ໝາຍເຫດ: ຂ່າວລ່າສຸດກ່ຽວກັບຈຸດໝາຍ, ປະສົບການ ແລະ ການທ່ອງທ່ຽວໃນ Vietnam ສຳຫຼວດດຽວນີ້ →

ການຜະຈົນໄພຕາມເສັ້ນທາງໃນ ຮາຢາງ

ຕັ້ງແຕ່ປ່າດົງດິບທີ່ອຸດົມສົມບູນ ໄປຫາໂຂດຫີນສູງຊັນ, ຕັ້ງແຕ່ທິວທັດທົ່ງຫຍ້າລ້ຽງສັດ ໄປຫາທັດສະນີຍະພາບທີ່ງົດງາມຕາ ຮາຢາງ ຈະເຮັດໃຫ້ທ່ານໄດ້ຕາລຶງກັບທິວທັດທີ່ງົດງາມໃນທຸກໆໂຄ້ງ. 'ວົງຮອບ ຮາຢາງ' ເຊື່ອມຕໍ່ຈຸດເດັ່ນທາງທັດສະນີຍະພາບຂອງພູມິພາກນີ້, ແຕ່ຫ່າງອອກໄປຈາກເສັ້ນທາງໃຫຍ່ ທ່ານຍັງຈະໄດ້ພົບກັບປະສົບການທີ່ໜ້າປະທັບໃຈອີກຢ່າງຫຼວງຫຼາຍ. ບັນທຶກການຜະຈົນໄພຊັ້ນຍອດເຫຼົ່ານີ້ໄວ້ ສຳລັບທຣິບ ຮາຢາງ ຂອງທ່ານ.

ບ່ອນພັກຢູ່ ຮາຢາງ

ບົດທີ 01 —

ໂຮມສະເຕແບບລຽບງ່າຍຢູ່ Thôn Tha

ຫຼັງຈາກການເດີນທາງ 6 ຊົ່ວໂມງຈາກ ຮ່າໂນ້ຍ, ແວ່ພັກຜ່ອນຢູ່ບ້ານ Thôn Tha. ຢູ່ຫ່າງຈາກຕົວເມືອງ ຮາຢາງ ພຽງບໍ່ເທົ່າໃດນາທີ, Thôn Tha ໃຫ້ທ່ານໄດ້ສຳຜັດກັບວິຖີຊີວິດປະຈຳວັນໃນ ຮາຢາງ. ເຈົ້າຂອງເຮືອນທີ່ອົບອຸ່ນ ແລະ ໃຈດີ ສະເໜີບ່ອນພັກທີ່ສະບາຍໃຫ້ແກ່ນັກທ່ອງທ່ຽວໃນເຮືອນຮົ້ວຮານແບບດັ້ງເດີມ. ເມື່ອເຖິງເວລາກິນອານຫານ, ທ່ານສາມາດຄອຍຖ້າມື້ອາຫານແບບຄອບຄົວທີ່ແສນອະລ່ອຍ ເຊັ່ນ: ຍໍ້ທອດກອບໆ, ຜັກສົດ, ກະດູກຂ້າງໝູນຸ່ມໆ ແລະ ຝັກເຂົ້າ.

ສິ່ງທີ່ຄວນເຮັດຢູ່ ຮາຢາງ

ບົດທີ 02 —

ຈິບກາເຟຊົມວິວຢູ່ຊ່ອງເຂົາ Quản Bạ

ກາເຟຮ້ອນໆຈອກໜຶ່ງພ້ອມກັບວິວທີ່ງົດງາມ ເປັນປະສົບການໜຶ່ງທີ່ທ່ານຕ້ອງໄດ້ສຳຜັດຢູ່ ຮາຢາງ. ເພີ່ມພະລັງດ້ວຍກາເຟໂຣບຸສຕ້າຢູ່ ຊ່ອງເຂົາ Quản Bạ, ທາງເຂົ້າສູ່ອຸທິຍານທໍລະນີວິທະຍາ Đồng Văn. ຢູ່ທີ່ນີ້, Cafe Cổng Trời ເສີບກາເຟຢູ່ເທິງຊານລະບຽງທີ່ສາມາດມອງເຫັນ ຊ່ອງເຂົາທີ່ຄົດເຄ້ຽວ. ຮ້ານກາເຟຍັງມີຮ້ານຂາຍຂອງຝາກພິເສດ, ບ່ອນທີ່ທ່ານສາມາດຊອກຫານ້ຳມັນຫອມລະເຫີຍ ດາວແດງ (Red Dao) ແລະ ຜະລິດຕະພັນອາບນ້ຳສະໝຸນໄພຈາກຫວຽດນາມຕອນເໜືອ.

