຕາມຊາຍຝັ່ງຕອນໃຕ້ພາກກາງ. ແຂວງທີ່ຮູ້ຈັກກັນດີໃນເລື່ອງຫາັດຊາຍ, ໂບຮານສະຖານ Cham ແລະ ອຸທິຍານແຫ່ງຊາດ Nui Chua ຍັງເປັນບ່ອນຕັ້ງຂອງຟາມຜະລິດເຫຼົ້າອະງຸ່ນທີ່ເປີດໃຫ້ສາທາລະນະຊົນເຂົ້າຊົມ ເພື່ອສຳຜັດກັບມື້ພັກຜ່ອນທີ່ເພີດເພີນ, ໄດ້ຄວາມຮູ້ ແລະ ແຊບຊ້ອຍ.
ແຕ່ໃນຄວາມເປັນຈິງແລ້ວ, ປະເທດນີ້ຮ້ອນ ແລະ ອົບເອົ້າເກີນໄປສຳລັບການຜະລິດເຫຼົ້າອະງຸ່ນບໍ? ສ່ວນໃຫຍ່ແລ້ວແມ່ນແນວນັ້ນ. ແຕ່ກໍຍັງມີເຂດທີ່ເຢັນກວ່າ, ລວມທັງ Ninh Thuan, ທີ່ມີພຽງ 2 ລະດູຄື ລະດູຝົນ ແລະ ລະດູແລ້ງ ຕະຫຼອດປີ – ເຊິ່ງເປັນດິນແດນທີ່ສົມບູນແບບສຳລັບໃຫ້ຕົ້ນອະງຸ່ນເຕີບໂຕ ແລະ ຈະເລີນເຕີບໃຫຍ່.
ປັດຈຸບັນ, Ninh Thuan ເປັນແຫຼ່ງຜະລິດອະງຸ່ນທີ່ໃຫຍ່ທີ່ສຸດຂອງປະເທດ, ເປັນບ່ອນຕັ້ງຂອງຟາມເຫຼົ້າອະງຸ່ນປະມານ 20 ກວ່າແຫ່ງ. ເມື່ອອະງຸ່ນສຸກ, ໂຮງຜະລິດເຫຼົ້າອະງຸ່ນຈະຊື້ອະງຸ່ນໄປໝັກບັກຢູ່ Da Lat. ໂຮງງານອື່ນໆ ໃນ Ninh Thuan ແມ່ນນຳໃຊ້ອະງຸ່ນເພື່ອປຸງແຕ່ງເປັນຜະລິດຕະພັນຂອງຕົນເອງ ເຊັ່ນ: ແຢມ, ເຫຼົ້າອະງຸ່ນ ແລະ ນ້ຳເຜິ້ງ.
ແຫຼ່ງທີ່ມາ: ອິນເຕີເນັດ
ໃນປີ 2019, ເທດສະການອະງຸ່ນ ແລະ ເຫຼົ້າອະງຸ່ນ Ninh Thuan ໄດ້ຈັດຂຶ້ນໃນທ້າຍເດືອນເມສາ ໃນຊ່ວງເວລາເກັບກ່ຽວ, ເຊິ່ງລວມມີການທ່ອງທ່ຽວສວນອະງຸ່ນ, ງານວາງສະແດງການຄ້າ, ພິທີການ ແລະ ການແຂ່ງຂັນສຳລັບຊົນເຜົ່າສ່ວນນ້ອຍຢູ່ທີ່ນັ້ນ, ເທດສະການຖະໜົນ ແລະ ອື່ນໆ ອີກຫຼາຍຢ່າງ.
ແຫຼ່ງທີ່ມາ: ອິນເຕີເນັດ
ແຕ່ເພື່ອສຳຜັດກັບຄວາມງາມອັນໂດດເດັ່ນຂອງການຍ່າງຫຼິ້ນໃນສວນອະງຸ່ນດ້ວຍໂຕທ່ານເອງ, ໃນຊ່ວງເວລາໃດກໍຕາມຂອງປີ, ທ່ານສາມາດໄປຢ້ຽມຢາມຟາມອະງຸ່ນໜຶ່ງໃນຫຼາຍໆ ແຫ່ງທີ່ເປີດໃຫ້ສາທາລະນະຊົນເຂົ້າຊົມ, ຕົວຢ່າງ:
ບົດທີ 01 —
ສວນອະງຸ່ນ Ba Moi (Trang Trai Nho Ba Moi)
ໜຶ່ງໃນຜູ້ບຸກເບີກການປູກອະງຸ່ນໃນພື້ນທີ່ນີ້ຄື ທ່ານ Nguyen Van Ba, ເຈົ້າຂອງ Ba Moi. ສວນອະງຸ່ນຂອງເພິ່ນເປີດຕ້ອນຮັບນັກທ່ອງທ່ຽວ ລວມທັງຊາວນາ ແລະ ນັກວິທະຍາສາດທີ່ສົນໃຈໃນການປູກອະງຸ່ນ. ຕະຫຼອດຫຼາຍປີທີ່ຜ່ານມາ, ‘ລຸງ Ba Moi’ ໄດ້ທົດລອງປູກອະງຸ່ນຫຼາຍສາຍພັນ, ແລະ ເພິ່ນມີຄວາມກະຕືລືລົ້ນທີ່ຈະແບ່ງປັນຄວາມຫຼົງໄຫຼໃນການປູກອະງຸ່ນໃຫ້ກັບແຂກຜູ້ມາຢາມ.
