ມີຄວາມເປັນສິລະປະ, ເປັນທຳມະຊາດ, ປ່ຽນແປງຢູ່ສະເໝີແຕ່ກໍຍັງຄົງໄວ້ເຊິ່ງຄວາມດັ້ງເດີມ, ຮ່າໂນ້ຍ ແມ່ນໜຶ່ງໃນເມືອງທີ່ມີບັນຍາກາດມີເສໜ່ຫຼາຍທີ່ສຸດຂອງຫວຽດນາມ. ການສຳຫຼວດວົງການສິລະປະຂອງເມືອງນີ້ອາດຕ້ອງໃຊ້ຄວາມພະຍາຍາມ ແລະ ຄວາມຮູ້ຈາກຄົນໃນຈຳນວນໜຶ່ງ, ແຕ່ຜົນຕອບແທນທີ່ໄດ້ນັ້ນຄຸ້ມຄ່າຢ່າງແນ່ນອນ. ນີ້ແມ່ນຄູ່ມືຂອງທ່ານທີ່ຈະພາໄປສູ່ແລວທາງທີ່ສະຫວ່າງໄສ ແລະ ຄວາມລັບທີ່ຖືກເກັບຮັກສາໄວ້ເປັນຢ່າງດີ ບ່ອນທີ່ສິລະປະຈະເລີນຮຸ່ງເຮືອງໃນເມືອງຫຼວງຂອງຫວຽດນາມ.
ບົດທີ 01 —
ສິລະປະຖະໜົນຂອງຮ່າໂນ້ຍ
ຖະໜົນ Phung Hung
ສິ່ງທີ່ດີທີ່ສຸດໃນຊີວິດບາງຄັ້ງກໍໄດ້ມາຟຣີ, ໂດຍສະເພາະໃນກໍລະນີຂອງສິລະປະຖະໜົນອັນອັດສະຈັນນີ້ໃນຍ່ານເມືອງເກົ່າຂອງຮ່າໂນ້ຍ. ຮູບພາບແຕ້ມຝາຜະໜັງທີ່ເຕັມໄປດ້ວຍຄວາມຫວັງ ເຊິ່ງຖ່າຍທອດຊີວິດການເປັນຢູ່ຂອງຫວຽດນາມ ໄດ້ຮຽງລາຍຢູ່ຕາມຝາກໍ່ອິດເກົ່າ, ເຮັດໃຫ້ຮູ້ສຶກຄືກັບວ່າອະດີດກຳລັງຍ່າງຄຽງຄູ່ໄປກັບປັດຈຸບັນ. ບໍ່ພຽງແຕ່ຖະໜົນສາຍນີ້ຈະເໝາະສຳລັບການຖ່າຍຮູບລົງ Instagram ໄດ້ຢ່າງບໍ່ມີມື້ສິ້ນສຸດເທົ່ານັ້ນ, ແຕ່ທ່ານຍັງອາດຈະພົບກັບການຫຼິ້ນເກມ ແລະ ການສະແດງຕ່າງໆ ທີ່ຈັດຂຶ້ນຢູ່ທີ່ນີ້ອີກດ້ວຍ.
ຮູບແຕ້ມຝາຜະໜັງກະເບື້ອງໂມເສກຮ່າໂນ້ຍ
ທ່ານບໍ່ຄວນພາດຮູບແຕ້ມຝາຜະໜັງຂະໜາດໃຫຍ່ນີ້ເມື່ອຂັບຮົກຜ່ານຮ່າໂນ້ຍ. ສ້າງຂຶ້ນເນື່ອງໃນໂອກາດຄົບຮອບ 1,000 ປີ ແຫ່ງການກໍ່ຕັ້ງຮ່າໂນ້ຍໃນປີ 2010, ຮູບແຕ້ມກະເບື້ອງໂມເສກນີ້ໄດ້ຮັບການບັນທຶກໂດຍ Guinness Book of World Records ວ່າເປັນຮູບແຕ້ມໂມເສກທີ່ຍາວທີ່ສຸດໃນໂລກ. ດ້ວຍຄວາມຍາວຫຼາຍກວ່າຫົກກິໂລແມັດ, ຮູບແຕ້ມໂມເສກນີ້ປະກອບດ້ວຍການປະສົມປະສານຂອງຫຼາກຫຼາຍຫົວຂໍ້ໃນຜົນງານສິລະປະຢ່າງກາງແຈ້ງທີ່ຍາວຕິດຕໍ່ກັນ.
Into Thin Air
Into Thin Air ແມ່ນໂຄງການສິລະປະສາທາລະນະທີ່ຈັດສັນໂດຍ Manzi Art Space. ຜົນງານສິລະປະເສືອນຈິງ 10 ຊິ້ນ -- ທັງສຽງບັນຍາຍຍ່າງຊົມ, ການຕິດຕັ້ງເສືອນຈິງ ແລະ ວິດີໂອສິລະປະ -- ມີຢູ່ຢ່າງຖາວອນໃນ 10 ບ່ອນສາທາລະນະສຳຄັນອ້ອມຮ່າໂນ້ຍ. ທ່ານຈະຕ້ອງດາວໂຫຼດແອັບ ແລະ ໃສ່ຫູຟັງຂອງທ່ານເພື່ອທີ່ຈະສາມາດຮັບຊົມ ແລະ ມີປະຕິສຳພັນກັບຜົນງານແຕ່ລະຊິ້ນໄດ້.
