
ຮາໂນ້ຍ, ຫວຽດນາມ (17 ເມສາ 2019) -- ບໍລິສັດການບິນ Hai Au Aviation ໄດ້ປະກາດເປີດໂຕທ່ຽວບິນປະຈຳວັນໃໝ່ ລະຫວ່າງ ເຫວ້ ແລະ ດານັງ ໂດຍເລີ່ມຕັ້ງແຕ່ວັນທີ 25 ເມສາ 2019. ທ່ຽວບິນລະຫວ່າງເມືອງນີ້ໃຊ້ເວລາ 40 ນາທີ ແລະ ໄດ້ລວມເອົາການບິນຊົມວິວທາງອາກາດຂອງຈຸດໝາຍປາຍທາງກ່ອນທີ່ຈະລົງຈອດຢູ່ ສະໜາມບິນສາກົນ Phu Bai ຫຼື ສະໜາມບິນສາກົນ ດານັງ.
ຜູ້ໂດຍສານຍັງສາມາດເລືອກທ່ຽວບິນຊົມວິວ 30 ນາທີ ເທິງທ້ອງຟ້າດານັງ ຫຼື ເຫວ້ ຢ່າງດຽວໄດ້ ເພື່ອຊົມທັດສະນີຍະພາບທາງອາກາດຂອງເມືອງເຫຼົ່ານີ້ ແລະ ບໍລິເວນໂດຍຮອບ. ທ່ຽວບິນດັ່ງກ່າວຈະນຳໃຊ້ເຮືອບິນ Cessna Grand Caravan 208B-EX ຄວາມຈຸ 12 ບ່ອນນັ່ງ, ເຊິ່ງເປັນໜຶ່ງໃນເຮືອບິນເຄື່ອງຈັກດ່ຽວທີ່ປອດໄພ ແລະ ມີກຳລັງແຮງທີ່ສຸດໃນອຸດສາຫະກຳການບິນ.
"ດ້ວຍທ່ຽວບິນຊົມວິວໃໝ່ນີ້, ຂ້າພະເຈົ້າໝັ້ນໃຈວ່ານີ້ຈະເປັນປະສົບການທີ່ໂດດເດັ່ນ ແລະ ໃໝ່ອ່ຽມຢ່າງແທ້ຈິງ ເມື່ອມາທ່ອງທ່ຽວຢູ່ຫວຽດນາມ ພາກກາງ." ທ່ານ Truong Anh Hung, ຮອງຜູ້ອຳນວຍການໃຫຍ່ຂອງ Hai Au Aviation ກ່າວ.
ທ່ຽວບິນຊົມວິວເທິງທ້ອງຟ້າເມືອງເຫວ້ ຈະພາທ່ານໄປຊົມຈຸດເດັ່ນຂອງເມືອງ ແລະ ຊາຍຝັ່ງທະເລ ເຊິ່ງລວມມີ ພະລາຊະວັງເກົ່າ (Citadel) ແລະ ເຂດພະລາຊະວັງຫຼວງ ທີ່ໄດ້ຮັບການຂຶ້ນທະບຽນມໍລະດົກໂລກຈາກ UNESCO, ລວມທັງ ຄອກຈັບປາໄມ້ໄຜ່ຢູ່ແຫຼ່ງນ້ຳ Tam Giang Lagoon ເຊິ່ງເປັນຈຸດທີ່ແມ່ໜ້ຳ Perfume, ແມ່ໜ້ຳ Bo ແລະ ແມ່ໜ້ຳ O Lau ໄຫຼລົງສູ່ທະເລ.
ທ່ຽວບິນຊົມວິວເທິງທ້ອງຟ້າດານັງ ມອບທັດສະນີຍະພາບອັນງົດງາມຕະຫຼອດຊາຍຝັ່ງທະເລຄວາມຍາວ 30 ກິໂລແມັດຂອງເມືອງ. ໂດຍເລີ່ມຕັ້ງແຕ່ ແຫຼມ Son Tra ອັນຂຽວສົດຊື່ນ ເຊິ່ງເປັນທີ່ຕັ້ງຂອງ ພູ Monkey Mountain ແລະ ອົງພະແມ່ກວນອິມ ທີ່ສູງທີ່ສຸດໃນຫວຽດນາມ, ລຽບຕາມ ແມ່ໜ້ຳ Han, ໄປຈົນຮອດ ໝູ່ເກາະ Cham Islands ໃກ້ກັບ ເມືອງ Hoi An. ຈາກນັ້ນ ເຮືອບິນຈະບິນວນກັບມາເທິງສະຖານທີ່ທ່ອງທ່ຽວໃໝ່ລ້າສຸດຂອງດານັງ, ນັ້ນຄື ຂົວທອງ (Golden Bridge) ອັນຕື່ນຕາຕື່ນໃຈ ຢູ່ Ba Na Hills.
ເພື່ອສະຫຼອງການເປີດໂຕເສັ້ນທາງບິນໃໝ່ນີ້, Hai Au Aviation ມອບສ່ວນຫຼຸດ 30%, ສຳລັບທຸກທ່ຽວບິນໃນເສັ້ນທາງ ດານັງ - ເຫວ້ ໃໝ່ ຕັ້ງແຕ່ວັນທີ 25 ເມສາ ຫາ 30 ກັນຍາ 2019.
ສອບຖາມຂໍ້ມູນການຈອງ ຕິດຕໍ່ Hai Au Aviation ຜ່ານອີເມວ online.sales@haiauaviation.com ຫຼື ເຂົ້າຊົມເວັບໄຊຂອງພວກເຂົາ.