
ຮ່າໂນ້ຍ, ຫວຽດນາມ (20 ເມສາ 2020) -- ໃນຂະນະທີ່ຫວຽດນາມຮ່ວມກັບປະເທດອື່ນໆ ໃນໂລກປະຕິບັດການເວັ້ນໄລຍະຫ່າງທາງສັງຄົມເພື່ອຕ້ານ COVID-19, ອົງການທ່ອງທ່ຽວຂອງປະເທດໄດ້ນຳສະເໜີຊຸດຂໍ້ມູນຕາມຫົວຂໍ້ ເພື່ອຊ່ວຍໃຫ້ນັກທ່ອງທ່ຽວຍັງຄົງມີການເຊື່ອມຕໍ່, ເກີດຄວາມຄິດສ້າງສັນ ແລະ ໄດ້ຮັບແຮງບັນດານໃຈ.
ຜູ້ທີ່ຕ້ອງໄດ້ຍົກເລີກ ຫຼື ຫຼຸດໄລຍະເວລາການເດີນທາງມາຫວຽດນາມ, ຫຼື ບໍ່ສາມາດເດີນທາງມາປະເທດນີ້ໄດ້ໃນປີນີ້ ອາດຈະເພີດເພີນກັບການຄົ້ນຫາຈັດກິດຈະກຳໃນຊຸດຂໍ້ມູນ ‘Stay At Home’, ເຊິ່ງສ້າງຂຶ້ນໂດຍກົມໃຫຍ່ທ່ອງທ່ຽວຫວຽດນາມ (VNAT) ຮ່ວມກັບສະພາທີ່ປຶກສາການທ່ອງທ່ຽວຫວຽດນາມ (TAB).
ຊຸດຂໍ້ມູນນີ້, ໃຫ້ບໍລິການຟຣີຢູ່ www.vietnam.travel, ປະກອບມີການທ່ອງທ່ຽວແບບມີສ່ວນຮ່ວມ 360 ອົງສາຂອງມໍລະດົກໂລກ UNESCO ທີ່ມີຊື່ສຽງຂອງຫວຽດນາມ, ສູດອາຫານທີ່ເຮັດງ່າຍສຳລັບອາຫານຫວຽດນາມຍອດນິຍົມ ເຊັ່ນ: ບັ໋ນມີ (banh mi) ແລະ ບຸ໋ນຈາ (bun cha), ຫນ້າຮູບພາບລະບາຍສີສະເຫຼີມສະຫຼອງໂມເມັ້ນຄລາສສິກຂອງຫວຽດນາມ, ແລະ ຂໍ້ສະເໜີແນະສຳລັບການຄົ້ນຫາທາງວັດທະນະທຳໃນປຶ້ມ, ດົນຕີ ແລະ ສິລະປະ. ອົງການທ່ອງທ່ຽວຍັງເຊີນຊວນນັກທ່ອງທ່ຽວໃນອະນາຄົດໃຫ້ຄົ້ນຫາຊີຣີ ‘My Vietnam’: ເຊິ່ງເປັນຄັງວິດີໂອທີ່ມີຄວາມຮູ້ເລິກເຊິ່ງ ແລະ ການສຳພາດສ່ວນຕົວ ກັບປະຊາຊົນທ້ອງຖິ່ນທົ່ວປະເທດ.
ເຖິງແມ່ນວ່າຊາຍແດນຂອງປະເທດຈະຖືກປິດຢ່າງເປັນທາງການຕັ້ງແຕ່ວັນທີ 22 ມີນາ, ແຕ່ອົງການທ່ອງທ່ຽວຫວັງວ່າຊຸດຂໍ້ມູນ ‘Stay at Home’ ຈະມອບສ່ວນໜຶ່ງຂອງຫວຽດນາມໃຫ້ກັບຜູ້ຢູ່ພາຍນອກ, ຈົນກວ່າປະເທດຈະພ້ອມຕ້ອນຮັບນັກທ່ອງທ່ຽວອີກຄັ້ງ. ຜູ້ນຳດ້ານການທ່ອງທ່ຽວກ່າວວ່າ ການດຳເນີນງານຢ່າງໄວວາ ແລະ ລະບົບການປ້ອງກັນທີ່ມີປະສິດທິພາບຂອງປະເທດ ໄດ້ເຮັດໃຫ້ຫວຽດນາມຢູ່ໃນຕຳແໜ່ງທີ່ແຂງແກ່ນໃນການກັບມາຮັບນັກທ່ອງທ່ຽວອີກຄັ້ງໃນໄວໆນີ້.
