ບົດທີ 01 —
ເພີ່ມຄວາມສົດຊື່ນໃຫ້ກັບການໂທວິດີໂອຂອງທ່ານ ແລະ ສະແດງຄວາມຮັກທີ່ມີຕໍ່ ຈຸດໝາຍປາຍທາງອັນຍອດຢ້ຽມ ຂອງຫວຽດນາມ ໄປພ້ອມໆກັນ ດ້ວຍຮູບພື້ນຫຼັງສະເໝືອນຟຣີຂອງພວກເຮົາ. ຮູບແຕ່ລະຮູບແມ່ນສະແດງເຖິງສະຖານທີ່ທ່ອງທ່ຽວທີ່ໜ້າດຶງດູດທີ່ສຸດຂອງປະເທດ ແລະ ໃຊ້ງານງ່າຍ. ພຽງແຕ່ດາວໂຫຼດໄຟລ໌ທີ່ທ່ານຕ້ອງການ, ແລ້ວອັບໂຫຼດໄປທີ່ແທັບ ‘Virtual Backgrounds’ ໃນສ່ວນການຕັ້ງຄ່າ Zoom ຂອງທ່ານ. ກະລຸນາກວດເບິ່ງ ແລະ ທົດລອງເລືອກພື້ນຫຼັງກ່ອນການປະຊຸມຂອງທ່ານ, ແລ້ວເພີດເພີນໄປກັບການໂທວິດີໂອຈາກສະຖານທີ່ໃໝ່ທີ່ສ້າງແຮງບັນດານໃຈ!
ບົດທີ 02 —
ເບິ່ງຊຸດຮູບພື້ນຫຼັງສະເໝືອນທັງໝົດ ຢູ່ທີ່ນີ້. ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບການນຳໃຊ້ພື້ນຫຼັງສະເໝືອນຂອງ Zoom, ກົດ ຢູ່ທີ່ນີ້.
ຕ້ອງການເຈລະຈາຂໍ້ຕົກລົງທີ່ດີບໍ? ນັ້ນແມ່ນເລື່ອງປົກກະຕິປະຈຳວັນຢູ່ Cai Rang, ຕະຫຼາດນ້ຳທີ່ໃຫຍ່ທີ່ສຸດໃນເຂດພື້ນທີ່ປາກແມ່່ນ້ຳໂຄງຂອງຫວຽດນາມ.
ການປະຊຸມທີ່ຍາວນານຈະດີຂຶ້ນດ້ວຍບັນຍາກາດອັນງຽບສະຫົບ. ພັກຜ່ອນຜ່ອນຄາຍທ່າມກາງໜອງບົວ ແລະ ເນີນເຂົາທີ່ປົກຄຸມດ້ວຍປ່າດົງດິບຂອງເກາະ Con Dao.














