ນະຄອນໂຮ່ຈີມິນ ເຕັມໄປດ້ວຍປະສົບການທີ່ໜ້າດຶງດູດໃຈສຳລັບນັກທ່ອງທ່ຽວ. ວັນເສົາ-ອາທິດ ບໍ່ແມ່ນເວລາຫຼາຍປານໃດ, ແຕ່ດ້ວຍການຊ່ວຍເຫຼືອຈາກແຜນການທ່ອງທ່ຽວຂອງພວກເຮົາ, ທ່ານຈະໄດ້ເຫັນ, ໄດ້ເຮັດ, ແລະ ໄດ້ຊິມຢ່າງພຽງພໍທີ່ຈະໄດ້ເຫັນພາບຮວມທີ່ສົມບູນແບບຂອງມະຫານະຄອນທີ່ເຕັມໄປດ້ວຍຊີວິດຊີວານີ້.
ບົດທີ 01 —
ເຊົ້າວັນເສົາ - ໄຮໄລ້ທາງປະຫວັດສາດ
ຕື່ນນອນມາຮັບປະທານ bánh mì ທີ່ສົດໃໝ່ ອັດແໜ້ນໄປດ້ວຍຜັກດອງ ແລະ ໝູອົບນຸ່ມໆ ເພື່ອຕຽມຄວາມພ້ອມສຳລັບການທ່ອງທ່ຽວຕະຫຼອດມື້. ກວດເບິ່ງແຜນທີ່ຂອງທ່ານ ແລະ ຈິບ cà phê sữa đá ຢູ່ຮ້ານກາເຟແຫ່ງໜຶ່ງອ້ອມຮອບສວນສາທາລະນະດ້ານນອກ ພະລາຊະວັງລວມຊາດ ກ່ອນທີ່ຈະເຂົ້າໄປທາງໃນເພື່ອຊົມຮ່ອງຮອຍທາງປະຫວັດສາດໃນຍຸກສົງຄາມ
ຍ່າງໄປອີກບໍ່ເທົ່າໃດກ້າວ, ອາຮາມນໍເຕີດາມ ແມ່ນງາມທີ່ສຸດໃນຕອນເຊົ້າ, ແລະ ຢູ່ກົງກັນຂ້າມຝາກຖະໜົນແມ່ນ ໂຮງໄປສະນີກາງໄຊງ່ອນ, ບ່ອນທີ່ຄວນແວ່ຊົມທີ່ມີພື້ນກະເບື້ອງງາມໆ ເໝາະສຳລັບການຖ່າຍຮູບ ແລະ ຕູ້ໂທລະສັບແບບໂບຮານ. ຫຼັງຈາກນັ້ນ, ຍ່າງເລາະຕາມຖະໜົນ Đồng Khởi, ຍ່ານຊັອບປິ້ງຫຼັກຂອງເມືອງ, ມຸ່ງໜ້າໄປຫາ ໂຮງອຸປະຣາກອນໄຊງ່ອນ.
ບົດທີ 02 —
ບ່າຍວັນເສົາ - ຮ້ານກາເຟ ແລະ ຮ້ານບູຕິກ
ພ້ອມທີ່ຈະຮັບປະທານອາຫານຄືກັບຄົນພື້ນເມືອງແລ້ວບໍ? Võ Roof Garden ເສີບອາຫານຫວຽດນາມຮ່ວມສະໄໝໃນສວນເທິງດາດຟ້າທີ່ງົດງາມ ພ້ອມວິວເມືອງ. ນອກຈາກນີ້ຍັງມີແຜງລອຍນ້ອຍໆ ຢ່າງຫຼວງຫຼາຍຕາມທາງຍ່າງ, ເສີບທຸກຢ່າງຕັ້ງແຕ່ bún thịt nướng (ເຟີແຫ້ງໝູຢ້າງ) ໄປຈົນເຖິງ cơm tấm (ເຂົ້າຫັກ.) ເລືອກໄດ້ຕາມໃຈມັກເລີຍ.
