ການຈອງທົວຊຸມຊົນ, ການຊື້ເຄື່ອງຢູ່ ວິສາຫະກິດເພື່ອສັງຄົມ, ການຮັບປະທານອາຫານທີ່ປູກໃນທ້ອງຖິ່ນ — ມີຫຼາຍວິທີທີ່ການເດີນທາງຂອງທ່ານໃນ ຫວຽດນາມ ສາມາດສ້າງຄວາມແຕກຕ່າງໄດ້. ສຳລັບນັກທ່ອງທ່ຽວທີ່ມັກການໃຫ້ຄືນສູ່ສັງຄົມໃນທຸກໆບ່ອນທີ່ເຂົາເຈົ້າໄປ, ຫວຽດນາມ ມອບໂອກາດອັນດີເລີດໃນການດຳດິ່ງສູ່ໂຄງສ້າງວັດທະນະທຳທ້ອງຖິ່ນ ພ້ອມທັງສະໜັບສະໜູນວິສາຫະກິດທີ່ມີຄຸນຄ່າ. ອ່ານຕໍ່ເພື່ອຄົ້ນຫາແບຣນ ແລະ ແນວຄິດຄວາມຍືນຍົງທີ່ເຮົາຊື່ນຊອບ ເພື່ອເປັນແຮງບັນດານໃຈໃຫ້ກັບເສັ້ນທາງການທ່ອງທ່ຽວ ຫວຽດນາມ ຂອງທ່ານ.
ບົດທີ 01 —
ທົວ ແລະ ການເດີນທາງ
ເຮັດຄວາມຮູ້ຈັກກັບຈຸດໝາຍປາຍທາງຂອງທ່ານກັບຜູ້ດຳເນີນທົວທີ່ສະໜັບສະໜູນຊຸມຊົນທ້ອງຖິ່ນ. HanoiKids ແມ່ນທົວພາຢ່າງຊົມເມືອງຟຣີໃນເມືອງຫຼວງ. ເດັກນ້ອຍທີ່ມີຄວາມກະຕືລືລົ້ນ, ເຊິ່ງສ່ວນໃຫຍ່ແມ່ນນັກຮຽນມັດທະຍົມປາຍ, ຈະພາທ່ານເລາະຊົມຕະຫຼາດ ແລະ ຖະໜົນທີ່ເຂົາເຈົ້າຊື່ນຊອບ ເພື່ອແລກປ່ຽນກັບໂອກາດໃນການຝຶກຝົນພາສາອັງກິດຂອງເຂົາເຈົ້າ — ເຊິ່ງເປັນທັກສະທີ່ມີຄຸນຄ່າໃນເສດຖະກິດທ້ອງຖິ່ນ. ຢູ່ ນະຄອນໂຮ່ຈີມິນ, ທົວ Saigon Hotpot ມອບປະສົບການທົວພາຢ່າງຊົມເມືອງຟຣີແບບດຽວກັນນີ້ໃຫ້ກັບນັກທ່ອງທ່ຽວ, ໂດຍມີຕົວເລືອກໃນການທ່ຽວຊົມດ້ວຍລົດຊິໂກຼ ຫຼື ການຢ່າງ. Saigon Hotpot ຍັງໄດ້ຈັດເທສະການປ່ອຍໂຄມລອຍປະຈຳປີ ໂດຍລາຍໄດ້ທັງໝົດຈະນຳໄປສະໜັບສະໜູນການສຶກສາສຳລັບເຍົາວະຊົນໃນເຂດຊົນນະບົດ.
