ໝາຍເຫດ: ຂ່າວລ່າສຸດກ່ຽວກັບຈຸດໝາຍ, ປະສົບການ ແລະ ການທ່ອງທ່ຽວໃນ Vietnam ສຳຫຼວດດຽວນີ້ →

ປະຫວັດສາດຫວຽດນາມ

ຫວຽດນາມ ແມ່ນປະເທດທີ່ກໍ່ຕັ້ງຂຶ້ນຈາກຕຳນານ. ການຮຸກຮານ ແລະ ຄວາມຂັດແຍ່ງເປັນເວລາຫຼາຍພັນປີໄດ້ຫຼໍ່ຫຼອມວັດທະນະທຳຫວຽດນາມໃຫ້ເປັນຄືກັບສິ່ງທີ່ທ່ານໄດ້ເຫັນໃນປະຈຸບັນ. ເພື່ອຊ່ວຍໃຫ້ທ່ານເຂົ້າໃຈ ແລະ ຊື່ນຊົມກັບສະຖານທີ່ທ່ອງທ່ຽວ ແລະ ວັດທະນະທຳທີ່ທ່ານຈະໄດ້ພົບໃນຫວຽດນາມຢ່າງເຕັມທີ່, ນີ້ແມ່ນພາບລວມໂດຍຫຍໍ້ກ່ຽວກັບໄລຍະເວລາ ແລະ ບຸກຄົນສຳຄັນໃນປະຫວັດສາດຂອງຊາດ, ພ້ອມທັງຂໍ້ສະເໜີແນະສະເພາະສຳລັບການຄົ້ນຫາຢ່າງເລິກເຊິ່ງໃນລະຫວ່າງການເດີນທາງຂອງທ່ານ.

ການຈຳລອງການສູ້ຮົບໃນຕຳນານຢູ່ພິພິທະພັນຊົນເຜົ່າວິທະຍາ ໃນຮ່າໂນ້ຍ.

ບົດທີ 01 —

ການປົກຄອງລະບົບລາຊະວົງ (ສະຕະວັດທີ 2 ຫາ 15)

ຕະຫຼອດປະຫວັດສາດ, ມີຫຼາຍລາຊະວົງທີ່ໄດ້ປົກຄອງຫວຽດນາມ ໃນລະຫວ່າງໄລຍະເວລາຂອງການຍຶດຄອງຂອງຈີນ. ມີ 4 ລາຊະວົງຫຼັກທີ່ຄວນເອົາໃຈໃສ່: ລາຊະວົງລີ (Ly), ລາຊະວົງຕຣານ (Tran), ລາຊະວົງເລ (Le), ແລະ ລາຊະວົງຫງວຽນ (Nguyen). ທຳອິດ, ລາຊະວົງລີ ໄດ້ຂັບໄລ່ຈີນອອກໄປ, ຍຸຕິການປົກຄອງທີ່ຍາວນານເປັນພັນປີ, ແລະ ໄດ້ສ້າງຕັ້ງລັດຖະບານສູນກາງຂຶ້ນຢູ່ຮ່າໂນ້ຍ. ຕໍ່ມາແມ່ນລາຊະວົງຕຣານ, ທີ່ໄດ້ຕ້ານການໂຈມຕີຂອງມົງໂກລຢູ່ເຂດ Delta ແມ່່ນ້ຳແດງ ພາຍໃຕ້ການບັນຊາຂອງນາຍພົນ ຕຣານຮຸ່ງດາວ (Tran Hung Dao). ສອງລາຊະວົງນີ້ໄດ້ຊ່ວຍສ້າງຮາກຖານຂອງຫວຽດນາມ, ໃນຖານະປະຊາຊົນທີ່ມີຄວາມຮັກແພງຜືນແຜ່ນດິນຂອງຕົນມາຢ່າງຍາວນານ.

ສະຖານທີ່ທີ່ຄວນຄົ້ນຫາ:

ປ້ອມປາການ ທັງລອງ (ຮ່າໂນ້ຍ) - ເພື່ອຄົ້ນຫາເພີ່ມເຕີມກ່ຽວກັບປະຫວັດສາດລາຊະວົງຂອງຫວຽດນາມ, ສຳຫຼວດຊາກຫັກພັງຂອງພະລາຊະວັງແຫ່ງນີ້, ທີ່ສ້າງຂຶ້ນໃນທຳອິດໃນສະໄໝລາຊະວົງລີ.  

