ດານັງ ແມ່ນໜຶ່ງໃນສະຖານທີ່ທີ່ມີຄົບທຸກຢ່າງ: ຫາັດຊາຍທີ່ມີລົມພັດເຢັນສະບາຍ, ການພັກຜ່ອນຢ່ອນໃຈລະດັບໂລກ, ແຫຼ່ງມໍລະດົກທີ່ໜ້າສົນໃຈ ແລະ ອາຫານທີ່ແຊບຊ້ອຍ. ມັນງ່າຍທີ່ຈະໃຊ້ເວລາສອງສາມມື້ໃນສວງສະຫວັນແຄມຝັ່ງທະເລแห่งນີ້, ແຕ່ເພື່ອໃຫ້ໄດ້ເຫັນສິ່ງທີ່ດີທີ່ສຸດຂອງ ດານັງ, ພວກຮົາຂໍແນະນຳກຳນົດການເດີນທາງດ້ານລຸ່ມນີ້. ຊົມຄວາມງາມຂອງດານັງ, ຕັ້ງແຕ່ແຫຼມ Son Tra ໄປຫາ ພູ Marble (Marble Mountains), ດ້ວຍເຄັດລັບຈາກຄົນໃນພື້ນທີ່ເຫຼົ່ານີ້.
ບົດທີ 01 —
ມື້ທີ 1 – ພູ Marble, ວັດທະນະທຳຈາມ ແລະ ແມ່ຮ້ຳຮານ
ຕອນເຊົ້າ: ຫຼັງຈາກອາຫານເຊົ້າ ແລະ ເລີ່ມຕົ້ນໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້, ຂີ່ແທັກຊີໄປທີ່ Marble Mountains, ພູຫີນປູນ 5 ຫນ່ວຍ ທີ່ມີວັດສັກສິດ ແລະ ງຽບສະຫງົບຕັ້ງຢູ່ເທິງຍອດພູ ເຊິ່ງຢູ່ຫ່າງຈາກຕົວເມືອງພຽງ 7 ກິໂລແມັດ. Thuy Son ແມ່ນພູທີ່ມີຊື່ສຽງທຳສຸດໃນບັນດາພູຫີນປູນທັງຫ້າ ໂດຍມີຖ້ຳຫຼາຍແຫ່ງທີ່ເປັນບ່ອນປະດິດສະຖານສານເຈົ້າຮິນດູ ແລະ ພຸດທະສາສະໜາ ເຊິ່ງຖືກອະນຸລັກໄວ້ເປັນເວລາຫຼາຍສະຕະວັດ.
ເຄັດລັບ: ຖ້າທ່ານຕ້ອງການເບິ່ງຕົວຢ່າງລ່ວງໜ້າ, ສາມາດສຳຫຼວດທົວ 360 ອົງສາຂອງ ດານັງ ໄດ້ ຢູ່ທີ່ນີ້.
ເມື່ອທ່ານເດີນທາງກັບເຂົ້າເມືອງ, ທ່ານກໍພ້ອມທີ່ຈະດື່ມກາເຟແລ້ວ. ຄົນຫວຽດນາມມີຄວາມຊ່ຽວຊານຢ່າງຍິ່ງໃນເລື່ອງການດື່ມຄາເຟອີນ, ແລະ ຜູ້ທີ່ມັກກາເຟໃນດານັງກໍມີຕົວເລືອກຢ່າງຫຼວງຫຼາຍ. ຮ້ານກາເຟທ້ອງຖິ່ນເຊັ່ນ Ca Phe Long ແລະ Cong Caphe ເສີບກາເຟພື້ນເມືອງທີ່ມີລົດຊາດເຂັ້ມຂຸ້ນ ເກືອບຄ້າຍຄືຊັອກໂກແລັດ ໃນລາຄາທີ່ຖືກຫຼາຍ. ສຳລັບຕົວເລືອກທີ່ພຣີມຽມກວ່າ, ລອງໄປທີ່ 43 Factory Coffee Roastery.

