ໝາຍເຫດ: ຂ່າວລ່າສຸດກ່ຽວກັບຈຸດໝາຍ, ປະສົບການ ແລະ ການທ່ອງທ່ຽວໃນ Vietnam ສຳຫຼວດດຽວນີ້ →

ທ່ານພ້ອມແລ້ວບໍທີ່ຈະໄປມັນກັບ Born Pink ຢູ່ ຮາໂນ້ຍ?

ແຟນໆ K-pop, ທ່ານຄວນກຽມພ້ອມທີ່ຈະໄປມັນໄດ້ເລີຍ - Born Pink World Tour ກຳລັງຈະມາເຖິງ ແລະ Blackpink ໄດ້ປະກາດຈຸດແວ່ຊົມຢູ່ ຫວຽດນາມ ແລ້ວ.


ສາວໆ ໃນສະເປັກຂອງທ່ານ Blackpink ກຳລັງຈະກ້າວອອກຈາກໜ້າຈໍຢ່າງງົດງາມ ພ້ອມກັບເວີນທົວທົ່ວໂລກ Born Pink ທີ່ກຳລັງດຳເນີນຢູ່ ເຊິ່ງສັນຍາວ່າມັນຈະເປັນຈຸດສູງສຸດຂອງຄວາມຍິ່ງໃຫຍ່ໃນລະດູຮ້ອນນີ້. ທາງວົງຈະສະແດງເປັນເວລາ 2 ມື້ເຕັມ - ວັນທີ 29 ແລະ 30 ກໍລະກົດ - ຢູ່ ຮາໂນ້ຍ. ຄອນເສີດຈະຈັດຂຶ້ນຢູ່ ສະໜາມກິລາແຫ່ງຊາດ ໝີດິ່ນ (My Dinh National Stadium) - ສະຖານທີ່ຈັດງານບັນເທິງລະດັບສາກົນທີ່ ສຳຄັນ.

blackpink

 

ດ້ວຍຄວາມຕື່ນເຕັ້ນຢ່າງຫຼວງຫຼາຍກັບຂ່າວນັ້ນ, ແຟນໆ ທົ່ວໂລກໄດ້ດັນ "Born Pink Hanoi" ຂຶ້ນອັນດັບ 1 ໃນ Twitter ທັນທີ. ເຊື່ອວ່າມັນເປັນທີ່ແນ່ນອນວ່າ Blinks ພ້ອມແລ້ວທີ່ຈະໄປມັນກັບ Blackpink, ໂບກແທ່ງໄຟສີດຳ-ຊົມພູ ອັນເປັນເອກະລັກໃນມື ແລະ ສ້າງຄວາມສະຫວ່າງໄສໃຫ້ກັບ Born Pink Party.

ຄະນະຈັດງານ Born Pink Hanoi ໄດ້ເປີດເຜີຍວ່າ ຄອນເສີດຂອງ BLACKPINK ໄດ້ຮັບການຕິດຕັ້ງຮອບດ້ານດ້ວຍລະບົບສຽງຊັ້ນນຳຂອງໂລກ, ພ້ອມທັງທີມງານຊ່ຽວຊານລະດັບສາກົນ 200 ຄົນທີ່ເດີນທາງມາ ຫວຽດນາມ. ເມື່ອການນັບຖອຍຫຼັງໃກ້ຈະສິ້ນສຸດລົງ, ຮາໂນ້ຍ ກໍກາຍເປັນຈຸດສົນໃຈຂອງແຟນໆ Kpop ທົ່ວໂລກໃນເວລານີ້. 

ໃນຂະນະທີ່ຢູ່ ຮາໂນ້ຍ, ທ່ານສາມາດດຳດິ່ງເຂົ້າໄປໃນຖະໜົນ ຍ່ານເມືອງເກົ່າ (Old Quarter) ທີ່ມີສີສັນ ແລະ ຄຶກຄື້ນ, ຍ່າງຂ້າມຖະໜົນ ຄຽງຄູ່ກັບຄົນທ້ອງຖິ່ນໃນເຂດວົງກົດຂອງຖະໜົນແຄບໆ ທີ່ເຕັມໄປດ້ວຍຜູ້ຊື້ເຄື່ອງ, ພໍ່ຄ້າແມ່ຄ້າ, ຮ້ານກາເຟ ແລະ ຮ້ານອາຫານ Michelin. ຍ່າງຫຼິ້ນຜ່ອນຄາຍອ້ອມ ທະເລສາບຮວ່ານກຽມ (Hoan Kiem Lake, ຢູ່ໃຈກາງເມືອງ), ຄົ້ນຫາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງ ເຊັ່ນ: ຂົວແດງເທັກຮຸກ (The Huc Red Bridge), ວັດງອກເຊີນ (Ngoc Son Temple), ຫໍຄອຍເຕົ່າ (Turtle Tower), ຈາກນັ້ນ ເພີດເພີນກັບການສະແດງຄວາມບັນເທິງຢູ່ ໂຮງລະຄອນຫຸ່ນກະບອກນ້ຳ ທັງລອງ (Thang Long Water Puppet Theatre) ຫຼື ໂຮງລະຄອນໂອເປຣາ ຮາໂນ້ຍ (Ha Noi Opera House). ເມືອງຫຼວງຂອງ ຫວຽດນາມ ໂອບລວມເອົາຄວາມງາມອັນເກົ່າແກ່ ແລະ ຍ້ອນຍຸກ ເຊິ່ງສະທ້ອນໃຫ້ເຫັນໃນສະຖາປັດຕະຍະກຳຮ່ວມສະໄໝ ພ້ອມກັບແກ່ນສານທາງວັດທະນະທຳ ແລະ ອາຫານການກິນທີ່ເປັນເອກະລັກ.

ແວ່ໄປຮ້ານອາຫານໃດກໍໄດ້ໃນ MICHELIN Guide 2023 ແລະ ເພີດເພີນກັບອາຫານແຊບໆ ຂອງ ຮາໂນ້ຍ: ເຝີ (Pho), ບ້ານໝີ່ (Banh Mi), ບຸ່ນຈາ (Bun Cha - ໝູປີ້ງກັບເສັ້ນເຝີ), ຈ໋າກາ (Chả Cá), ເຂົ້າພຽບ/ຂະໜົມປາກໝໍ້ (Steamed rice rolls), ແລະ ອື່ນໆ ອີກຫຼາຍຢ່າງ. ໃຜຈະໄປຮູ້, ຖ້າທ່ານໂຊກດີພໍ, ທ່ານອາດຈະໄດ້ລ້ຽງກາເຟໄຂ່ 1 ຈອກ ໃຫ້ກັບໄອດອນຂອງທ່ານກໍເປັນໄດ້.