ພ້ອມທີ່ຈະອອກໄປນອກເມືອງແລ້ວບໍ? Bloom Microventures ຈະພາທ່ານໄປສູ່ເຂດຊົນນະບົດຂອງ ຮ່າໂນ້ຍ ເພື່ອເບິ່ງວິຖີຊີວິດປະຈຳວັນຂອງແມ່ຍິງໃນເຂດຊົນນະບົດຂອງຫວຽດນາມ, ຮຽນຮູ້ກ່ຽວກັບວັດທະນະທຳການກະເສດ ແລະ ຢ້ຽມຊົມສະຖານທີ່ປະຫວັດສາດ. ສ່ວນໜຶ່ງຂອງຄ່າທົວແມ່ນໄດ້ຖືກຈັດສັນໄວ້ເພື່ອເປັນທຶນກູ້ຢືມຂະໜາດນ້ອຍ (micro-finance) ສຳລັບທຸລະກິດຂອງແມ່ຍິງທີ່ທ່ານໄດ້ພົບປະ. ຢູ່ ຊາປາ, Sapa Sisters ແມ່ນບໍລິສັດທົວທີ່ມີແມ່ຍິງເປັນເຈົ້າຂອງທັງໝົດ. ບໍລິສັດນີ້ບໍລິການທົວຢ່າງປ່າ (trekking) ກັບມັກຄຸເທດທີ່ຂະຫຍັນຂັນເຄື່ອນຈາກຊົນເຜົ່າສ່ວນນ້ອຍມົ້ງ (H’mong). ມັກຄຸເທດຂອງທ່ານຈະພາທ່ານໄປຢ່າງປ່າ ແລະ ຈັດໃຫ້ພັກຢູ່ໂຮມສະເຕແບບດັ້ງເດີມ ເພື່ອສຳຜັດກັບມິດໄມຕີຈິດ ແລະ ວັດທະນະທຳຂອງຊົນເຜົ່າໂມ້ງ.
ວາງແຜນວັນພັກຢ່າງຍືນຍົງໃນຫວຽດນາມກັບ ຄູ່ມືການທ່ອງທ່ຽວສີຂຽວ ຂອງພວກເຮົາ.

ນັກທ່ອງທ່ຽວສາມາດສະໜັບສະໜູນການຝຶກອາຊີບສຳລັບຜູ້ທີ່ມີຄວາມບົກພ່ອງທາງດ້ານສະຕິປັນຍາໄດ້ໂດຍການໄປຢ້ຽມຊົມ Simple Coffee ໃນ ຮ່າໂນ້ຍ. ຮ້ານກາເຟຮ່ວມສະໄໝແຫ່ງນີ້ຕັ້ງຢູ່ແຄມທະເລສາບຕາເວັນຕົກ (West Lake) ແລະ ຍັງເປັນສະຖານທີ່ເຮັດວຽກທີ່ເປີດຮັບທຸກຄົນ ແລະ ເປັນສູນຝຶກອາຊີບອີກດ້ວຍ. ຮ້ານກາເຟໃຊ້ຮູບແບບວິສາຫະກິດເພື່ອສັງຄົມ ເພື່ອຊ່ວຍໃຫ້ນັກຮຽນທີ່ມີຄວາມຕ້ອງການພິເສດໄດ້ຮຽນຮູ້ທັກສະທີ່ຈຳເປັນ ເພື່ອຊອກຫາວຽກເຮັດໃນຂົງເຂດອາຫານ & ເຄື່ອງດື່ມ (F&B) ແລະ ການບໍລິການ.