ຕອນທ່ຽງ: ລິ້ມລອງ Mì Quảng (ມີກວາງ) ສັກຖ້ວຍ, ອາຫານແຊບໆທີ່ເຮັດຈາກເສັ້ນເຝີເຂົ້າຈ້າວນຸ້ມໆ, ໝູຕົ້ມ, ໄຂ່ກົກ, ແລະ ກຸ້ງຜັດ ລາດດ້ວຍນ້ຳຊຸບປະສົມຂີ້ໝິ້ນ, ພິກ, ຖົ່ວດິນ, ແລະ ຜັກຫອມສົດ. ແຊບຫຼາຍ!
ຕອນບ່າຍ: ຈາກໃຈກາງເມືອງ, ສາມາດຍ່າງໄປ Museum of Cham Sculpture ໄດ້ຢ່າງງ່າຍດາຍ (ລະຫວ່າງທາງຈະເຫັນ Da Nang Cathedral, ອາຄານສີຊົມພູຫວານຄ້າຍຄືຂັ້ນໝອກ ທີ່ສ້າງໂດຍອານານິຄົມຝຣັ່ງໃນປີ 1923.) ພິພິທະພັນຈາມແມ່ນສະຖານທີ່ທີ່ຜູ້ມັກປະຫວັດສາດບໍ່ຄວນພາດ ແລະ ເປັນໜຶ່ງໃນພິພິທະພັນທີ່ດີທີ່ສຸດໃນຫວຽດນາມ, ເຊິ່ງເປັນບ່ອນເກັບຮັກສາວັດຖຸບູຮານ ແລະ ປະຕິມາກຳຈາມທີ່ຂຸດຄົ້ນພົບຢູ່ອ້ອມຂ້າງຊາຍຝັ່ງທະເລຕອນກາງ ເຊັ່ນດຽວກັບຢູ່ My Son Sanctuary, ເຊິ່ງມີອາຍຸຕັ້ງແຕ່ສະຕະວັດທີ 5 ຫາ 15.

ຫຼັງຈາກໄດ້ສຳຜັດກັບວັດທະນະທຳບູຮານແລ້ວ, ມາສຳຜັດກັບວັດທະນະທຳດານັງຮ່ວມສະໄໝດ້ວຍການຍ່າງເລາະຕາມແຄມຝັ່ງແມ່ຮ້ຳຢູ່ຖະໜົນ Bach Dang St. ຮັບລົມເຢັນໆໃນຕອນແລງຈາກແມ່ຮ້ຳຮານ, ຊົມຜົນງານສິລະປະຫີນອ່ອນທີ່ຕັ້ງຢູ່ຕາມແຄມຝັ່ງ, ແລະ ເພີດເພີນກັບບັນຍາກາດທ້ອງຖິ່ນ ເມື່ອຄູ່ຮັກ, ຄົນອອກກຳລັງກາຍ ແລະ ໝູ່ເພື່ອນມາຮ່ວມກັນເພີດເພີນກັບຍາມແລງຢູ່ຮິມນ້ຳ.
ຕອນແລງ: ສຳລັບແລງທຳອິດຂອງທ່ານໃນດານັງ, ໃຫ້ລາງວັນຕົວເອງດ້ວຍອາຫານຟິວຊັນສົດໃໝ່ຢູ່ Fat Fish ຫຼື ລອງອາຫານຫວຽດນາມຮ່ວມສະໄໝທີ່ຮູບແບບສ້າງສັນຢູ່ Nen Restaurant.
