
ຮາໂນ້ຍ, ຫວຽດນາມ (4 ທັນວາ 2018) -- ນັກເດີນທາງສາມາດບິນຈາກນະຄອນໂຮ່ຈີມິນ ໄປຍັງສະໜາມບິນສາກົນ ວັນດົນ ຂອງແຂວງ ກວາງນິງ ໂດຍຜ່ານ ທ່ຽວບິນໃໝ່ຈາກ Vietnam Airlines, ເລີ່ມຕັ້ງແຕ່ວັນທີ 30 ທັນວາ 2018.
ທ່ຽວບິນປະຈຳວັນຈະດຳເນີນການດ້ວຍເຄື່ອງບິນ Airbus A321 ແລະ ຈະອອກເດີນທາງຈາກສະໜາມບິນສາກົນ ໂຕ່ນເຊີນເຍີດ ເວລາ 14:00 ໂມງ ແລະ ຈາກສະໜາມບິນສາກົນ ວັນດົນ ເວລາ 16:45 ໂມງ ໂດຍໃຊ້ເວລາບິນປະມານສອງ ຊົ່ວໂມງ ແລະ ຫ້າ ນາທີ.
ເພື່ອສະເລີມສະຫຼອງເສັ້ນທາງບິນໃໝ່ນີ້, Vietnam Airlines ໄດ້ເປີດໂຕ ລາຄາປີ້ທ່ຽວດຽວໂປຣໂມຊັນໃນຊັ້ນປະຢັດ, ເລີ່ມຕົ້ນພຽງ 800,000 ດົງ (ບໍ່ລວມພາສີ, ຄ່າທຳນຽມ ແລະ ຄ່າບໍລິການເພີ່ມເຕີມ.) ປີ້ມີວາງຈຳໜ່າຍຢູ່ທີ່ຫ້ອງປີ້, ຕົວແທນຈຳໜ່າຍ ແລະ ເວັບໄຊທາງການຂອງ Vietnam Airlines.
ບໍລິການໃໝ່ນີ້ຈະເພີ່ມຂີດຄວາມສາມາດເພື່ອຮອງຮັບຄວາມຕ້ອງການດ້ານການທ່ອງທ່ຽວ, ທຸລະກິດ ແລະ ການຄ້າທີ່ເພີ່ມຂຶ້ນ, ຮວມທັງເພີ່ມທະວີການເຊື່ອມຕໍ່ລະຫວ່າງ ພາກໃຕ້ ແລະ ພາກຕາເວັນອອກສ່ຽງເໜືອ ຂອງຫວຽດນາມ: ນະຄອນໂຮ່ຈີມິນ - ສູນກາງເສດຖະກິດ ແລະ ການເງິນທີ່ໃຫຍ່ທີ່ສຸດຂອງປະເທດ – ແລະ ແຂວງ ກວາງນິງ, ເຊິ່ງຈະກາຍເປັນເຂດເສດຖະກິດພິເສດໃນຫວຽດນາມໃນໄວໆນີ້.
ເພື່ອຕຽມຄວາມພ້ອມສຳລັບສິ່ງນີ້, Vietnam Airlines ໄດ້ຈັດຫາອຸປະກອນພາກພື້ນໃໝ່, ລະບົບເຊັກອິນຢູ່ສະໜາມບິນ, ສິ່ງອຳນວຍຄວາມສະດວກ ແລະ ໂຄງລ່າງພື້ນຖານທີ່ເໝາະສົມ ຕະຫຼອດຮອດການຝຶກອົບຮົມພະນັກງານຢ່າງເຂັ້ມງວດ, ເພື່ອຮັບປະກັນການເດີນທາງທີ່ຮາບຮື່ນ ແລະ ປອດໄພ ແລະ ດຶງດູດ ນັກທ່ອງທ່ຽວເຂົ້າມາມາກຂຶ້ນໃນຕະຫຼາດທີ່ກຳລັງເຕີບໂຕນີ້.
ສຳລັບຂໍ້ມູນເພີ່ມເຕີມ, ກະລຸນາເຂົ້າເບິ່ງ www.vietnamairlines.com, ຫຼື ຕິດຕໍ່ສູນບໍລິການລູກຄ້າໄດ້ທີ່ 1900 1100.
###
ກ່ຽວກັບ ສະໜາມບິນສາກົນ ວັນດົນ:
ເມືອງ ວັນດົນ ຂອງແຂວງ ກວາງນິງ ແມ່ນໜຶ່ງໃນສາມເຂດເສດຖະກິດພິເສດໃນຫວຽດນາມ. ການກໍ່ສ້າງສະໜາມບິນສາກົນ ວັນດົນ, ດ້ວຍມູນຄ່າການລົງທຶນທັງໝົດ 7.5 ພັນຕື້ ດົງ (330 ລ້ານ ໂດລາສະຫະລັດ), ຈະສຳເລັດພາຍໃນວັນທີ 30 ທັນວາ 2018. ສະໜາມບິນກວມເອົາເນື້ອທີ່ 288 ເຮັກຕາ ແລະ ມີສິ່ງອຳນວຍຄວາມສະດວກສະໜັບສະໜູນ, ອາຄານຜູ້ໂດຍສານ 2 ໂມດູນ ແລະ ພື້ນທີ່ຕາມພາລະກິດ. ຄາດວ່າມັນຈະຊ່ວຍສົ່ງເສີມເສດຖະກິດທ້ອງຖິ່ນ, ລວມທັງການທ່ອງທ່ຽວຢູ່ອ່າວ ຮະລອງ ທີ່ມີຊື່ສຽງໂດ່ງດັງໃນທົ່ວໂລກ. ສະໜາມບິນ ວັນດົນ ຄາດວ່າມີຕ້ອນຮັບຜູ້ໂດຍສານ 500.000 ຄົນໃນປີທຳອິດຂອງການເປີດດຳເນີນງານ ແລະ ມີຂີດຄວາມສາມາດປະຈຳປີປະມານ 2.5 ລ້ານຄົນໃນປີ 2020, ເຊິ່ງຈະເພີ່ມຂຶ້ນເປັນ 5 ລ້ານຄົນພາຍໃນປີ 2030.