ໃນຂະນະທີ່ທ່ານຍ່າງເລາະຜ່ານເຄືອອະງຸ່ນອັນສວຍງາມ, ເພິ່ນຈະແບ່ງປັນຄວາມຮູ້ກ່ຽວກັບການປູກໝາກໄມ້ລົດຊາດສົ້ມຫວານໂດຍບໍ່ໃຊ້ຝຸ່ນເຄມີ ຫຼື ຢາກຳຈັດສັດຕູພືດໃດໆ. ຖ້າທ່ານມາຢ້ຽມຢາມໃນຊ່ວງເວລາເກັບກ່ຽວ, ທ່ານຍັງສາມາດມີສ່ວນຮ່ວມໃນການຄັດແຍກອະງຸ່ນໄດ້ອີກດ້ວຍ. ທ່ານຍັງສາມາດເບິ່ງຄົນງານໃນຟາມທຳຄວາມສະອາດ ແລະ ຍ່ອຍອະງຸ່ນກ່ອນທີ່ຈະອັດຝາໝັກໄວ້.
ສະຖານທີ່: ບ້ານ Hiep Hoa (ຫ່າງຈາກເມືອງ Phan Rang ປະມານ 7 ກິໂລແມັດ), ຕາແສງ Phuoc Thuan, ເມືອງ Ninh Phuoc, ແຂວງ Ninh Thuan.
ບົດທີ 02 —
ສວນອະງຸ່ນ Thai An
ໜຶ່ງໃນສວນອະງຸ່ນທີ່ໃຫຍ່ທີ່ສຸດໃນແຂວງ - ເປີດສວນອະງຸ່ນຕ້ອນຮັບສາທາລະນະຊົນຢ່າງກະຕືລືລົ້ນ ເຊິ່ງເປັນສ່ວນໜຶ່ງຂອງການທ່ອງທ່ຽວແບບຍືນຍົງໃນພື້ນທີ່. ນັກທ່ອງທ່ຽວຈຳນວນຫຼາຍຂຶ້ນເລື້ອຍໆ ໄດ້ມາຢ້ຽມຢາມເພື່ອຊິມຜະລິດຕະພັນຂອງພວກເຂົາ ເຊັ່ນ: ນ້ຳເຊື່ອມອະງຸ່ນ ແລະ ໝາກໄມ້ແຫ້ງ, ເຊິ່ງພວກເຂົາໄດ້ພັດທະນາປັບປຸງຢ່າງຕໍ່ເນື່ອງ.
ເນື່ອງຈາກຫຼາຍຄອບຄົວເປັນເຈົ້າຂອງໄຮ່ອະງຸ່ນຢູ່ທີ່ນີ້, ແຕ່ລະໄຮ່ຈຶ່ງມີຮົ້ວອ້ອມຮອບ ແລະ ມີປ້າຍນ້ອຍໆ ສະແດງຊື່ຂອງຟາມ. ແວ່ພັກທີ່ໂຕະ ແລະ ຕັ່ງທີ່ຈັດໄວ້ເພື່ອຮັບປະທານອາຫານວ່າງໝາກໄມ້ ແລະ ຈິບເຫຼົ້າອະງຸ່ນ, ພ້ອມທັງຮຽນຮູ້ເພີ່ມເຕີມກ່ຽວກັບຂັ້ນຕອນການປູກ ແລະ ການເກັບກ່ຽວ. ກ່ອນກັບ, ຢ່າລືມຊື້ຜະລິດຕະພັນບາງຢ່າງກັບບ້ານ. ເຊິ່ງລວມມີອະງຸ່ນແຫ້ງອັນແຊບຊ້ອຍ ແລະ ນ້ຳເຊື່ອມໝາກໄມ້ທີ່ບຳລຸງຮ່າງກາຍ.
ສະຖານທີ່: ຕາແສງ Vinh Hai, ເມືອງ Ninh Hai (ຫ່າງຈາກເມືອງ Phan Rang ປະມານ 30 ກິໂລແມັດ ໄປທາງຕາເວັນອອກສ່ຽງເໜືອ).
ແຫຼ່ງທີ່ມາ: ອິນເຕີເນັດ

