
ຮ່າໂນ້ຍ, ຫວຽດນາມ - ເນື່ອງຈາກການແຜ່ລະບາດຢ່າງຕໍ່ເນື່ອງໃນທົ່ວໂລກຂອງເຊື້ອໄວຣັດໂຄໂຣນາສາຍພັນໃໝ່ ແລະ ຫຼັງຈາກໄດ້ມີການປຶກສາຫາລືຢ່າງຕໍ່ເນື່ອງກັບ Formula One World Championship Ltd – ຜູ້ຖືລິຂະສິດ ແລະ ໃບອະນຸຍາດຂອງ Formular 1 (Formula 1) – ຮ່ວມກັບ ສະຫະພັນລົດໂອໂຕສາກົນ (FIA) & ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ, ສະມາຄົມກິລາຄວາມໄວຫວຽດນາມ (VMA), ບໍລິສັດ ຈຳກັດ Vietnam Grand Prix (VGPC) ມີຄວາມເສຍໃຈທີ່ຈະປະກາດເລື່ອນການຈັດການແຂ່ງຂັນ Formula 1 VinFast Vietnam Grand Prix 2020 ຕາມກຳນົດເວລາອອກໄປ.
ເດີມທີມີກຳນົດຈະຈັດຂຶ້ນໃນວັນທີ 3 - 5 ເມສາ, ການຕັດສິນໃຈເລື່ອນການແຂ່ງຂັນແມ່ນມີຂຶ້ນຫຼັງຈາກໄດ້ພິຈາລະນາຢ່າງຖີ່ຖ້ວນກ່ຽວກັບສະພາບການຂອງເຊື້ອໄວຣັດໂຄໂຣນາທີ່ກຳລັງດຳເນີນຢູ່ແລະຂະຫຍາຍຕົວ ຕະຫຼອດຮອດຫຼັງຈາກການປະກາດຂອງ WHO ເມື່ອບໍ່ດົນມານີ້ໃຫ້ການແຜ່ລະບາດນີ້ເປັນການລະບາດໃຫຍ່ທົ່ວໂລກ, ແລະ ໄດ້ປະຕິບັດຕາມຄຳແນະນຳຈາກທຸກພາກສ່ວນທີ່ກ່ຽວຂ້ອງ ໂດຍມີຄວາມຫ່ວງໃຍຮ່ວມກັນຕໍ່ສຸຂະພາບ ແລະ ຄວາມຢູ່ດີມີສຸກຂອງປະຊາຊົນຫວຽດນາມ ກໍຄືແຟນໆ Formula 1 ທີ່ເດີນທາງມາ, ພະນັກງານ ແລະ ຜູ້ເຂົ້າຮ່ວມການແຂ່ງຂັນ. ນີ້ແມ່ນການຕັດສິນໃຈທີ່ຍາກລຳບາກຢ່າງຍິ່ງ, ໂດຍສະເພາະຍ້ອນວ່າການກຽມພ້ອມຂອງຮ່າໂນ້ຍ ໃນການເຂົ້າຮ່ວມເຫດການກິລາທີ່ຊົງກຽດທີ່ສຸດໃນໂລກ ດ້ວຍສະໜາມແຂ່ງ Formula 1 ລະດັບໂລກ ແລະ ທັນສະໄໝ ເພິ່ງເຂົ້າສູ່ໄລຍະສຸດທ້າຍ.
VGPC ຈະສືບຕໍ່ເຮັດວຽກຢ່າງໃກ້ຊິດກັບ Formula 1, FIA, ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ແລະ VMA ເພື່ອຕິດຕາມສະພາບການ ແລະ ຈະປະກາດວັນທີໃໝ່ ພ້ອມທັງແຈ້ງຂໍ້ມູນອັບເດດເພີ່ມເຕີມໃຫ້ແກ່ຜູ້ຊື້ປີ້, ຜູ້ສະໜັບສະໜູນ ແລະ ພັນທະມິດຂອງພວກເຮົາໃນເວລາທີ່ເໝາະສົມ.
ພວກເຮົາຂໍສົ່ງຄວາມຫ່ວງໃຍ ແລະ ກຳລັງໃຈໄປຍັງທຸກຄົນທີ່ໄດ້ຮັບຜົນກະທົບໂດຍກົງ ແລະ ໂດຍອ້ອມຈາກສະພາບການເຊື້ອໄວຣັດໂຄໂຣນາໃນປະຈຸບັນ, ຕະຫຼອດຮອດຜູ້ທີ່ອາດຈະຮູ້ສຶກຜິດຫວັງກັບການປະກາດນີ້ ໃນຂະນະທີ່ເຂົາເຈົ້າກຳລັງລໍຄອຍການແຂ່ງຂັນນັດເປີດໂຕທີ່ຕື່ນເຕັ້ນໃນຫວຽດນາມ.
ໃນລະຫວ່າງນີ້, ພວກເຮົາຂໍຂອບໃຈຜູ້ສະໜັບສະໜູນ, ລູກຄ້າ ແລະ ແຟນໆທຸກຄົນ ສຳລັບຄວາມເຂົ້າໃຈ ແລະ ຫວັງວ່າຈະໄດ້ຕ້ອນຮັບທ່ານສູ່ Hanoi Circuit ໃນອະນາຄົດອັນໃກ້ນີ້.
ເຂົ້າເບິ່ງ ເວັບໄຊຢ່າງເປັນທາງການ ຂອງ Vietnam Grand Prix ສຳລັບຂໍ້ມູນເພີ່ມເຕີມ.