
ວັນທີ 25 ກໍລະກົດ 2019 (ດານັງ, ຫວຽດນາມ) -- InterContinental Danang Sun Peninsula Resort ໄດ້ຄວ້າຫຼາຍລາງວັນໃນງານ World’s Best Awards 2019 ໃນວັນທີ 12 ກໍລະກົດ. ຜູ້ໄດ້ຮັບລາງວັນໄດ້ຖືກປະກາດໂດຍ Travel + Leisure ທາງອອນລາຍ ແລະ ໃນວາລະສານສະບັບເດືອນສິງຫາ 2019.
World’s Best Awards ແມ່ນລາງວັນອັນມີກຽດໃນຂະແໜງການບໍລິການຕ້ອນຮັບ ແລະ ການທ່ອງທ່ຽວ, ເຊິ່ງຈັດຂຶ້ນໂດຍວາລະສານ Travel+Leisure, ໜຶ່ງໃນວາລະສານການທ່ອງທ່ຽວທີ່ມີຊື່ສຽງທີ່ສຸດໃນໂລກ. ຜູ້ຊະນະແມ່ນຖືກເລືອກເປັນປະຈຳປີໂດຍອີງໃສ່ຜົນໂຫວດຈາກຜູ້ອ່ານທົ່ວໂລກ.
ໃນປີນີ້, InterContinental Danang Sun Peninsula Resort ໄດ້ຖືກຍົກຍ້ອງໃນຫຼາຍລາຍຊື່, ລວມທັງ 100 ໂຮງແຮມອັນດັບຕົ້ນໆຂອງໂລກ, 15 ໂຮງແຮມຣີສອດອັນດັບຕົ້ນໆຂອງອາຊີ, ແລະ 10 ໂຮງແຮມຣີສອດອັນດັບຕົ້ນໆຂອງອາຊີຕາເວັນອອກສ່ຽງໃຕ້. HARNN Heritage Spa ຂອງຣີສອດຍັງໄດ້ຖືກຍົກໃຫ້ເປັນ ຣີສອດສະປາຫຣູຫຣາທີ່ດີທີ່ສຸດຂອງຫວຽດນາມ.
ຜູ້ຈັດການທົ່ວໄປ Seif Hamdy ກ່າວວ່າ, “ພວກເຮົາມີຄວາມປືຕິຍິນດີຢ່າງຍິ່ງທີ່ໄດ້ຮັບການຍອມຮັບຈາກຜູ້ອ່ານ Travel+Leisure ໃຫ້ເປັນໜຶ່ງໃນຣີສອດທີ່ດີທີ່ສຸດໃນພູມິພາກ ແລະ ໃນໂລກ. ລາງວັນເຫຼົ່ານີ້ແມ່ນຫຼັກຖານສະແດງເຖິງຄວາມທຸ່ມເທ ແລະ ຄວາມມຸ່ງໝັ້ນທີ່ທີມງານຂອງພວກເຮົາໄດ້ທຸ່ມເທເຂົ້າໃນການມອບປະສົບການຄວາມຫຣູຫຣາສະເພາະຕົວທີ່ບໍ່ຄືໃຜ, ພ້ອມດ້ວຍຄວາມອົບອຸ່ນ ແລະ ວັດທະນະທຳຫວຽດນາມຢ່າງແທ້ຈິງທີ່ແຂກຂອງພວກເຮົາມັກ.”
InterContinental Danang Sun Peninsula Resort ໄດ້ຖືກພັດທະນາໂດຍ Sun Group ແລະ ບໍລິຫານໂດຍ InterContinental Hotel Group.
ສຳລັບຂໍ້ມູນເພີ່ມເຕີມ ກະລຸນາເຂົ້າເບິ່ງ ເວັບໄຊທາງການຂອງ Sun Group.