
ຮ່າໂນ້ຍ, ຫວຽດນາມ (22 ມັງກອນ 2021) – ເມື່ອວານນີ້, Google Arts & Culture ໄດ້ເປີດໂຕ Wonders of Vietnam—ໂຄງການອອນໄລນ໌ທີ່ນຳສະເໜີຈຸດເດັ່ນຫຼາຍຢ່າງຂອງມໍລະດົກ UNESCO ຂອງຫວຽດນາມເປັນຄັ້ງທຳອິດ, ລວມທັງສະຖານທີ່ທຳມະຊາດ ແລະ ມໍລະດົກທາງດ້ານຮູບປະທຳ ແລະ ນາມມະທຳ. ໂດຍສຳເລັດພາຍໃຕ້ຄວາມຮ່ວມມືກັບ ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ, ທະນານຸການທ່ອງທ່ຽວແຫ່ງຊາດຫວຽດນາມ, ຄະນະກຳມະການທ່ອງທ່ຽວທ້ອງຖິ່ນຂອງ ດານັງ, ກວາງນາມ, ທົວທຽນຮູເອ້ ແລະ ກວາງບິ່ງ, ຕຣານ ຕວນ ຫວຽດ (Tran Tuan Viet) ຜູ້ຖ່າຍພາບທີ່ໄດ້ຮັບລາງວັນຈາກ National Geographic ແລະ Oxalis Adventure, ໂຄງການໃໝ່ນີ້ມີຈຸດປະສົງເພື່ອບັນທຶກ ແລະ ປົກປັກຮັກສາຄວາມງາມຂອງຫວຽດນາມໃຫ້ແກ່ຜູ້ຊົມທົ່ວໂລກ.
ໂຄງການອອນໄລນ໌ນີ້ນຳສະເໜີ 35 ນິທັດສະການ ແລະ ຮູບພາບທີ່ສວຍງາມ 1,369 ຮູບ, ຮວບຮວມມຸມມອງທີ່ອຸດົມສົມບູນຂອງຫວຽດນາມ ເພື່ອໃຫ້ຜູ້ຄົນໄດ້ເຊື່ອມຕໍ່ໃນຊ່ວງ ແລະ ຫຼັງການແພ່ລະບາດ. ຈຸດເດັ່ນລວມມີນິທັດສະການກ່ຽວກັບ ຖ້ຳເຊີນດ່ອງ (Son Doong Cave), ເທສະການໂຄມໄຟຮອຍອັນ (Hoi An Lantern Festival) ແລະ ດົນຕີ ຍາ ຍັກ (Nha Nhac) ຕະຫຼອດຮອດຟີເຈີແບບໂຕ້ຕອບທີ່ຊ່ວຍໃຫ້ຜູ້ເຂົ້າຊົມໄດ້ສຳຜັດກັບສິ່ງມະຫັດສະຈັນຂອງຫວຽດນາມໃນຮູບແບບໃໝ່. ຜູ້ຄົນສາມາດຄົ້ນຫາຈຸດເດັ່ນຂອງນິທັດສະການຕາມສີ, ຮັບຊົມວິດີໂອຂອງສະຖານທີ່ຕ່າງໆ ປະກອບກັບດົນຕີພື້ນເມືອງຫວຽດນາມ ຫຼື ເບິ່ງມຸມມອງສູງຈາກທາງອາກາດຂອງສະຖານທີ່ທີ່ມີຊື່ສຽງຜ່ານຮູບພາບພາໂນຣາມາ. ໂຄງການນີ້ເປັນສ່ວນສຳຄັນຂອງການສະໜັບສະໜູນໂດຍລວມຂອງ Google ຕໍ່ອຸດສາຫະກຳການທ່ອງທ່ຽວທ້ອງຖິ່ນ, ທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກຂໍ້ຈຳກັດການເດີນທາງຍ້ອນການແພ່ລະບາດ. ໂດຍການນຳສະເໜີສິ່ງມະຫັດສະຈັນຂອງຫວຽດນາມ, ໂດຍສະເພາະຈາກພາກກາງ, ພວກເຮົາຍັງຫວັງວ່າຈະຊ່ວຍສ້າງຄວາມຕື່ນໂຕນໃນການປົກປັກຮັກສາສະຖານທີ່ຕ່າງໆທີ່ໄດ້ຮັບຜົນກະທົບຈາກນ້ຳທ່ວມເມື່ອບໍ່ດົນມານີ້.