ຄວາມປອດໄພຂອງວົງຮອບຮາຢາງ

ບົດທີ 03 —

ການຍ່າງປ່າທີ່ໜ້າອັດສະຈັນເທິງເສັ້ນທາງທ້ອງຟ້າ

ຈຸດຊົມວິວແມ່່ນ້ຳ Nho Quế ເປັນໜຶ່ງໃນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງທີ່ສຸດຂອງ ຮາຢາງ; ແຕ່ເລື່ອງທີ່ດີທີ່ສຸດໃນການຊົມວິວນັ້ນມາພ້ອມກັບການປີນພູ. ເສັ້ນທາງທ້ອງຟ້າ ແມ່່ນເສັ້ນທາງນ້ອຍທີ່ສູງຊັນ ເຊິ່ງຄົດເຄ້ຽວຂຶ້ນພູຜ່ານບ້ານຊາວມົ້ງດອກ (Flower H’mong), ກ່ອນທີ່ຈະໂຄ້ງຂຶ້ນຕາມແຄມພູໄປຫາຈຸດຍອດພູໃກ້ກຽງ. ກຽມເກີບທີ່ແຂງແຮງສຳລັບການຍ່າງປ່າເທິງເສັ້ນທາງທ້ອງຟ້າ ເຊິ່ງມີໄລຍະທາງລວມ 500 ແມັດໃນການຍ່າງ 2 ຊົ່ວໂມງທີ່ຕື່ນຕາຕື່ນໃຈ. ທັດສະນີຍະພາບຕະຫຼອດເສັ້ນທາງບໍ່ຄືກັບບ່ອນໃດ, ສາມາດມອງເຫັນເທືອກເຂົາ, ແມ່່ນ້ຳ Nho Quế ແລະ ເສັ້ນທາງຄວາມສຸກ (Happiness Road) ໃນປະຫວັດສາດ, ເຊິ່ງໃຊ້ເວລາສ້າງເຖິງ 7 ປີ ໂດຍອາສາສະໝັກ 1,300 ຄົນ.

ສິ່ງທີ່ຄວນເຮັດຢູ່ ຮາຢາງ

ບົດທີ 04 —

ອາຫານເຊົ້າແບບທ້ອງຖິ່ນຢູ່ Đồng Văn

ເມືອງທີ່ໃຫຍ່ທີ່ສຸດຕາມວົງຮອບ ຮາຢາງ ເປັນບ່ອນທີ່ສົມບູນແບບໃນການລິ້ມລອງອາຫານພິເສດຂອງທາງຕອນເໜືອ: bánh cuốn. ແຜ່ນເຂົ້າໜົມນຶ້ງຫໍ່ດ້ວຍໝູ, ເຫັດຫູໜູ ແລະ ໄຂ່ ເສີບພ້ອມກັບນ້ຳຊຸບຮ້ອນໆ ໃສ່ຕົ້ນຫອມ ແລະ ຍໍ້ໝູ (chả). ອາຫານເຊົ້າແບບດັ້ງເດີມນີ້ເປັນວິທີທີ່ສົມບູນແບບໃນການເລີ່ມຕົ້ນມື້ຂອງທ່ານ. ລອງຊິມໄດ້ຢູ່ Bánh Cuốn Gia Truyền ເທິງຖະໜົນ Phố Cổ.

