ໝາຍເຫດ: ຂ່າວລ່າສຸດກ່ຽວກັບຈຸດໝາຍ, ປະສົບການ ແລະ ການທ່ອງທ່ຽວໃນ Vietnam ສຳຫຼວດດຽວນີ້ →

ມັກອາຫານຫວຽດນາມ, ຄວ້າ MICHELIN Guide ຮ່າໂນ້ຍ & ໂຮ່ຈີມິນ ຂອງທ່ານເລີຍ

ຂ່າວດີສຳລັບນັກທ່ອງທ່ຽວສາຍກິນທີ່ມາຫວຽດນາມ! ໃນທີ່ສຸດ MICHELIN Guide ກໍໄດ້ມາຮອດປະເທດທີ່ສວຍງາມນີ້ແລ້ວ ແລະ ພ້ອມຢ່າງຍິ່ງທີ່ຈະຮັບໃຊ້ທຸກໆທ່ານທີ່ຫຼົງໄຫຼໃນອາຫານຫວຽດນາມ.


ຈັດຂຶ້ນໃນຕົ້ນເດືອນມິຖຸນາທີ່ຜ່ານມາ ຢູ່ຮ່າໂນ້ຍ, Michelin ໄດ້ສະເໜີການເປີດຕົວຢ່າງເປັນທາງການຂອງ MICHELIN Guide Hanoi & Ho Chi Minh City 2023 ໃຫ້ແກ່ຜູ້ຄົນທົ່ວໂລກ ພ້ອມດ້ວຍລາຍຊື່ຮ້ານອາຫານທັງໝົດ 103 ຮ້ານ, ລວມທັງຮ້ານອາຫານທີ່ໄດ້ຮັບ ດາວ Michelin 1 ດາວ ຈຳນວນ 4 ຮ້ານ.

4 ຮ້ານອາຫານທີ່ໄດ້ຮັບ 1 ດາວ MICHELIN Star

4 ຮ້ານອາຫານທີ່ໄດ້ຮັບ 1 ດາວ MICHELIN Star

 

ທ່ານ Ahmad Faiez Mohamed Pisal, ກຳມະການຜູ້ຈັດການຂອງ MICHELIN Vietnam ໄດ້ກ່າວວ່າ, ໂດຍປະກົດຕົວຄັ້ງທຳອິດຢູ່ຝຣັ່ງໃນປີ 1900, ເມື່ອເວລາຜ່ານໄປ, MICHELIN Guide ໄດ້ກ້າວອອກຈາກຊາຍແດນຂອງປະເທດຝຣັ່ງ ແລະ ເດີນທາງໄປຍັງເມືອງຕ່າງໆ ທົ່ວໂລກ. ການເປີດຕົວ MICHELIN Guide ໃນຫວຽດນາມ ແມ່ນໝຸດໝາຍທີ່ໜ້າປະທັບໃຈສຳລັບອາຫານຫວຽດນາມ. MICHELIN Guide ຈະເປັນທີ່ປຶກສາທີ່ດີເລີດສຳລັບນັກທ່ອງທ່ຽວໃນການຄົ້ນຫາຮ້ານອາຫານທີ່ມີອາຫານຄຸນນະພາບດີ, ໂຮງແຮມທີ່ສະດວກສະບາຍ ແລະ ເພີດເພີນກັບປະສົບການທີ່ໂດດເດັ່ນ.

ທ່ານນາງ Nguyen Vu Quynh Anh, ປະທານເຈົ້າໜ້າທີ່ບໍລິຫານ ຂອງ Sun Hospitality Group - Sun Group, ໄດ້ກ່າວວ່າ ຈາກການຄັດເລືອກຂອງ MICHELIN ໃນຫວຽດນາມ, ຈຸດໝາຍປາຍທາງດ້ານອາຫານທີ່ມີຊື່ວ່າ ຫວຽດນາມ ຈະຖືກເຜີຍແຜ່ໄປຍັງນັກທ່ອງທ່ຽວທົ່ວໂລກ. ດ້ວຍການເປີດຕົວຂອງ MICHELIN Guide, ຄວາມພະຍາຍາມຂອງພໍ່ຄົວ/ແມ່ຄົວ ແລະ ຜູ້ທີ່ເຮັດວຽກໃນຂະແໜງການອາຫານທົ່ວປະເທດຫວຽດນາມ, ຫວຽດນາມ ຈະເປັນຈຸດໝາຍປາຍທາງດ້ານອາຫານລະດັບຮາຍຄລາສທີ່ນັກທ່ອງທ່ຽວຕ່າງປະເທດທຸກຄົນຕ້ອງມາຢ້ຽມຢາມໃຫ້ໄດ້ຈັກຄັ້ງໜຶ່ງໃນຊີວິດ.

