ບົດທີ 01 —
ອ່າວ ຮ່າລອງ
ຮ່າລອງ, ທີ່ມີຄວາມໝາຍວ່າ “ບ່ອນທີ່ມັງກອນລົງສູ່ທະເລ,” ເປັນຈຸດໝາຍປາຍທາງອັນລຶກລັບທີ່ມີເລື່ອງເລົ່າພື້ນເມືອງເປັນຂອງຕົນເອງ. ຕາມຕຳນານເລົ່າວ່າ ເມື່ອດົນນານມາແລ້ວ, ເງັກຊຽນຮ່ອງເຕ້ ໄດ້ຮ້ອງຂໍໃຫ້ຄອບຄົວມັງກອນລົງມາຈາກສະຫວັນ ເພື່ອຂັບໄລ່ການຮຸກຮານທີ່ກຳລັງຈະເກີດຂຶ້ນ. ມັງກອນໄດ້ຢອດອຸບໂມງອັນຍະມະນີມໍລະກົດນັບພັນເມັດລົງສູ່ອ່າວ, ເຮັດໃຫ້ເກີດມີເກາະຫີນປູນອັນຕາສະຫງ່າຫຼາຍກວ່າ 1,900 ເກາະ ໂຜ່ຂຶ້ນມາຢ່າງອະລັງການຈາກຄວາມຮຽບສະຫງົບຂອງອ່າວໂຕັງກິນ.
ກິດຈະກຳທີ່ຄວນເຮັດຢູ່ອ່າວ ຮ່າລອງ
ອອກເຮືອໃນ ເຮືອພື້ນເມືອງ ແລະ ລ່ອງຜ່ານແທ່ງຫີນປູນສູງຕຶ້ຍ ໄປຍັງອ່າວ ແລະ ລາກູນ ທີ່ຊ່ອນຢູ່. ການພັກແຮມຄືນໜຶ່ງແມ່ນມີເວລາພຽງພໍທີ່ຈະຊຶມຊັບຄວາມລຶກລັບຂອງຮ່າລອງ, ແລະ ຊົມອ່າວ, ຖ້ຳນ້ອຍ ແລະ ຖ້ຳໃຫຍ່ ຫຼາຍແຫ່ງທີ່ຊ່ອນໂຕຢູ່ໃນໝູ່ເກາະ. ເມື່ອໝອກຄຸມຄົກເຂົ້າມາ, ຜາຫີນ ແລະ ໜ້າຜາທີ່ປົກຄຸມດ້ວຍປ່າດົງດິບກໍຍິ່ງເບິ່ງມີເສໜ່ຫຼາຍຂຶ້ນ.
ຕາມຮອຍໜັງ Kong ໃນອ່າວ ຮ່າລອງ
ທ່ານຈະຈົດຈຳຜາຫີນປູນອັນມີຊື່ສຽງຂອງຮ່າລອງໄດ້ທັນທີໃນໂປສເຕີຢ່າງເປັນທາງການຂອງຮູບເງົາ. ໃນຈໍຮູບເງົາ, ເມື່ອກອງທັບເຮລິຄອບເຕີທີ່ບັນທຸກທີມສຳຫຼວດ Monarch ລົງສູ່ເກາະກະໂຫຼກ, ແມ່ນຢູ່ບ່ອນນີ້ເອງທ່າມກາງໂຄງສ້າງຫີນປູນອັນຄົມກິບຂອງອ່າວຮ່າລອງ ທີ່ King Kong ໄດ້ຕ້ອນຮັບແຂກຜູ້ເຄາະຮ້າຍຂອງເຂົາເປັນຄັ້ງທຳອິດ.
ບົດທີ 02 —
ອຸທິຍານແ່ງຊາດ ຟອງຍາ
ວິທີໜຶ່ງໃນການໂນ້ມນ້າວຜູ້ຊົມໃຫ້ເຊື່ອວ່າຈຸດໝາຍປາຍທາງໃນຈິນຕະນາການນັ້ນມີຢູ່ແທ້ ແມ່ນການຖ່າຍທຳໃນສະຖານທີ່ທີ່ບໍ່ເຄີຍປະກົດຢູ່ໃນຈໍຮູບເງົາມາກ່ອນ. ຟອງຍາ ແກບັງ, ອຸທິຍານແຫ່ງຊາດທາງພາກກາງຂອງຫວຽດນາມ ທີ່ມີພຣົມແດນຕິດກັບປະເທດລາວທາງທິດຕາເວັນຕົກ ແລະ ທະເລຕາເວັນອອກ, ເຄີຍເປັນສະຖານທີ່ທີ່ບໍ່ຄ່ອຍມີໃຜຮູ້ຈັກເປັນເວລາຫຼາຍປີ ກ່ອນທີ່ຈະມີການຄົ້ນພົບຖ້ຳ ຮ່ອງເຊີນດ່ອງ ໂດຍບັງເອີນໃນປີ 1991. ນັບຕັ້ງແຕ່ນັ້ນມາ, ຟອງຍາ ກໍມີນັກຜະຈົນໄພເພີ່ມຂຶ້ນຢ່າງຕໍ່ເນື່ອງ ທີ່ຕ້ອງການມາສຳພັດກັບດິນແດນທີ່ສ່ວນໃຫຍ່ຍັງຖືກປົກປິດໄວ້ນີ້ດ້ວຍຕົນເອງ.