ວິຫານວັນນະຄະດີ Temple of Literature (ຮ່າໂນ້ຍ) - ຍ່າງເລາະຊົມມະຫາວິທະຍາໄລແຫ່ງທຳອິດຂອງເມືອງ, ທີ່ສ້າງຕັ້ງຂຶ້ນໃນປີ 1070. ສິ່ງປູກສ້າງທີ່ງຽບສະຫງົບ ແລະ ມິປະຫວັດສາດອັນຍາວນານນີ້ ຕັ້ງຢູ່ທາງທິດຕາເວັນຕົກຂອງເຂດເມືອງເກົ່າ.

ວັດເສົາເດັກ One Pillar Pagoda (ຮ່າໂນ້ຍ) - ໂບຮານສະຖານສັກສິດແຫ່ງນີ້ຖືກສ້າງຂຶ້ນໂດຍຈັກກະພັດ ເພື່ອສະແດງຄວາມຂອບພຣະຄຸນສຳລັບການປະສູດຂອງພຣະໂອລົດ.

ລາຍລະອຽດຢູ່ພິພິທະພັນປະຕິມາກຳຈາມ ໃນ ດານັງ.

ບົດທີ 02 —

ລາຊະວົງເລ ຂະຫຍາຍອານາເຂດໄປທາງທິດໃຕ້ (ສະຕະວັດທີ 15 ຫາ 17)

ຈີນໄດ້ຮຸກຮານຫວຽດນາມອີກຄັ້ງໃນຕອນຕົ້ນສະຕະວັດທີ 15, ແຕ່ໄລຍະເວລານີ້ບໍ່ໄດ້ຍາວນານຄືກັບການຍຶດຄອງຄັ້ງກ່ອນ. ເລ ລອຍ (Le Loi), ເຈົ້າຂອງດິນດອນຕອນຫຍ້າທີ່ຮັ່ງມີ, ໄດ້ນຳພາການຕໍ່ສູ້ຕ້ານ ແລະ ກອບກູ້ເອົາຫວຽດນາມຄືນມາ. ສິ່ງນີ້ໄດ້ສ້າງຕັ້ງລາຊະວົງເລ, ທີ່ປະສົບຜົນສຳເລັດໃນການຂະຫຍາຍອານາເຂດໄປທາງທິດໃຕ້, ໂດຍຄວບຄຸມອານາຈັກຈາມປາ (Champa) ເກົ່າ. ຊາວຈາມ ແມ່ນກຸ່ມຊົນເຜົ່າຈາກອະນຸທະວີບອິນເດຍ, ທີ່ອາໄສຢູ່ຫວຽດນາມພາກກາງ ແລະ ພາກໃຕ້ຕັ້ງແຕ່ສະຕະວັດທີ 2. ອານາຈັກທີ່ເຂັ້ມແຂງພ້ອມດ້ວຍທັກສະດ້ານການຄ້າແຫ່ງນີ້ ໃນທີ່ສຸດກໍຖືກພ່າຍແພ້ ແລະ ຖືກຍູ້ເຂົ້າໄປໃນສ່ວນເລິກຂອງເຂດສາມຫຼ່ຽມປາກເວີນແມ່່ນ້ຳໂຂງ.

ສະຖານທີ່ທີ່ຄວນຄົ້ນຫາ:

ຫໍຄອຍ ແລະ ໂບຮານສະຖານຈາມ (ຫວຽດນາມພາກກາງ) - ຄົ້ນພົບຊາກຫັກພັງທີ່ກວ້າງໃຫຍ່ ແລະ ຫນ້າຫຼົງໄຫຼຂອງປຣາສາດ ໝີ່ເຊີນ (My Son) ເຊິ່ງຢູ່ຫ່າງຈາກ ຮອຍອັນ (Hoi An) ພຽງບໍ່ເທົ່າໃດກິໂລແມັດ. ແວ່ຊົມຫໍຄອຍ ໂປນາກາ (Po Nagar) ຢູ່ໃຈກາງເມືອງ ຍາຕຣາງ (Nha Trang) ຫຼື ຫໍຄອຍ ໂປຊານູ (Po Shanu) ທີ່ຂັບຮົບໄປບໍ່ໄກຈາກເມືອງ ມຸຍເນ (Mui Ne).