ຄວາມປອດໄພຂອງວົງຮອບຮາຢາງ

ບົດທີ 05 —

ປະຫວັດສາດທີ່ໜ້າຫຼົງໄຫຼຢູ່ ພະລາຊະວັງມົ້ງ

ໃນເມືອງໃນຮ່ອມພູ Sà Phìn ທ່ານຈະໄດ້ພົບກັບໜຶ່ງໃນສະຖານທີ່ທ່ອງທ່ຽວທາງວັດທະນະທຳທີ່ດີທີ່ສຸດຂອງ ຮາຢາງ: ພະລາຊະວັງເຈົ້າຟ້າມົ້ງ. ລ້ອມຮອບດ້ວຍຕົ້ນແປກສູງໃຫຍ່, ທາງເຂົ້າສູ່ປ້ອມປາການນີ້ຖືກປະດັບດ້ວຍປະຕູໄມ້ແກະສະຫຼັກຢ່າງປະນີດ ເຊິ່ງເປີດອອກໄປສູ່ເານບ້ານ 3 ແຫ່ງທີ່ເຊື່ອມຕໍ່ກັນ. ເຈົ້າຟ້າມົ້ງ Vương Chính Đức ໄດ້ຂຶ້ນສູ່ອຳນາດໃນຊ່ວງຕົ້ນສັດຕະວັດທີ 20. ທ່ານໄດ້ລົງທຶນຊັບສົມບັດຂອງເພິ່ນໃນການສ້າງເຮືອນໃນຝັນ, ເຊິ່ງມີອ່າງອາບນ້ຳຫີນຂະໜາດໃຫຍ່ສຳລັບການອາບນ້ຳນົມແບ້.

ສິ່ງທີ່ຄວນເຮັດຢູ່ ຮາຢາງ

ບົດທີ 06 —

ວັດທະນະທຳຊົນເຜົ່າຢູ່ ຕະຫຼາດ Phố Cáo

ກຸ່ມຊົນເຜົ່າສ່ວນນ້ອຍຈາກທົ່ວແຂວງມາພົບກັນອາທິດລະຄັ້ງຢູ່ ຕະຫຼາດ Phố Cáo ເພື່ອຊື້ ຫຼື ຂາຍສິນຄ້າຫຼາກຫຼາຍຊະນິດ, ຕັ້ງແຕ່ເຄື່ອງໃຊ້ໃນເຮືອນ ໄປຫາເສື້ອຜ້າ ແລະ ເຄື່ອງເທດທີ່ແປກຕາ. ຄອຍສັງເກດຜູ້ຄົນທີ່ນຸ່ງຊຸດປະຈຳເຜົ່າ ເຊັ່ນ: ສິ້ນສີສັນສົດໃສຂອງຊາວມົ້ງດອກ (Flower H’mong) ໄປຫາເສື້ອຊົງແໜ້ນຂອງຊາວມົ້ງດຳ (Black H’mong). ຕະຫຼາດນີ້ເປັນໜ້າຕ່າງທີ່ໜ້າຫຼົງໄຫຼສູ່ວັດທະນະທຳທີ່ຫຼາກຫຼາຍຂອງເຂດເໜືອເລິກ.

ສິ່ງທີ່ຄວນເຮັດຢູ່ ຮາຢາງ

ບົດທີ 07 —

ຂອງຝາກແບບຍືນຍົງຢູ່ Lùng Tám

ສະຫະກອນຜ້າປ່ານ ລຸ່ງຕ້າມ (Lùng Tám Linen Co-op) ແມ່ນວິສາຫະກິດເພື່ອສັງຄົມທີ່ບໍລິຫານໂດຍຊົນເຜົ່າມົ້ງຮວາ, ຕັ້ງຢູ່ຕີນພູຂອງເມືອງ ກວ່ານບ້າ (Quản Bạ). ເຊີນມາຢ້ຽມຢາມໂຮງງານເພື່ອເບິ່ງວິທີການນຳເອົາປ່ານທີ່ຊຸມຊົນປູກເອງມາປັ່ນ, ດຶງຍືດ, ຕາກແຫ້ງ ແລະ ຍ້ອມສີດ້ວຍພືດ ທຳມະຊາດ, ກ່ອນທີ່ຈະນຳມາຕ່ຳດ້ວຍກີ່ຕ່ຳຫູກເປັນຜ້າປ່ານ. ຢູ່ຂ້າງໆໂຮງງານແມ່ນຮ້ານຂາຍເຄື່ອງທີ່ລະນຶກ, ບ່ອນທີ່ທ່ານສາມາດໂອ້ລົມກັບທ່ານນາງ ມາຍ ຜູ້ກໍ່ຕັ້ງ ກ່ຽວກັບແຟຊັ່ນທີ່ຍືນຍົງ.

ຕ້ອງການແນວຄວາມຄິດການທ່ອງທ່ຽວຫວຽດນາມຕື່ມອີກບໍ? ລົງທະບຽນຮັບຈົດໝາຍຂ່າວຂອງພວກເຮົາ ເພື່ອຮັບເລື່ອງລາວທີ່ດີທີ່ສຸດສົ່ງເຖິງກ່ອງຈົດໝາຍຂອງທ່ານ.