ບົດທີ 02 —
ມື້ທີ 2 – ທ່ຽວຊົມສະຖານທີ່ຕ່າງໆແບບ 1 ມື້, ຊົມວິວອາທິດອັດສະດົງ ແລະ ງານລ້ຽງອາຫານທະເລ
ຕອນເຊົ້າ: ໃນມື້ທີສອງຂອງທ່ານໃນດານັງ, ອອກໄປຊົມສິ່ງມະຫັດສະຈັນລະດັບໂລກຂອງແຂວງນີ້. ຖ້າທ່ານເປັນຄົນທີ່ມັກຖ່າຍຮູບ Instagram, ກະເຊົ້າລອຍຟ້າ ແລະ Golden Hands Bridge ຢູ່ Sun World Ba Na Hills ຈະໃຫ້ໂອກາດທ່ານຢ່າງຫຼວງຫຼາຍໃນການຖ່າຍຮູບຈົນເມມໂມຣີກາດເຕັມ. ຖ້າທ່ານເປັນຄົນທີ່ມັກຫຼິ້ນກອຟ, ເພີດເພີນກັບການຫຼິ້ນກອຟສອງສາມຮອບຢູ່ ສະໜາມກອຟທີ່ອອກແບບໂດຍດີໄຊເນີ ຕາມຊາຍຝັ່ງທະເລຂອງດານັງ. ຖ້າທ່ານສົນໃຈໃນການຊຶມຊັບວັດທະນະທຳຫຼາຍກວ່າ, ໃຫ້ໃຊ້ເວລາເດີນທາງ 45 ນາທີໄປຫາ Hoi An Ancient Town ເພື່ອສຳຫຼວດຊອຍ, ວັດ, ແລະ ເຮືອນຄາທີ່ຖ່າຍຮູບອອກມາໄດ້ງາມໆ.
ຕອນທ່ຽງ: ສຳລັບອາຫານທ່ຽງ, ລອງໜຶ່ງໃນ ອາຫານຍອດຮິດ ຂອງດານັງ: bún cá. ໂດຍໃຊ້ປາສົດໆທີ່ຈັບໄດ້ຈາກນ້ຳທະເລຂອງດານັງ, ຄົວກິນຈະໝັກເນື້ອປາດ້ວຍຂີ້ໝິ້ນ ແລະ ເຄື່ອງເທດ. ນ້ຳຊຸບກະດູກປາ, ໝາກອຶ, ກະລ່ຳປີ, ໝາກນັດ ແລະ ໝາກເລັ່ນ ຈະຖືກເທລາດເທິງເສັ້ນເຝີ ແລະ ປາຕົ້ມ. ຕື່ມຖົ່ວງອກ, ຜັກຫອມ, ໝາກນາວ ແລະ ພິກຕາມໃຈຊອບ.
ຕອນບ່າຍ: ກັບມາທີ່ດານັງ, ໃຊ້ເວລາຕອນບ່າຍທີ່ຜ່ອນຄາຍເພີດເພີນກັບຄວາມສະດວກສະບາຍຕ່າງໆ. ຖ້າທ່ານຢາກຊ້ອບປິ້ງ, ທ່ານອາດຈະສົນໃຈບູຕິກສຸດເກ໋ທີ່ກະຈາຍຢູ່ໃກ້ກັບແມ່ຮ້ຳ ແລະ ແຄມຝັ່ງ. Danang Souvenirs and Cafe ມີຂອງທີລະນຶກຫຼາກຫຼາຍໃຫ້ເລືອກຊື້ກັບບ້ານ, ແລະ AVANA ມີເສື້ອຜ້າ ແລະ ເຄື່ອງປະດັບທີ່ໜ້າທຶ່ງ ເຊິ່ງໄດ້ຮັບແຮງບັນດານໃຈຈາກຊົນເຜົ່າສ່ວນນ້ອຍ Co Tu. ສຳລັບຄວາມເພີດເພີນ, ຈອງທຣີດເມັ້ນສະປາ, ຫຼື ໃຊ້ປະໂຫຍດຈາກແຮັບປີອາວ ແລະ ຫວາຍນ້ຳສອງສາມຮອບຢູ່ສະຫວ່ານ້ຳເທິງດາດຟ້າ, ພ້ອມຊົມວິວທິວທັດຂອງເມືອງ, ແມ່ຮ້ຳຮານ, ແລະ ແຫຼມ Son Tra.
ອາຫານຄ່ຳ: ຮັບປະທານອາຫານຢູ່ແຄມຫາດຊາຍ ດ້ວຍອາຫານທະເລສົດໆ ທີ່ຕັກຂຶ້ນມາເປັນໆ ຈາກອ່າງລ້ຽງຂະໜາດໃຫຍ່. ລອງຊິມກຸ້ງຕັກແຕນຜັດກະທຽມ, ປາມຶກຢ້າງ ຫຼື ຫອຍນຶ່ງນ້ຳກະທິ ໃສ່ໃບຂີ້ຫູດ ແລະ ໝາກເພັດ.
