
ກຽນຢາງ, ຫວຽດນາມ (13 ຕຸລາ 2019) -- ໂຄງການອາພາດເມັ້ນຫຸ້ມຫລາ Fraser Suites Hanoi ຂອງ BIM Land ຍາດໄດ້ລາງວັນ “ອາພາດເມັ້ນມີບໍລິການຊັ້ນນໍາຂອງຫວຽດນາມ” ໃນງານ World Travel Awards (WTA) Asia Gala 2019.
Fraser Suites Hanoi ຕັ້ງຢູ່ໃຈກາງເມືອງໄຕໂຮ, ຮາໂນ້ຍ. ໂຄງການນີ້ແມ່ນສ່ວນໜຶ່ງຂອງ Syrena Tower ເຊິ່ງພັດທະນາໂດຍ BIM Land ແລະ ບໍລິຫານໂດຍ Fraser Hospitality ມາຕັ້ງແຕ່ປີ 2008.
ຕະຫຼອດໄລຍະເວລາຫຼາຍກວ່າໜຶ່ງທົດສະວັດຂອງການບໍລິການທີ່ມີຄຸນນະພາບ, Fraser Suites Hanoi ໄດ້ກາຍເປັນໜຶ່ງໃນອະສັງຫາລິມະຊັບທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດໃນນະຄອນຫຼວງ. ແຂກທີ່ມາພັກສາມາດນໍາໃຊ້ຫ້ອງຟິດເນດ, ອ່າງອາບນໍ້າ Jacuzzi, ຫ້ອງຊາວນາ, ສະລອຍນໍ້າ, ເດີ່ນເດັກນ້ອຍ, ຮວມທັງສູນການຄ້າ Syrena.
ທ່ານ Adrian Lee, ຜູ້ຈັດການທົ່ວໄປຂອງ Fraser Suites Hanoi ໄດ້ກ່າວວ່າ: “ພວກເຮົາມີຄວາມເປັນເກຍດຢ່າງຍິ່ງທີ່ໄດ້ຮັບການໂຫວດໃຫ້ເປັນ ອາພາດເມັ້ນມີບໍລິການຊັ້ນນໍາຂອງຫວຽດນາມ ອີກຄັ້ງໃນປີນີ້. ການໄດ້ຮັບລາງວັນນີ້ສອງປີຕິດຕໍ່ກັນ ໄດ້ສະທ້ອນໃຫ້ເຫັນເຖິງຄວາມພະຍາຍາມຂອງພວກເຮົາ ຮວມທັງຄວາມໄວ້ວາງໃຈຂອງລູກຄ້າ.”
Fraser Suites Hanoi ແມ່ນການຮ່ວມມືທໍາອິດລະຫວ່າງ BIM Land (ສ່ວນໜຶ່ງຂອງ BIM Group) ແລະ Fraser Hospitality ເຊິ່ງເປັນເຄືອຂ່າຍໂຮງແຮມ ແລະ ບໍລິການລະດັບໂລກຈາກສິງກະໂປ. ຄວາມສໍາເລັດຂອງໂຄງການນີ້ໄດ້ຮັບການພິສູດຈາກອັດຕາການເຂົ້າພັກທີ່ສູງຢ່າງຕໍ່ເນື່ອງເຖິງ 95% ຫຼື ຫຼາຍກວ່ານັ້ນ.
ຫຼາຍໂຄງການໃນອະນາຄົດຂອງ BIM Land ຍັງແມ່ນການຮ່ວມມືກັບເຄືອຂ່າຍໂຮງແຮມທີ່ມີຊື່ສຽງລະດັບໂລກ. ຄູ່ຮ່ວມງານໃນປະຈຸບັນຂອງ BIM Group ຮວມມີ Hyatt, InterContinental Hotels Group (IHG), Ascott Limited ແລະ Sailing Club Leisure Group. BIM Land ຈະສືບຕໍ່ນໍາເອົາແບຣນການບໍລິການລະດັບໂລກມາສູ່ຫວຽດນາມ ເພື່ອຍົກລະດັບມາດຕະຖານ ແລະ ຄຸນນະພາບຂອງການບໍລິການ ພ້ອມທັງດຶງດູດນັກທ່ອງທ່ຽວເຂົ້າມາຫວຽດນາມ ຫຼາຍຂຶ້ນ.
ລາງວັນ World Travel Awards ໄດ້ຮັບການຍອມຮັບ ແລະ ເຊິດຊູຄວາມເປັນເລີດໃນຂົງເຂດການທ່ອງທ່ຽວ ແລະ ການບໍລິການ ໂດຍຜ່ານການຄັດເລືອກຈາກຜູ້ໂຫວດທົ່ວໂລກ. ລາງວັນນີ້ໄດ້ກໍ່ຕັ້ງຂຶ້ນໃນປີ 1993, ໂດຍພິທີມອບລາງວັນຈັດຂຶ້ນ 3 ລະດັບ ຄື: ລະດັບຊາດ, ລະດັບພູມິພາກ ແລະ ລະດັບໂລກ.
ເຂົ້າເບິ່ງ ເວັບໄຊຂອງ BIM Land ສໍາລັບຂໍ້ມູນເພີ່ມເຕີມ.