ບົດທີ 02 —
ສຸຂະພາບ ແລະ ສະປາ
ໃນ ຫວຽດນາມ, ການໄປສະປາຂອງທ່ານແມ່ນໂອກາດທີ່ຈະໄດ້ຮູ້ສຶກດີ ແລະ ໄດ້ໃຫ້ຄືນສູ່ສັງຄົມ. Omamori Spa ໃນ ຮ່າໂນ້ຍ ໄດ້ຝຶກອົບຮົມບຸກຄະລາກອນທີ່ມີຄວາມບົກພ່ອງທາງສາຍຕາ ໃນຮູບແບບການນວດແບບສະວີເດັນ ແລະ ຫວຽດນາມ, ເຊິ່ງເປັນການເສີມສ້າງສັກກະຍາພາບໃຫ້ກັບຜູ້ເຂົ້າຮ່ວມໂຄງການ, ຊ່ວຍໃຫ້ເຂົາເຈົ້າມີຄວາມພູມໃຈໃນຕົນເອງ ແລະ ພຶ່ງພາຕົນເອງທາງດ້ານການເງິນໄດ້. ນອກຈາກນີ້ໃນ ຮ່າໂນ້ຍ, Dao’s Care ຍັງມີບໍລິການນວດໂດຍຜູ້ບົກພ່ອງທາງສາຍຕາຈາກຄອບຄົວທີ່ດ້ອຍໂອກາດ ເຊິ່ງໄດ້ຮັບການຝຶກອົບຮົມຈາກໂຄງການອາຊີບຂອງສະປາ. ກ່ອນການນວດຜ່ອນຄາຍ, ທ່ານສາມາດອາບນ້ຳສະໝຸນໄພ ຢາວ (Dao) – ເຊິ່ງເປັນການປິ່ນປົວແບບດັ້ງເດີມຈາກຊົນເຜົ່າສ່ວນນ້ອຍ ຢາວ.
ຢູ່ ຍາຈາງ, Pure Vietnam ບໍ່ພຽງແຕ່ໃຫ້ບໍລິການນວດ Lomi Lomi ທີ່ດີທີ່ສຸດໃນເມືອງເທົ່ານັ້ນ. ສະປາແຫ່ງນີ້ໄດ້ດຳເນີນການຢ່າງຕັ້ງໜ້າໃນການສະໜັບສະໜູນໂຮງຮຽນ ແລະ ໂຮງລ້ຽງເດັກກຳພ້າໃນທ້ອງຖິ່ນມາຢ່າງຍາວນານ ດ້ວຍອາຫານ, ເສື້ອຜ້າ, ການຢ້ຽມຢາມ ແລະ ລາຍໄດ້ຈາກທຸລະກິດຂອງເຂົາເຈົ້າ. ຖ້າທ່ານໄປຢ້ຽມຊົມ ຊາປາ, ຢ່າລືມແວ່ Sa Pa-Napro ເພື່ອອາບນ້ຳສະໝຸນໄພທີ່ມີຟອງສະບູ່ ທ່າມກາງບັນຍາກາດສາກຫຼັງທີ່ແສນມະຫັດສະຈັນ. ໂຮງອາບນ້ຳແຫ່ງນີ້ວ່າຈ້າງປະຊາຊົນຊົນເຜົ່າ ຢາວ ຈາກຊຸມຊົນ ຕາຟິນ (Ta Phin) ແລະ ບໍລິການການປິ່ນປົວເພື່ອສຸຂະພາບທີ່ໄດ້ມາຈາກຄວາມຮູ້ທາງການແພດອັນເກົ່າແກ່ ແລະ ປະເພນີພື້ນເມືອງ ພ້ອມທັງມີສ່ວນຮ່ວມໃນຂໍ້ລິເລີ່ມຂອງຊຸມຊົນອື່ນໆ ຫຼາຍຢ່າງ ເພື່ອສະໜັບສະໜູນການດຳລົງຊີວິດຂອງປະຊາຊົນພື້ນເມືອງໃນ ຊາປາ.