ບົດທີ 02 —
ພິພິທະພັນວິຈິດສິນ
ພິພິທະພັນວິຈິດສິນຮ່າໂນ້ຍ
ແຕ່ກ່ອນເຄີຍເປັນໂຮງຮຽນປະຈຳຄາໂທລິກສຳລັບເດັກຍິງ, ໃນປັດຈຸບັນອາຄານແຫ່ງນີ້ເປັນບ່ອນຈັດສະແດງ ຄໍເລັກຊັນທີ່ດີທີ່ສຸດ ຂອງຮູບແຕ້ມຍຸກຮ່ວມສະໄໝຕອນຕົ້ນຂອງປະເທດ. ຜົນງານເຫຼົ່ານີ້ຕັ້ງແຕ່ສະຕະວັດທີ 19 ຈົນເຖິງປັດຈຸບັນ ໄດ້ສະທ້ອນໃຫ້ເຫັນເຖິງການໄຕ່ຕອງທີ່ໜ້າສົນໃຈໃນຫົວຂໍ້ກ່ຽວກັບລັດທິຊາດນິຍົມ, ການຍຶດຄອງຂອງຕ່າງຊາດ, ການເສຍສະຫຼະຊີວິດເພື່ອອຸດົມການ, ສົງຄາມ, ການລ່າເມືອງຂຶ້ນ ແລະ ການປະກົດຕົວຂອງເອກະລັກທາງສິລະປະຂອງຊາດ.
ພິພິທະພັນແມ່ຍິງ
ພິພິທະພັນທັນສະໄໝ ແຫ່ງນີ້ສະເລີມສະຫຼອງປະຫວັດສາດຂອງແມ່ຍິງໃນຫວຽດນາມ, ໂດຍມີການຈັດສະແດງເຄື່ອງແຕ່ງກາຍພື້ນເມືອງ, ຮູບປັ້ນ, ຮູບແຕ້ມ, ຜົນງານສິລະປະ, ງານແກະສະຫຼັກໄມ້ ແລະ ເຄື່ອງຮຸກຮັກ. ຢູ່ເທິງພິພິທະພັນ ທ່ານຈະພົບກັບ MAM Art Collection, ເຊິ່ງເປັນສະຖານທີ່ນ້ອຍໆ ທີ່ຈັດສັນໂດຍ CUC Gallery. ອັນຍະມະນີທີ່ຊ່ອນຢູ່ນີ້ແມ່ນບ່ອນທີ່ຜູ້ຫຼົງໄຫຼໃນສິລະປະບໍ່ຄວນພາດຢ່າງຍິ່ງເມື່ອມາຮ່າໂນ້ຍ.
ພິພິທະພັນປະຫວັດສາດແຫ່ງຊາດຫວຽດນາມ
ນອກຈາກສະຖາປັດຕະຍະກຳທີ່ງົດງາມແລ້ວ, ອາຄານແຫ່ງນີ້ຍັງມີຄໍເລັກຊັນສິລະປະບູຮານທີ່ອັດສະຈັນອີກດ້ວຍ. ພິພິທະພັນແຫ່ງຊາດ ແມ່ນບ່ອນທີ່ສິລະປະ, ຝີມືຫັດຖະກຳ ແລະ ປະຫວັດສາດມາບັນຈົບກັນ. ຍ່າງເລາະຕາມແລວທາງທີ່ງຽບສະຫງົບເພື່ອພົບກັບງານແກະສະຫຼັກໄມ້ຕັ້ງແຕ່ສະຕະວັດທີ 4, ຮູບປັ້ນຈຳປາ, ງານແກະສະຫຼັກອັນວິຈິດບັນຈົງຈາກສະຕະວັດທີ 19 ແລະ ອື່ນໆ ອີກຫຼາຍຢ່າງ.
ບົດທີ 03 —
ພື້ນທີ່ສິລະປະຮ່ວມສະໄໝ ແລະ ແກເລີຣີ
Manzi Art Space
ແກເລີຣີແຫ່ງນີ້ຕັ້ງຢ່າງອົບອຸ່ນຢູ່ພາຍໃນວິລາຝຣັ່ງອັນສະຫວ່າງໄສ. ປ່ອງຢ້ຽມສູງ ແລະ ເພດານສູງສ້າງບັນຍາກາດພາຍໃນທີ່ສະຫວ່າງ ແລະ ສົດຊື່ນ, ເໝາະສຳລັບການຊົມຜົນງານສິລະປະຮ່ວມສະໄໝຫວຽດນາມ ອັນປະນີດທີ່ຈັດສະແດງຢູ່, ຫຼື ພຽງແຕ່ນັ່ງຜ່ອນຄາຍກັບກາເຟ ແລະ ປື້ມສັກເລື່ອງ. Manzi ຈັດກິດຈະກຳເວີກຊອບ ແລະ ງານນິເທດສະການຮ່ວມກັບສິລະປິນຊັ້ນນຳຂອງຫວຽດນາມຢູ່ສະເໝີ.
