ໝາຍເຫດ: ຂ່າວລ່າສຸດກ່ຽວກັບຈຸດໝາຍ, ປະສົບການ ແລະ ການທ່ອງທ່ຽວໃນ Vietnam ສຳຫຼວດດຽວນີ້ →
vietnam visa survey

ບັນດາຜູ້ນຳຂະແໜ່ງທ່ອງທ່ຽວເປີດຕົວການສຳຫຼວດດ້ານການທ່ອງທ່ຽວ ເພື່ອປັບປຸງນະໂຍບາຍວີຊາ

Jan 23, 2019 | ຂ່າວປະຊາສຳພັນ

ຮ່າໂນ້ຍ, ຫວຽດນາມ (22 ມັງກອນ 2019) — ສະພາທີປຶກສາດ້ານການທ່ອງທ່ຽວຂອງຫວຽດນາມ (TAB) ກຳລັງເຊີນຊວນນັກທ່ອງທ່ຽວທີ່ເພິ່ງເດີນທາງມາຫວຽດນາມ ເພື່ອສົ່ງຄຳຕອບຮັບກ່ຽວກັບປະສົບການການຂໍວີຊາຂອງພວກເຂົາ ເຊິ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມຢ່າງຕໍ່ເນື່ອງໃນການປັບປຸງນະໂຍບາຍວີຊາສຳລັບນັກທ່ອງທ່ຽວ.

TAB ເຊິ່ງເປັນພັນທະມິດຂອງຜູ້ມີສ່ວນຮ່ວມໃນອຸດສາຫະກຳການທ່ອງທ່ຽວຊັ້ນນຳຂອງຫວຽດນາມ ໄດ້ເປີດຕົວການສຳຫຼວດວີຊາທາງອອນລາຍໃນອາທິດທີ່ແລ້ວ. ສະພາຕັ້ງເປົ້າໝາຍທີ່ຈະເກັບຮວບຮວມຄຳຕອບເປັນຈຳນວນຫຼາຍ ເພື່ອຍື່ນຕໍ່ລັດຖະບານຫວຽດນາມໃນບົດລາຍງານຢ່າງເປັນທາງການ. ໃນອະດີດ TAB ໄດ້ປະສົບຜົນສຳເລັດໃນການຜັກດັນໃຫ້ເກີດການປ່ຽນແປງນະໂຍບາຍ ລວມທັງການຂະຫຍາຍໂຄງການຍົກເວັ້ນວີຊາຂອງຫວຽດນາມ.

ການສຳຫຼວດໃຊ້ເວລາໜ້ອຍກວ່າ 10 ນາທີໃນການຕອບທາງອອນລາຍ ແລະ ເປີດໃຫ້ສຳລັບນັກທ່ອງທ່ຽວທີ່ໄດ້ເດີນທາງມາຫວຽດນາມພາຍໃນ 3 ເດືອນທີ່ຜ່ານມາ ລວມທັງຜູ້ທີ່ກຳລັງວາງແຜນການເດີນທາງ. ນັກທ່ອງທ່ຽວທີ່ສົນໃຈສາມາດຊອກຫາລິ້ງຫາແບບຟອມການສຳຫຼວດໄດ້ທີ່ເວັບໄຊການທ່ອງທ່ຽວແຫ່ງຊາດ — www.vietnam.travel — ແລະ ເພຈ Facebook ແລະ LinkedIn ຢ່າງເປັນທາງການຂອງ TAB.

ບັນດາຜູ້ນຳຂອງ TAB ກ່າວວ່າ ການສຳຫຼວດນີ້ແມ່ນໂອກາດສຳລັບນັກທ່ອງທ່ຽວທີ່ຈະໃຫ້ມຸມມອງໂດຍຕົງກ່ຽວກັບໂຄງການວີຊາທີ່ມີຢູ່ໃນປະຈຸບັນຂອງຫວຽດນາມ ລວມທັງເປັນໂອກາດໃຫ້ເຈົ້າໜ້າທີ່ການທ່ອງທ່ຽວໄດ້ເຂົ້າໃຈເຖິງອຸປະສັກຕ່າງໆ ທີ່ກ່ຽວຂ້ອງກັບນະໂຍບາຍວີຊາ. 

ສະພາກຳລັງຮ້ອງຂໍໃຫ້ສະມາຊິກໃນອຸດສາຫະກຳການທ່ອງທ່ຽວພາຍໃນປະເທດ ລວມທັງຜູ້ປະກອບການທົວ ແລະ ໂຮງແຮມ ແບ່ງປັນການສຳຫຼວດວີຊານີ້ໃຫ້ກັບແຂກຂອງພວກເຂົາ ໃນຄວາມພະຍາຍາມຮ່ວມກັນເພື່ອເຮັດໃຫ້ຫວຽດນາມເປັນຈຸດໝາຍປາຍທາງທີ່ມີຄວາມສາມາດໃນການແຂ່ງຂັນ ແລະ ດຶງດູດໃຈຫຼາຍຂຶ້ນໃນພູມິພາກ. 

ເບິ່ງແບບສຳຫຼວດໄດ້ທີ່ລິ້ງນີ້: https://goo.gl/forms/VbJblcC9pKzeoXdl2

 

###

 

ກ່ຽວກັບສະພາທີປຶກສາດ້ານການທ່ອງທ່ຽວ
 
ສະພາທີປຶກສາດ້ານການທ່ອງທ່ຽວ (TAB) ໄດ້ຮັບການຕາງໜ້າໂດຍຜູ້ມີສ່ວນຮ່ວມໃນອຸດສາຫະກຳການທ່ອງທ່ຽວຊັ້ນນຳຂອງຫວຽດນາມ ແລະ ໄດ້ຮ່ວມມືແບບຮ່ວມທຸລະກິດລະຫວ່າງພາຄີລັດ-ເອກະຊົນກັບອົງການທ່ອງທ່ຽວແຫ່ງຊາດຫວຽດນາມ (VNAT). TAB ປະກອບມີຕົວແທນຈາກຜູ້ນຳອຸດສາຫະກຳຢ່າງກວ້າງຂວາງໃນຂະແໜ່ງການທ່ອງທ່ຽວ ແລະ ການເດີນທາງຂອງຫວຽດນາມ. ພັນທະກິດຂອງ TAB ແມ່ນການເພີ່ມຂີດຄວາມສາມາດໃນການແຂ່ງຂັນຂອງຫວຽດນາມ ໃນຖານະຈຸດໝາຍປາຍທາງການທ່ອງທ່ຽວ ແລະ ການເດີນທາງທີ່ຍືນຍົງ ໂດຍການນຳໃຊ້ຊັບພະຍາກອນຂອງພາຄີລັດ ແລະ ເອກະຊົນຂອງປະເທດ ເພື່ອສ້າງຍຸດທະສາດອຸດສາຫະກຳທີ່ຄົບຖ້ວນ ແລະ ເປັນເອກະພາບ. TAB ຂໍຂອບໃຈຜູ້ອຸປະຖຳ: Asia DMC, Muong Thanh Group, Saigontourist Holding Company, Sun Group, Thien Minh Group, BIM Land, Vietnam Airlines ແລະ VinGroup  -- ເຊິ່ງແຕ່ລະບໍລິສັດໄດ້ປະກອບສ່ວນເຂົ້າໃນກອງທຶນບໍລິຫານຂອງເອກະຊົນ ທີ່ອຸທິດໃຫ້ແກ່ການສົ່ງເສີມການທ່ອງທ່ຽວໃນຫວຽດນາມ.