“ເມື່ອພິຈາລະນາເຖິງຜົນກະທົບຢ່າງຮຸນແຮງທີ່ອຸດສາຫະກຳການທ່ອງທ່ຽວທົ່ວໂລກ, ແລະ ໂດຍສະເພາະໃນຫວຽດນາມ ໄດ້ຮັບຈາກການແພ່ລະບາດ, ພວກເຮົາຍິ່ງຮູ້ວ່າການເຮັດໃຫ້ Wonders of Vietnam ເຂົ້າເຖິງໄດ້ງ່າຍສຳລັບຄົນທົ່ວໂລກນັ້ນແມ່ນມີຄວາມສຳຄັນຫຼາຍ, ເພື່ອໃຫ້ຜູ້ຄົນຈຳນວນຫຼາຍຂຶ້ນໄດ້ສຳຜັດກັບສິ່ງທີ່ເປັນຫວຽດນາມຢ່າງແທ້ຈິງ,” ທ່ານ Amit Sood, ຜູ້ອຳນວຍການ Google Arts & Culture ໄດ້ກ່າວ. “ຂ້າພະເຈົ້າຂໍຂອບໃຈພັນທະມິດຂອງພວກເຮົາທີ່ໄດ້ຮ່ວມມືກັບພວກເຮົາໃນການນຳສະເໜີມຸມມອງທີ່ອຸດົມສົມບູນຂອງສະຖານທີ່ ແລະ ວັດທະນະທຳຂອງຫວຽດນາມ.”
ທ່ານ ຮາ ວັນ ສຽວ (Ha Van Sieu), ຮອງອຳນວຍການກົມທ່ອງທ່ຽວ ກ່າວວ່າ: “ການສົ່ງເສີມການຫັນເປັນດິຈິທັອນ, ການເລັ່ງນຳໃຊ້ເຕັກໂນໂລຊີເຂົ້າໃນການໂຄສະນາປະຊາສຳພັນ ແມ່ນທິດທາງທີ່ສຳຄັນຂອງອຸດສາຫະກຳການທ່ອງທ່ຽວຫວຽດນາມ ເພື່ອເຂົ້າຮ່ວມໃນການປະຕິວັດອຸດສາຫະກຳຄັ້ງທີ 4 ຢ່າງຕັ້ງໜ້າ ແລະ ມີປະສິດທິພາບ. ກົມໃຫຍ່ການທ່ອງທ່ຽວໄດ້ປະເມີນຄ່າສູງຕໍ່ຂໍ້ລິເລີ່ມຂອງ Google ໃນການຈັດຕັ້ງປະຕິບັດໂຄງການນິທັດສະການອອນໄລນ໌ Wonders of Vietnam, ເຊິ່ງນຳສະເໜີຈຸດເດັ່ນຂອງມໍລະດົກ, ວັດທະນະທຳ ແລະ ອາຫານຂອງຫວຽດນາມ. ໃນຖານະທີ່ເປັນແພລດຟອມອອນໄລນ໌ລະດັບໂລກ, Google Arts & Culture ຈະກາຍເປັນຂົວຕໍ່ທີ່ຊ່ວຍສົ່ງເສີມຄວາມງາມຂອງຫວຽດນາມໃຫ້ກວ້າງຂວາງຍິ່ງຂຶ້ນ, ເຂົ້າເຖິງຜູ້ຊົມ ແລະ ນັກທ່ອງທ່ຽວທົ່ວໂລກ. ຂ້າພະເຈົ້າຫວັງວ່າໂຄງການນີ້ຈະໄດ້ຮັບການເຜີຍແຜ່ຢ່າງກວ້າງຂວາງ ແລະ ຂະຫຍາຍຕື່ມອີກໃນໄລຍະຕໍ່ໄປ.”
###
ກ່ຽວກັບ Google Arts & Culture
Google Arts & Culture ນຳເອົາຄໍເລັກຊັນຂອງພິພິທະພັນຫຼາຍກວ່າ 2,000 ແຫ່ງມາຢູ່ປາຍນິ້ວມືຂອງທ່ານ. ມັນເປັນວິທີທີ່ເຮັດໃຫ້ທ່ານໄດ້ດຳດິ່ງກັບການຄົ້ນຫາສິລະປະ, ປະຫວັດສາດ ແລະ ສິ່ງມະຫັດສະຈັນຂອງໂລກ, ຕັ້ງແຕ່ຮູບແຕ້ມຫ້ອງນອນຂອງ Van Gogh ໄປຫາຂະບວນການຮຽກຮ້ອງສິດທິຂອງແມ່ຍິງ ແລະ Taj Mahal. ແອັບ Google Arts & Culture ແມ່ນຟຣີ ແລະ ມີໃຫ້ໃຊ້ງານອອນໄລນ໌ສຳລັບ iOS ແລະ Android. ທີມງານໄດ້ເປັນພັນທະມິດ ດ້ານນວັດຕະກຳສຳລັບສະຖາບັນວັດທະນະທຳມາຕັ້ງແຕ່ປີ 2011. ພວກເຂົາພັດທະນາເຕັກໂນໂລຊີທີ່ຊ່ວຍປົກປັກຮັກສາ ແລະ ແບ່ງປັນວັດທະນະທຳ ພ້ອມທັງຊ່ວຍໃຫ້ຜູ້ຄຸ້ມຄອງຫໍພິພິທະພັນສາມາດສ້າງນິທັດສະການທີ່ມີຄວາມໜ້າສົນໃຈທັງແບບອອນໄລນ໌ ແລະ ອອບໄລນ໌ ພາຍໃນພິພິທະພັນ.