ບົດທີ 03 —
ການຊື້ເຄື່ອງ ແລະ ຂອງຝາກ
ທ່ານກຳລັງຊອກຫາຂອງຝາກແບບຍືນຍົງສຳລັບການເດີນທາງຂອງທ່ານຢູ່ບໍ? ເລີ່ມຕົ້ນໄດ້ທີ່ Collective Memory ໃນເຂດເມືອງເກົ່າຮ່າໂນ້ຍ. ເຈົ້າຂອງຮ້ານ ທ່ານ Nga ແລະ ທ່ານ Liem ໄດ້ຄັດສັນຜະລິດຕະພັນ ແລະ ງານສິລະປະຫວຽດນາມຈາກທົ່ວປະເທດ, ໂດຍສະໜັບສະໜູນສິນລະປິນຮຸ່ນໃໝ່, ແລະ ນຳສະເໜີຜະລິດຕະພັນການຄ້າທີ່ເປັນທຳ ແລະ ແບຣນທ້ອງຖິ່ນ, ເຊັ່ນ: K’ho Coffee ຈາກຊົນເຜົ່າສ່ວນໜ້ອຍ K'ho ໃນດາລາດ. ນອກຈາກນີ້ ທ່ານຍັງສາມາດແວ່ຊົມຮ້ານ Mekong Quilts ໃນຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ. Mekong Quilts ປັກ ແລະ ຫຍິບຜ້າຮົ່ມແຮນເມດດ້ວຍລວດລາຍປັກສິລະປະແບບດັ້ງເດີມຂອງຫວຽດນາມທີ່ເຮັດໂດຍແມ່ຍິງ, ໂດຍໃຊ້ໄໝ ແລະ ຜ້າຝ້າຍຄຸນນະພາບສູງ. ວິສາຫະກິດເພື່ອສັງຄົມແຫ່ງນີ້ໄດ້ວ່າຈ້າງແມ່ຍິງ 100 ຄົນຈາກເຂດຊົນນະບົດ, ເຮັດໃຫ້ພວກເຂົາມີລາຍໄດ້ທີ່ຍືນຍົງ ແລະ ເປັນທຳ.
ໃນເມືອງເກົ່າທີ່ມີສະເໜ່ຂອງ ຮອຍອານ, Reaching Out Vietnam ໄດ້ດຳເນີນກິດຈະການຮ້ານຊາ ແລະ ຮ້ານຫັດຖະກຳ, ໂດຍຜົນກຳໄລຈະນຳໄປສະໜັບສະໜູນໂຄງການພັດທະນາການເວົ້າ ແລະ ການສຶກສາ ເພື່ອສ້າງຊີວິດການເປັນຢູ່ທີ່ດີຂຶ້ນໃຫ້ກັບຜູ້ພິການໃນພາກກາງຂອງຫວຽດນາມ. ຮ້ານນີ້ແມ່ນບ່ອນທີ່ສົມບູນແບບສຳລັບການເລືອກຊື້ຊຸດຊາທີ່ງົດງາມ, ເຄື່ອງປະດັບ ແລະ ຊາຫວຽດນາມ. ຜູ້ທີ່ມັກຮັກຜ້າທໍໃນ ຊາປາ ແມ່ສາມາດແວ່ຊື້ສິນຄ້າໄດ້ທີ່ Indigo Cat, ບ່ອນທີ່ມີຜະລິດຕະພັນແຮນເມດສົ່ງກົງຈາກ 50 ຄອບຄົວຊົນເຜົ່າສ່ວນໜ້ອຍໃນພາກເໜືອຂອງຫວຽດນາມ. ທ່ານສາມາດເລືອກຊື້ເສື້ອແຈັກເກັດລະດູໃບໄມ້ຫຼົ່ນ, ຜ້າທໍທີ່ງົດງາມ, ແລະ ກະເປົາທີ່ອອກແບບດ້ວຍຜ້າໄຍກັນຊາ, ຜ້າບາຕິກ ແລະ ງານປັກທີ່ປະນີດ.

ຂໍ້ແນະນຳ: ບ່ອນທີ່ໄດ້ຮັບຄວາມນິຍົມຢ່າງຫຼາຍຈາກນັກຊິມໃນຮ່າໂນ້ຍ, ຮ້ານອາຫານ KOTO (Know One Teach One) ໄດ້ຝຶກອບຮົມເຍົາວະຊົນຜູ້ດ້ອຍໂອກາດໃນດ້ານການປຸງອາຫານ ແລະ ການບໍລິການຕ້ອນຮັບ. ຜູ້ທີ່ສຳເລັດການສຶກສາຈາກໂຄງການຂອງພວກເຂົາໄດ້ເຂົ້າເຮັດວຽກຢູ່ຮ້ານອາຫານ KOTO ແລະ ສະຖານທີ່ອື່ນໆ ໃນເມືອງໃຫຍ່ໆ ຂອງຫວຽດນາມ.