Nguyễn Huệ ແມ່ນໜຶ່ງໃນຖະໜົນຄົນຍ່າງບໍ່ກີ່ແຫ່ງໃນນະຄອນໂຮ່ຈີມິນ. ແວ່ Apartment 42 ເພື່ອສຳຫຼວດຮ້ານກາເຟ, ຮ້ານບູຕິກ, ແລະ ຮ້ານຄ້າຫຼາກຫຼາຍຮູບແບບທີ່ເກີດຂຶ້ນໃນອາຄານທີ່ພັກອາໄສເກົ່າແຫ່ງນີ້. ຫຼັງຈາກນັ້ນ, ທ່ານອາດຈະຢາກຊັອບປິ້ງເລັກໆ ນ້ອຍໆ ຕາມຖະໜົນ Đồng Khởi St., ຫຼື ຈິບກາເຟເຢັນຢູ່ L'Usine.
ບົດທີ 03 —
ຄ່ຳວັນເສົາ - ດື່ມ ແລະ ຮັບປະທານອາຫານ
ຢາກລອງປະສົບການໃໝ່ໆ ບໍ? ອອກໄປລອງອາຫານທະເລປະເພດຫອຍ ແລະ ປູ ຢູ່ Ốc Oanh ທີ່ 534 Vĩnh Khánh ໃນ District 4, ທີ່ມີທັງປູ, ຫອຍເຊວ, ຫອຍຕ່າງໆ ແລະ ຫອຍນ້ຳຈືດ ທີ່ຄົວກັບເນີ, ກະທຽມ, ຫົວສິງໄຄ, ແລະ ໝາກເພັດ. ຢາກໄດ້ບັນຍາກາດທີ່ຜ່ອນຄາຍກວ່ານີ້ບໍ? ນັ່ງໂຕ໊ະຮ່ວມກັບຄົນພື້ນເມືອງຢູ່ Quán Bụi ສຳລັບອາຫານຄ່ຳຫວຽດນາມທີ່ແຊບຊ້ອຍ. ສຳລັບຄ່ຳຄືນທຳອິດຂອງທ່ານໃນເມືອງນີ້, ສໍາພັດປະສົບການຄລາສສິກຂອງນະຄອນໂຮ່ຈີມິນ ຢູ່ Saigon Saigon Bar ທີ່ Caravelle, ຫຼື ສັ່ງເບຍຄຣາຟຈາກເມນູທີ່ໜ້າດຶງດູດໃຈຢູ່ Pasteur Street Brewing Company.
ຄຳແນະນຳ: ນະຄອນໂຮ່ຈີມິນ ເຕັມໄປດ້ວຍສະປາ ແລະ ສູນສຸຂະພາບ, ທີ່ມີຕົວເລືອກເໝາະກັບທຸກງົບປະມານ. ຖ້າທ່ານຕ້ອງການຜ່ອນຄາຍຄວາມເຄັ່ງຕຶງໃນລາຄາປະຢັດ, ປິດທ້າຍມື້ຂອງທ່ານດ້ວຍການນວດຕີນ ຫຼື ນວດໂຕແບບຫວຽດນາມ.
ກົດບ່ອນນີ້ເພື່ອທ່ຽວຊົມນະຄອນໂຮ່ຈີມິນແບບ 360 ອົງສາ
ບົດທີ 04 —
ເຊົ້າວັນອາທິດ - ຊີວິດຄົນພື້ນເມືອງ
ເລີ່ມຕົ້ນວັນອາທິດຂອງທ່ານດ້ວຍການສຳພັດຊີວິດປະຈຳວັນຂອງຄົນພື້ນເມືອງຢູ່ ສວນສາທາລະນະ Tao Đàn ໃນ District 3. ທຸກໆ ເຊົ້າ ຄົນຫວຽດນາມຈະມາຮວມໂຕກັນຢູ່ບ່ອນນີ້ເພື່ອອອກກຳລັງກາຍ, ລົມກັນ, ແລະ ເຕະຕໍ້ກ້ອງຮົ່ມໄມ້. ວັດພຸດນ້ອຍໆ ແຫ່ງໜຶ່ງຍັງເພີ່ມສະເໜ່ໃຫ້ກັບສວນສາທາລະນະແຫ່ງນີ້.