Six Space
ສຳລັບທຸກຢ່າງທີ່ກ່ຽວກັບສິລະປະຮ່ວມສະໄໝໃນຮ່າໂນ້ຍ, ໃຫ້ມຸ່ງໜ້າໄປທີ່ Six Space ຢູ່ຖະໜົນ Tran Hung Dao. ບໍລິຫານໂດຍກຸ່ມສິລະປິນໜຸ່ມສາວຈາກຫຼາຍຂົງເຂດຕັ້ງແຕ່ການແຕ້ມຮູບໄປຈົນເຖິງການສ້າງຮູບເງົາ, ພະລັງຄວາມໜຸ່ມສາວ, ຄວາມທະຍານຢາກ ແລະ ຄວາມຢືດຢຸ່ນຂອງ Six Space ຈະສ້າງແຮງບັນດານໃຈໃຫ້ທ່ານ. ຢູ່ທີ່ນີ້ມີການແລກປ່ຽນຄວາມຄິດທີ່ໜ້າສົນໃຈຢູ່ສະເໝີ ລວມທັງສິລະປະອັນຕາຕະລຶງ.
Á Space
ຖ້າທ່ານສົນໃຈສິລະປະການທົດລອງ, Á Space ມີຄວາມຊ່ຽວຊານໃນການຈັດສະແດງຜົນງານຮ່ວມສະໄໝທີ່ມີເອກະລັກ. ເປັນດັ່ງບ່ອນຫຼົບໄພສຳລັບສິລະປິນໜຸ່ມສາວຮຸ່ນໃໝ່, ແກເລີຣີແຫ່ງນີ້ມັກທີ່ຈະກ້າວກ້າວຂ້າມຂອບເຂດເດີມໆ. ຢູ່ທີ່ນີ້ມີບາງຢ່າງສຳລັບຜູ້ຫຼົງໄຫຼໃນສິລະປະທຸກຄົນ, ລວມທັງຮູບເງົາ, ຮູບແຕ້ມ, ດົນຕີ, ສິລະປະຕິດຕັ້ງ ແລະ ອື່ນໆ.
ບົດທີ 04 —
ຂອງຝາກ ແລະ ຂອງທີລະນຶກທາງສິລະປະ
Collective Memory
ຢູ່ໃກ້ໆກັບໂບດເຊນໂຈເຊຟ, Collective Memory ເປັນຮ້ານຄ້າອັນໂດດເດັ່ນທີ່ຕັ້ງຢູ່ຖະໜົນ Nha Chung. ຢູ່ເທິງຊັ້ນວາງ ທ່ານຈະພົບກັບເຄື່ອງຕົກແຕ່ງເກ໋ໆຫຼາກຫຼາຍຊະນິດ, ເຄື່ອງເຊລາມິກທີ່ງາມຕາ, ພາບພິມສິລະປະລຸ້ນຈຳກັດຈາກສິນລະປິນທີ່ມີຊື່ສຽງ ແລະ ສິນລະປິນໜ້າໃໝ່, ຂອງກິນແຊບໆ ແລະ ຂອງສະສົມທີ່ໜ້າປະທັບໃຈ. ແວ່ເຂົ້າໄປເພື່ອຊອກຫາພາບພິມ ຫຼື ຜົນງານສິລະປະອັນພິເສດ ເພື່ອນຳກັບບ້ານຈາກການເດີນທາງທ່ອງທ່ຽວຮາໂນ້ຍຂອງທ່ານ.
Zó Paper
Zó Project ມີຮ້ານຕັ້ງຢູ່ຂ້າງທາງລົດໄຟໃນຖະໜົນທາງລົດໄຟອັນມີສະເໜ່ຂອງຮາໂນ້ຍ. ລົງທະບຽນເຂົ້າຮ່ວມເວີກຊອບສິລະປະຂອງພວກເຂົາ, ຫຼື ພຽງແຕ່ເລືອກເບິ່ງເຄື່ອງຂຽນທີ່ມີເອກະລັກສະເພາະຕົວ ເຊິ່ງເຮັດດ້ວຍເຕັກນິກການເຮັດເຈ້ຍແບບບູຮານ. Zó ເຮັດວຽກຮ່ວມກັບຊ່າງຝີມືຈາກໝູ່ບ້ານເຮັດເຈ້ຍໃກ້ກັບຮາໂນ້ຍ ເພື່ອສ້າງສັນໂປສເຕີ, ປະຕິທິນ, ແລະ ປຶ້ມຂຽນທີ່ງົດງາມ.