ຜູ້ທີ່ຕ້ອງການແບ່ງປັນປະສົບການຈາກການເດີນທາງມາຫວຽດນາມໃນອະດີດ ທ່ານສາມາດເຮັດໄດ້ໂດຍການແທັກ #MyVietnam ຫຼື @vietnamtourismboard ໃນ Facebook ແລະ Instagram, ຫຼື ສາມາດລຸ້ນຮັບຊຸດຂອງຂວັນໂດຍການເຂົ້າຮ່ວມກິດຈະກຳແຈກຂອງຂວັນໃນແພຼດຟອມໂຊເຊຽລຢ່າງເປັນທາງການຂອງຫວຽດນາມ.
ຫວ່າງມໍ່ໆນີ້ ຫວຽດນາມໄດ້ຈັດຕັ້ງສາຍດ່ວນການທ່ອງທ່ຽວພາສາອັງກິດສຳລັບນັກທ່ອງທ່ຽວທີ່ຍັງຄົງຢູ່ໃນປະເທດ. ຜູ້ທີ່ຕ້ອງການຄວາມຊ່ວຍເຫຼືອສາມາດໂທຫາ (+84) 378 173371 ໃນຊົ່ວໂມງລັດຖະການ ເພື່ອຂໍຄຳແນະນຳກ່ຽວກັບວີຊາ, ທີ່ພັກ, ບໍລິການອາຫານ ແລະ ອື່ນໆ. ນະໂຍບາຍໃໝ່, ການປິດບໍລິການ ແລະ ສະຖິຕິ ທີ່ກ່ຽວຂ້ອງກັບສະຖານະການ COVID-19 ໃນຫວຽດນາມ ແມ່ນໄດ້ຮັບການອັບເດດທຸກໆມື້ໃນເວັບໄຊການທ່ອງທ່ຽວແຫ່ງຊາດ.
ສຳລັບຂໍ້ມູນເພີ່ມເຕີມ ຫຼື ເພື່ອດາວໂຫຼດເອກະສານ ‘Stay At Home with Vietnam’, ກະລຸນາເຂົ້າເບິ່ງທີ່: www.vietnam.travel
###
ກ່ຽວກັບ TAB
ສະພາທີ່ປຶກສາການທ່ອງທ່ຽວ (TAB) ເປັນຕົວແທນໂດຍຜູ້ມີສ່ວນຮ່ວມດ້ານການທ່ອງທ່ຽວຊັ້ນນຳຂອງຫວຽດນາມ ແລະ ໄດ້ເຂົ້າຮ່ວມໃນພັນທະມິດຮ່ວມມືລະຫວ່າງພາກລັດ-ເອກະຊົນກັບກົມໃຫຍ່ທ່ອງທ່ຽວຫວຽດນາມ (VNAT). TAB ປະກອບດ້ວຍຕົວແທນຈາກຖານທີ່ກວ້າງຂວາງຂອງຜູ້ນຳອຸດສາຫະກຳໃນຂະແໜງການທ່ອງທ່ຽວ ແລະ ການເດີນທາງຂອງຫວຽດນາມ. ພັນທະກິດຂອງ TAB ແມ່ນເພື່ອເພີ່ມຂີດຄວາມສາມາດໃນການແຂ່ງຂັນຂອງຫວຽດນາມ ໃນຖານະທີ່ເປັນຈຸດໝາຍປາຍທາງການທ່ອງທ່ຽວ ແລະ ການເດີນທາງທີ່ຍືນຍົງ ໂດຍການນຳໃຊ້ຊັບພະຍາກອນພາກລັດ ແລະ ເອກະຊົນຂອງປະເທດ, ດັ່ງນັ້ນຈຶ່ງສ້າງຍຸດທະສາດອຸດສາຫະກຳທີ່ມີຄວາມສອດຄ່ອງ ແລະ ຄອບຄຸມ. TAB ສະແດງຄວາມຂອບໃຈຕໍ່ຜູ້ສະໜັບສະໜູນ: Asia DMC, Muong Thanh Group, Saigontourist Holding Company, Sun Group, Thien Minh Group, BIM Land, Vietnam Airlines ແລະ Vingroup -- ເຊິ່ງແຕ່ລະທ່ານໄດ້ປະກອບສ່ວນເຂົ້າໃນກອງທຶນທີ່ຄຸ້ມຄອງໂດຍເອກະຊົນທີ່ອຸທິດໃຫ້ແກ່ການສົ່ງເສີມການທ່ອງທ່ຽວໃນຫວຽດນາມ.
ສຳລັບຂໍ້ມູນເພີ່ມເຕີມ, ກະລຸນາຕິດຕໍ່:
ທ່ານນາງ Francesca Hughes - ຜູ້ຈັດການແບຣນດ໌
marketing@tabvietnam.vn
ທ່ານ Hoang Nhan Chinh - ກອງເລຂາ TAB
chinh@tabvietnam.vn