ບົດທີ 04 —
ໂຮງແຮມ ແລະ ລອດຈ໌
ກ່ອນທີ່ທ່ານຈະຈອງທີ່ພັກໃນຫວຽດນາມ, ລອງເບິ່ງບາງອົງກອນທີ່ເຮັດຫຼາຍກວ່າການຈັດຕຽງນອນ ແຕ່ຍັງຊ່ວຍສ້າງຊີວິດການເປັນຢູ່ທີ່ດີຂຶ້ນໃຫ້ກັບຜູ້ຄົນໃນຈຸດໝາຍປາຍທາງຂອງພວກເຂົາ. ວິສາຫະກິດເພື່ອສັງຄົມ Sapa O’Chau Hotel ໄດ້ຮັບການຍອມຮັບໃນລະດັບສາກົນສຳລັບຮູບແບບການທ່ອງທ່ຽວໂດຍຊຸມຊົນ. ໂຮງແຮມຂະໜາດນ້ອຍແຫ່ງນີ້ມີພະນັກງານເປັນນັກຮຽນໂຮງຮຽນສອນພາສາ ແລະ ເຮັດໜ້າທີ່ເປັນຜູ້ປະສານງານລະຫວ່າງຊາວເຜົ່າມົ້ງໃນພື້ນທີ່ກັບນັກທ່ອງທ່ຽວ ໂດຍການແນະນຳທົວຢ່ອນຍ່າງ ແລະ ໂຮມສະເຕແບບຍືນຍົງ. ທ່ານຍັງສາມາດຈອງວັນພັກທີ່ໜ້າປະທັບໃຈຢູ່ໂຮມສະເຕຂອງຊາວເຜົ່າມົ້ງທີ່ຄຸ້ມຄອງໂດຍຊຸມຊົນຢູ່ເທິງເນີນເຂົານອກເມືອງ ໄມເຈົາ ຜ່ານທາງ Mai Chau Lodge.
ໃນເມືອງ ກາຍເບ (Cái Bè) ແລະ ກຸ່ນເທີ (Cần Thơ) ຂອງ ເຂດດອນຕາແຊງແອ່ງແມ່ຮ້ຳຂອງ (Mekong Delta), Mekong Rustic ໄດ້ຈັດຕັ້ງໂຮມສະເຕທີ່ງົດງາມທີ່ບໍລິຫານໂດຍຄອບຄົວທ້ອງຖິ່ນ. ແຕ່ລະແຫ່ງໃຫ້ແຂກໄດ້ສຳຜັດກັບວິຖີຊີວິດທ້ອງຖິ່ນໃນບັນຍາກາດທີ່ຂຽວສົດຊື່ນ, ແລະ ສ້າງລາຍໄດ້ໃຫ້ກັບຊຸມຊົນ. ເຈົ້າຂອງເຮືອນຈະປຸງອາຫານໃຫ້ທ່ານໂດຍໃຊ້ອົງປະກອບຈາກຟາມລ້ຽງປາ, ສວນຜັກ ແລະ ສວນໄມ້ໃຫ້ຜົນທີ່ຢູ່ໃກ້ກຽງ. ໃນລະຫວ່າງການພັກຜ່ອນ ທ່ານສາມາດຈອງທົວທີ່ຈະນຳທ່ານເຂົ້າໄປເລິກໃນເຂດດອນຕາແຊງ ແລະ ສະໜັບສະໜູນຄອບຄົວຂະໜາດນ້ອຍ ແລະ ຊ່າງຝີມືທີ່ອາໄສຢູ່ໃນພື້ນທີ່ນີ້ຂອງຫວຽດນາມໂດຍກົງ.