ບົດທີ 03 —
ມື້ທີ 3 – ທົວທ່ຽວຊົມເມືອງ, ແຫຼມເຊີນຈ່າ ແລະ ຄວາມຜ່ອນຄາຍແຄມຫາດຊາຍ
ຕອນເຊົ້າ: ໃນຕອນເຊົ້າຂອງມື້ສຸດທ້າຍຂອງທ່ານໃນເມືອງນີ້, ເດີນທາງສຳຫຼວດຕົວເມືອງດານັງໃຫ້ເລິກເຊິ່ງຍິ່ງຂຶ້ນ. ຈອງທົວຂີ່ຊ້ອນທ້າຍລົດຈັກເພື່ອໄປຢ້ຽມຢາມໝູ່ບ້ານຊາວປະມົງທີ່ຢູ່ໃກ້ຄຽງ, ສຳຫຼວດຕະຫຼາດທີ່ຄຶກຄື້ນ, ແລະ ໄປທົດລອງຮ້ານກາເຟ ແລະ ຮ້ານອາຫານຮີມຖະໜົນທີ່ມີຊື່ສຽງ. ຢ່າລືມຂີ່ລົດເລາະຕາມໂຄ້ງຂອງ ແຫຼມເຊີນຈ່າ (Son Tra Peninsula) ເພື່ອຊົມວິວອັນງົດງາມຂອງຫາດ ໝີເຄ (My Khe Beach) ທາງທິດໃຕ້ ແລະ ຊ່ອງເຂົາ ໄຮວັນ (Hai Van Pass) ທາງທິດເໜືອ. ແວ່ຊົມ ວັດ ຫຼິນອຶງ (Linh Ung Pagoda) ອັນໃຫຍ່ໂຕມະໂຫລານ ເພື່ອຊົມສະຖານທີ່ສຳຄັນຂອງດານັງ ແລະ ຖ້າທ່ານມີເວລາເຫຼືອ, ໃຫ້ຂີ່ລົດອ້ອມແຫຼມຕາມເສັ້ນທາງເລຽບຊາຍຝັ່ງ. ທິວທັດແມ່ນງົດງາມຫຼາຍ.
ຕອນບ່າຍ: ຫຼັງຈາກການຜະຈົນໄພທັງໝົດນັ້ນ (ແລະ ອາດຈະໄດ້ງ່ຽບຫຼັບສັກງູບ) ກໍເຖິງເວລາໄປຫາອຸ່ນແຄມຫາດຊາຍ ແລະ ຜ່ອນຄາຍ ຄືກັນກັບຄົນທ້ອງຖິ່ນ. ຊາຍຝັ່ງຂອງດານັງມີຄື້ນທີ່ເໝາະສົມກັບການຫຼິ້ນໂຕ້ຄື້ນຫຼາຍໃນລະຫວ່າງເດືອນພະຈິກ ຫາ ເດືອນມີນາ ໃນກໍລະນີທີ່ທ່ານຕ້ອງການຫຼິ້ນໂຕ້ຄື້ນ. ຖ້າທ່ານມັກນອນຫຼິ້ນຜ່ອນຄາຍ, ໃຫ້ຖືປຶ້ມ ແລະ ນ້ຳມ້າວເຢັນໆ ສັກໜ່ວຍ ແລ້ວນັ່ງເບິ່ງຄື້ນທະເລທີ່ຊັດເຂົ້າຫາຝັ່ງຢູ່ຫາດ ໝີເຄ (My Khe Beach).

ອາຫານຄ່ຳ: ອັດທ້າຍການພັກຜ່ອນຂອງທ່ານຢູ່ດານັງດ້ວຍອາຫານຄ່ຳຢູ່ Ngon Villa. ຮ້ານອາຫານທີ່ຫຣູຫຣາแห่งນີ້ ເປັນສະຖານທີ່ທີ່ສົມບູນແບບໃນການລິ້ມລອງອາຫານປະຈຳພູມິພາກ ແລະ ແບ່ງປັນຄວາມປະທັບໃຈຈາກການທ່ອງທ່ຽວຂອງທ່ານ.