ກິດຈະກຳທີ່ຄວນເຮັດຢູ່ ຟອງຍາ
ເຖິງວ່າຖ້ຳ ຮ່ອງເຊີນດ່ອງ ຈະເຮັດໃຫ້ ຟອງຍາ ເປັນທີ່ຮູ້ຈັກໄປທົ່ວໂລກ, ແຕ່ກໍຍັງມີຖ້ຳອື່ນໆ ທີ່ໜ້າອັດສະຈັນບໍ່ແພ້ກັນໃນມໍລະດົກໂລກ UNESCO ແຫ່ງນີ້ ທີ່ເປີດໃຫ້ສຳຫຼວດ. ເຂົ້າຮ່ວມ ທົວເຊິງນິເວດ, ລົງທະບຽນການ ສຳຫຼວດຖ້ຳ ເປັນເວລາສອງມື້, ແລະ ຂີ່ລົດ ອ້ອມໆ ພື້ນທີ່ເພື່ອສຳພັດກັບຂຸມຊັບຂອງຟອງຍາ. ທ່ານຍັງສາມາດຂີ່ເຮືອຈາກທ່າເຮືອກາງ ໄປຍັງຖ້ຳຟອງຍາ ໄດ້ອີກດ້ວຍ.
ຕາມຮອຍໜັງ Kong ໃນ ຟອງຍາ
ຫຼັງຈາກການຕ້ອນຮັບທີ່ເປັນອະລິຈາກກຸ່ມ Monarch, Kong ກໍເລີ່ມທຳລາຍລ້າງ ແລະ ໂຈມຕີທີມງານ. ເຮືອບິນຕົກລົງສູ່ພື້ນດິນ, ແລະ ຕົວລະຄອນຂອງ Larson ແລະ Hiddeston ກໍໄດ້ຫຼົບໜີອອກຈາກຊາກເຮືອບິນ, ຍ່າງຜ່ານບໍລິເວນອ້ອມຮອບຂອງທະເລສາບ ເຢນຟູ (Yen Phu Lake). ພາຍໃນອັນມີເສໜ່ຂອງຖ້ຳໜູ (Mouse Cave) ກໍປະກົດຢູ່ໃນຮູບເງົານີ້ເຊັ່ນກັນ.
ບົດທີ 03 —
ນິງບິ່ນ
ພູມສັນຖານອັນເປັນຟັນເລື່ອຍຂອງ ນິງບິ່ນ ມີເອກະລັກໃນໂຕຂອງມັນເອງ. ມັກຈະຖືກຂະໜານນາມວ່າ “ຮ່າລອງບົກ”, ທົ່ງພຽງຊົນນະບົດອັນຂຽວສົດງົດງາມດັ່ງສາກໃນຮູບເງົານີ້ ເປັນບ່ອນຢູ່ຂອງເກາະຫີນປູນນັບບໍ່ຖົ້ວ ທີ່ໂຜ່ຂຶ້ນມາຈາກພື້ນດິນຄືກັບປ້ອມປາການອັນສັກສິດ. ຈັງຫວະຂອງເນີນໂຄກ ແລະ ພູເຂົາທີ່ສັບຊ້ອນ ຖືກເຕີມເຕັມ ດ້ວຍໂຄ້ງນ້ຳອັນອ່ອນຊ້ອຍຂອງແມ່ໜ້ຳ ໂງດົ່ງ (Ngo Dong River), ທີ່ສ່ອງແສງປະກາຍສີເຫຼືອງອົມສົ້ມ ຍາມຖືກແສງແດດ.
ກິດຈະກຳທີ່ຄວນເຮັດຢູ່ ນິງບິ່ນ
ນິງບິ່ນ ເປັນບ່ອນຕັ້ງຂອງ ຕາມກົກ (Tam Coc), ລະບົບຖ້ຳຫີນປູນທີ່ມີນ້ຳຖ້ວມ ເຊິ່ງເປັນສ່ວນໜຶ່ງຂອງ ຜູກແຜນພູມສັນຖານ ຈ່າງອານ (Trang An Scenic Landscape Complex). ຊື່ນຊົມຄວາມງາມຂອງແມ່ໜ້ຳ ໂງດົ່ງ ຈາກການນັ່ງ ທົວເຮືອຊຳປັນໄມ້ໄຜ່, ທີ່ຈະພາທ່ານລ່ອງຜ່ານຮົ່ມເງົາຂອງ ຜາຫີນປູນອັນໃຫຍ່ໂຕ. ຫຼັງຈາກນັ້ນ, ປີນຂັ້ນໄດຂຶ້ນໄປ ຖ້ຳມົວ (Mua Cave) ເພື່ອຊົມວິວອັນຕາຕະລຶງຂອງພູມສັນຖານທັງໝົດ.

ຕາມຮອຍໜັງ Kong ໃນ ນິງບິ່ນ
ຫຼັງຈາກຄວາມວຸ່ນວາຍຂອງການປະເຊີນໜ້າກັບ Kong ຄັ້ງທຳອິດ, ຜູ້ລອດຊີວິດທີ່ເຫຼືອຢູ່ຂອງທີມກໍໄດ້ເດີນທາງເພື່ອຊອກຫາທີ່ພັກອົບພະຍົບ. ໃນລະຫວ່າງການເດີນປ່າຂອງພວກເຂົານັ້ນເອງ ທີ່ພວກເຂົາໄດ້ພົບກັບຜາຫີນປູນສູງຊັນແຫ່ງໜຶ່ງຂອງນິງບິ່ນ ທີ່ມີຮອຍຕີນເປື້ອນເລືອດອັນໃຫຍ່ໂຕຂອງສັດປະຫຼາດປະທັບຢູ່, ເຊິ່ງເປັນການບອກເຖິງຄວາມສະຫຍອງຂວັນທີ່ຈະຕາມມາ.