ປະທານ VNAT ໃນພິທີ Michelin Guide

ທ່ານ Nguyen Trung Khanh ປະທານ VNAT ໃນພິທີ Michelin Guide Ceremony 2023

 

ຕາມການລະບຸຂອງ ທ່ານ Gwendal Poullennec, ຜູ້ອຳນວຍການສາກົນຂອງ MICHELIN Guide, ການຄັດເລືອກຄັ້ງທຳອິດຢູ່ ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ໄດ້ເນັ້ນໃຫ້ເຫັນເຖິງຄວາມແຕກຕ່າງ ແລະ ຄວາມຫຼາກຫຼາຍທີ່ທັງສອງເມືອງນີ້ມີໃຫ້. ຮ່າໂນ້ຍ, ເມືອງຫຼວງຂອງຫວຽດນາມ, ໃຫ້ບັນຍາກາດທີ່ຜ່ອນຄາຍ ແລະ ເຢັນສະບາຍ ພ້ອມດ້ວຍຮ້ານຄ້ານ້ອຍ ແລະ ຮ້ານອາຫານທີ່ສ່ວນໃຫຍ່ພົບເຫັນຢູ່ເຂດເມືອງເກົ່າ. ອາຫານຫວຽດນາມແບບດັ້ງເດີມທີ່ມີລົດຊາດທາງພາກເໜືອແມ່ນມີຢູ່ທົ່ວໄປໃນເມືອງນີ້, ດ້ວຍການນຳສະເໜີລົດຊາດທຳມະຊາດຢ່າງຈະແຈ້ງ, ເສີມດ້ວຍເຄື່ອງເທດ ແລະ ຜັກຫອມຊະນິດຕ່າງໆ ເພື່ອຄວາມສົມບູນແບບຂອງລົດຊາດ. 

ໃນທາງກົງກັນຂ້າມ, ນະຄອນໂຮ່ຈີມິນ ເປັນເມືອງທີ່ຄຶກຄື້ນ ແລະ ເຕີບໂຕຢ່າງໄວວາ ໂດຍມອບພະລັງທີ່ເປັນເອກະລັກໃຫ້ກັບນັກທ່ອງທ່ຽວທຸກຄົນ ແລະ ມິຄວາມຫຼາກຫຼາຍຂອງອາຫານ. ທັງເຕັກນິກການປຸງອາຫານແບບທັນສະໄໝ ແລະ ດັ້ງເດີມແມ່ນຖືກນຳໃຊ້ອອກມາຢ່າງໂດດເດັ່ນ, ແລະ ຍັງມີການປະສົມປະສານທີ່ດີຂອງພໍ່ຄົວ/ແມ່ຄົວ ໜຸ່ມນ້ອຍໃນທ້ອງຖິ່ນທີ່ມີຄວາມສາມາດ ແລະ ກະຕືລືລົ້ນທີ່ຈະນຳສະເໜີຄວາມຄິດ ແລະ ຜົນງານການສ້າງສັນຂອງເຂົາເຈົ້າລົງໃນຈານ.

ໃນບັນດາ 103 ຮ້ານອາຫານທີ່ຖືກຄັດເລືອກ (48 ຮ້ານຢູ່ຮ່າໂນ້ຍ ແລະ 55 ຮ້ານໃຫ້ນະຄອນໂຮ່ຈີມິນ), ມີ 4 ຮ້ານທີ່ໄດ້ຮັບ ດາວ Michelin 1 ດາວ (One MICHELIN Star) ຍ້ອນການປຸງອາຫານທີ່ມີຄຸນນະພາບສູງ: Anăn Saigon (ນະຄອນໂຮ່ຈີມິນ), Gia (ຮ່າໂນ້ຍ), Hibana by Koki (ຮ່າໂນ້ຍ), Tầm Vị (ຮ່າໂນ້ຍ); 29 ຮ້ານໄດ້ຮັບລາງວັນ Bib Gourmand ສຳລັບການບໍລິການອາຫານດີໃນລາຄາທີ່ເໝາະສົມ; ແລະ ອີກ 70 ຮ້ານແມ່ນໄດ້ຮັບການແນະນຳໃນ MICHELIN Guide.

ເບິ່ງລາຍຊື່ເຕັມຂອງ MICHELIN Guide Hanoi & Ho Chi Minh City ໄດ້ທີ່ນີ້.

29 ຮ້ານອາຫານທີ່ໄດ້ຮັບລາງວັນ Bib Gourmand29 ຮ້ານອາຫານທີ່ໄດ້ຮັບລາງວັນ Bib Gourmand

29 ຮ້ານອາຫານທີ່ໄດ້ຮັບລາງວັນ Bib Gourmand

 

70 ຮ້ານອາຫານທີ່ໄດ້ຮັບການຄັດເລືອກ Michelin Selected70 ຮ້ານອາຫານທີ່ໄດ້ຮັບການຄັດເລືອກ Michelin Selected70 ຮ້ານອາຫານທີ່ໄດ້ຮັບການຄັດເລືອກ Michelin Selected70 ຮ້ານອາຫານທີ່ໄດ້ຮັບການຄັດເລືອກ Michelin Selected

70 ຮ້ານອາຫານທີ່ໄດ້ຮັບການຄັດເລືອກ Michelin Selected

 

ທ່ານ ຫງວຽນ ຕຸ່ງ ຄ໊ານ ປະທານ VNAT ໃນງານ

ທ່ານ ຫງວຽນ ຕຸ່ງ ຄ໊ານ ປະທານ VNAT ໃນງານ

 

A Taste of Vietnam ຂອງ MichelinA Taste of Vietnam ຂອງ Michelin