ສືບຕໍ່ການສຳຫຼວດວິຖີຊີວິດຄົນພື້ນເມືອງຢູ່ ຕະຫຼາດ Tân Định ເທິງຖະໜົນ Hai Ba Trung ໃນ District 3. ຕະຫຼາດເຊົ້າໃນນະຄອນໂຮ່ຈີມິນ ເປັນໂອກາດດີໃນການຖ່າຍຮູບ, ດ້ວຍຜັກສົດສີສັນສົດໃສ, ອາຫານຫວ່າງສະຕຣີດຟູ້ດທີ່ໜ້າສົນໃຈ, ແລະ ຜົນຜະລິດທີ່ເພິ່ງເກັບມາໃໝ່ໆ ໃນທຸກໆ ມຸມ. ຫຼັງຈາກສຳຫຼວດຕະຫຼາດທ້ອງຖິ່ນແລ້ວ, ໄປໄຫວ້ພຣະຢູ່ ວັດ Thiên Hậu ໃນ District 5. ບ່ອນທີ່ມີບັນຍາກາດມົນສະເໜ່ ແລະ ເຕັມໄປດ້ວຍລາຍລະອຽດທີ່ໜ້າສົນໃຈ.
ບົດທີ 05 —
ບ່າຍວັນອາທິດ - ພິພິທະພັນທີ່ຕ້ອງໄປຊົມ
ທ່ານຢູ່ຫວຽດນາມແລ້ວ, ຢ່າພາດໂອກາດທີ່ຈະລິ້ມລອງອາຫານຊື່ດັງຂອງເມືອງນີ້. ໃຫ້ລາງວັນໂຕເອງດ້ວຍອາຫານທ່ຽງຢູ່ Cục Gạch Quán -- ຮ້ານອາຫານແບບຄອບຄົວທີ່ຊ່ອນໂຕຢູ່ໃນເຮືອນເກົ່າງາມໆ.
ນະຄອນໂຮ່ຈີມິນມີປະຫວັດສາດທີ່ຫຼາກຫຼາຍສີສັນຢ່າງໜ້າອັດສະຈັນ. ໃຊ້ເວລາຕອນບ່າຍໄປຢ່ຽມຊົມ ພິພິທະພັນຊາກສົງຄາມ ເຊິ່ງເຕັມໄປດ້ວຍສິ່ງຂອງຈັດສະແດງ ແລະ ຮູບພາບທີ່ຈະຊ່ວຍໃຫ້ທ່ານເຂົ້າໃຈເລິກເຊິ່ງກວ່າເກົ່າກ່ຽວກັບສົງຄາມອາເມລິກາ. ສຳລັບຜູ້ທີ່ຮັກສິລະປະ, ພິພິທະພັນວິຈິດສິນ ແມ່ນອາຄານເກົ່າແກ່ອັນສະຫງ່າງາມ ເຊິ່ງມີຜົນງານສິລະປະອັນງົດງາມຫຼາກຫຼາຍ. ແລະ ສຳລັບຜູ້ທີ່ຕ້ອງການຫຍັງທີ່ແຕກຕ່າງ, ພິພິທະພັນ FITO ໄດ້ຮັບຄຳຊົມຢ່າງຫຼວງຫຼາຍສຳລັບການຈັດສະແດງກ່ຽວກັບຢາພື້ນເມືອງ.
ບົດທີ 06 —
ຕອນແລງວັນອາທິດ - ຢູ່ເທິງຍອດສູງສຸດ
ສົ່ງທ້າຍວັນພັກເສົາ-ອາທິດຂອງທ່ານໃນນະຄອນໂຮ່ຈີມິນດ້ວຍລົດຊາດຂອງຫວຽດນາມຍຸກໃໝ່. ຕັ້ງຢູ່ພາຍໃນຕະຫຼາດສົດໃນເຂດ 1, Anan Saigon ເສີບຄັອກເທລທີ່ມີເອກະລັກສະເພາະຕົວທີ່ສຸດ ແລະ ອາຫານຫວຽດນາມລະດັບພຣີມຽມ. ຖ້າທ່ານຕ້ອງການສະຫຼອງ, Glow Sky Bar ຈະສ້າງບັນຍາກາດທີ່ສົມບູນແບບໃຫ້ທ່ານ. ໄຊໂຍ!








