
ຮ່າໂນ້ຍ, ຫວຽດນາມ (23 ກັນຍາ 2020) -- ສາຍການບິນ Vietnam Airlines ໄດ້ເປີດຈອງຕົ໋ວຢ່າງເປັນທາງການ ສຳລັບທ່ຽວບິນ VN417 ຈາກ ເຊີອູນ, ເກົາຫຼີ ຫາ ຮ່າໂນ້ຍ ໃນວັນທີ 25 ກັນຍາ 2020, ເຊິ່ງເປັນທ່ຽວບິນການຄ້າລະຫວ່າງປະເທດຕາມຕາຕະລາງທ່ຽວທຳອິດ ມາຍັງ ຫວຽດນາມ ຈາກ ເກົາຫຼີ ນັບຕັ້ງແຕ່ສະພາບການລະບາດຂອງ COVID-19 ໃນຫວຽດນາມ ກັບຄືນສູ່ຄວາມໝັ້ນທ່ຽງ.
ທ່ຽວບິນນີ້ຈະດຳເນີນການດ້ວຍເຮືອບິນ Airbus A350 ທີ່ມີຫຼາຍກວ່າ 300 ບ່ອນນັ່ງ. ຍ້ອນຂໍ້ກຳນົດພິເສດກ່ຽວກັບຂັ້ນຕອນການຮັບມືກັບການລະບາດ, ຕົ໋ວສຳລັບທ່ຽວບິນນີ້ຈະບໍ່ມີການຂາຍໃນເວັບໄຊຂອງ Vietnam Airlines. ແຕ່ລູກຄ້າສາມາດຊື້ຕົ໋ວໄດ້ຢູ່ທີ່ຫ້ອງການ ແລະ ຕົວແທນຢ່າງເປັນທາງການຂອງ Vietnam Airlines ໃນ ເກົາຫຼີ ແລະ ຫວຽດນາມ.
ທ່ຽວບິນນີ້ປະຕິບັດຕາມກົດລະບຽບການຄວບຄຸມພະຍາດທີ່ເຂັ້ມງວດທີ່ສຸດ. ໃນການເດີນທາງ, ຜູ້ໂດຍສານຈຳເປັນຕ້ອງມີເງື່ອນໄຂສະເພາະ, ເຊັ່ນ: ມີໃບຢັ້ງຢືນຜົນກວດເປັນລົບສຳລັບ SARS-CoV-2 ຕາມວິທີ Realtime PCR ພາຍໃນສາມວັນກ່ອນການອອກເດີນທາງ, ຢັ້ງຢືນສະຖານທີ່ກັກໂຕໃນຫວຽດນາມ, ຕິດຕັ້ງແອັບຕິດຕາມໃນໂທລະສັບມືຖື, ແລະ ສຳເລັດການລາຍງານທາງການແພດ. ໃນປັດຈຸບັນ, ຜູ້ໂດຍສານທີ່ຕໍ່ເຄື່ອງຈາກປະເທດທີສາມຈະບໍ່ໄດ້ຮັບການຂົນສົ່ງ. ຫຼັງຈາກກັບຄືນມາຍັງ ຫວຽດນາມ, ພະນັກງານປະຈຳທ່ຽວບິນຈະໄດ້ຮັບການກວດກາສຸຂະພາບ ແລະ ກັກໂຕຕາມກົດລະບຽບ. ຍົນທັງລຳຈະຖືກຂ້າເຊື້ອ ລວມທັງຫ້ອງຜູ້ໂດຍສານ ແລະ ຫ້ອງນັກບິນ ຕາມມາດຕະຖານສາກົນ.
ກ່ອນໜ້ານີ້, Vietnam Airlines ໄດ້ດຳເນີນທ່ຽວບິນການຄ້າລະຫວ່າງປະເທດຕາມຕາຕະລາງທ່ຽວທຳອິດຢ່າງປອດໄພ ຈາກ ຮ່າໂນ້ຍ ຫາ ໂຕກຽວ, ຍີ່ປຸ່ນ ໂດຍມີຜູ້ໂດຍສານເກືອບ 60 ຄົນ, ເຊິ່ງສ່ວນໃຫຍ່ແມ່ນນັກສຶກສາ ແລະ ແຮງງານຫວຽດນາມ ແລະ ພົນລະເມືອງຍີ່ປຸ່ນ.
ນອກຈາກເສັ້ນທາງ ຍີ່ປຸ່ນ ແລະ ເກົາຫຼີໃຕ້ ແລ້ວ, Vietnam Airlines ຍັງມີແຜນຈະຟື້ນຟູທ່ຽວບິນລະຫວ່າງ ຫວຽດນາມ ແລະ ຈີນ, ໄຕ້ຫວັນ (ຈີນ), ລາວ, ແລະ ກຳປູເຈຍ ໃນອະນາຄົດອັນໃກ້ນີ້, ທັນທີທີ່ໄດ້ຮັບການອະນຸມັດຈາກລັດຖະບານ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ. ໃນເວລານີ້ ຫວຽດນາມ ແມ່່ນອະນຸຍາດໃຫ້ເດີນທາງເຂົ້າປະເທດສະເພາະນັກການທູດ, ຜູ້ຊ່ຽວຊານ, ນັກລົງທຶນ ແລະ ສະມາຊິກຄອບຄົວຂອງເຂົາເຈົ້າ, ແລະ ປະຊາຊົນຫວຽດນາມທີ່ເດີນທາງກັບຄືນບ້ານ. ການຟື້ນຟູທ່ຽວບິນການຄ້າລະຫວ່າງປະເທດຕາມຕາຕະລາງ ສະແດງໃຫ້ເຫັນເຖິງໂອກາດການຟື້ນຕົວທີ່ດີສຳລັບສາຍການບິນຫວຽດນາມໃນໄລຍະຕໍ່ໄປ.
###
ສຳລັບຂໍ້ມູນສື່ມວນຊົນ, ກະລຸນາຕິດຕໍ່:
Vietnam Airline JSC
200 Nguyen Son, Long Bien district, Ha Noi, Vietnam
Hotline PR: +84 903242577
Email: public-relations@vietnamairlines.com