ພິພິທະພັນປະຕິມາກຳຈາມ (ດານັງ) - ສ້າງຕັ້ງຂຶ້ນໃນສະໄໝການປົກຄອງຂອງຝຣັ່ງ, ອາຄານທີ່ມີສະເໜ່ແຫ່ງນີ້ເປັນບ່ອນຈັດສະແດງວັດຖຸໂບຮານ ແລະ ປະຕິມາກຳຈາມທີ່ໜ້າອັດສະຈັນ.

ຊາຍຄົນໜຶ່ງຍ່າງຜ່ານພະລາຊະວັງຫຼວງ ໃນ ເຮ້.

ບົດທີ 03 —

ລາຊະວົງສຸດທ້າຍ (ສະຕະວັດທີ 19)

ລາຊະວົງຫງວຽນໄດ້ຂຶ້ນມາມີອຳນາດໃນລະຫວ່າງຄວາມຂັດແຍ່ງສົງຄາມກາງເມືອງທີ່ເຮັດໃຫ້ຫວຽດນາມແຕກແຍກ. ພາຍໃຕ້ການນຳພາຂອງຈັກກະພັດ ຢາລອງ (Gia Long), ປະເທດໄດ້ຖືກຮວມເປັນໜຶ່ງດຽວກັນ ແລະ ໃນປີ 1802, ຢາລອງ ໄດ້ສ້າງເມືອງຫຼວງສັກດິນາແຫ່ງໃໝ່ຢູ່ເມືອງ ເຮ້ (Hue) ໃນຫວຽດນາມພາກກາງ. ໃນລະຫວ່າງການປົກຄອງຂອງຈັກກະພັດຫງວຽນ, ອິດທິພົນຂອງຝຣັ່ງໃນຫວຽດນາມໄດ້ເພີ່ມຂຶ້ນພາຍໃຕ້ຂໍ້ອ້າງຂອງການປະຕິຮູບສາສະໜາ ແລະ ການເຜີຍແຜ່ສາສະໜາ. ໃນທີ່ສຸດ, ຝຣັ່ງໄດ້ສະຖາປະນາການຄວບຄຸມທົ່ວຫວຽດນາມ, ໂດຍເພີ່ມເຂດພາກກາງ ແລະ ພາກເໜືອເຂົ້າໃນດິນແດນທີ່ຍຶດຄອງໄດ້ (ລາວ ແລະ ກຳປູເຈຍ ທີ່ຢູ່ໃກ້ກ່ຽງ). ຈັກກະພັດຫງວຽນອົງສຸດທ້າຍ, ບາວໄດ (Bao Dai), ໄດ້ສະຫຼະຣາຊະບັນລັງຢ່າງເປັນທາງການ.

ສະຖານທີ່ທີ່ຄວນຄົ້ນຫາ:

ພະລາຊະວັງ Imperial City (ເຮ້) - ສຳຫຼວດມໍລະດົກຂອງລາຊະວົງຫງວຽນ ໂດຍການຍ່າງຊົມປ້ອມປາການ ເຮ້ ແລະ ພະລາຊະວັງ, ເຊິ່ງເປັນໜຶ່ງໃນສະຖານທີ່ທ່ອງທ່ຽວທາງປະຫວັດສາດອັນດັບຕົ້ນໆຂອງຫວຽດນາມ.

ສຸສານຫຼວງ Royal Tombs (ເຮ້) - ຫາເວລາໄປຢ້ຽມຢາມສຸສານອັນໃຫຍ່ໂຕໂອຮ່າຂອງຈັກກະພັດຫງວຽນ, ເຊິ່ງແຕ່ລະແຫ່ງມີຄວາມແຕກຕ່າງກັນ, ແລະ ຖືກອອກແບບໂດຍຈັກກະພັດຫງວຽນກ່ອນທີ່ພຣະອົງຈະສິ້ນພຣະຊົນ.

ສາມາດພົບເຫັນສະຖາປັດຕະຍະກຳຝຣັ່ງໄດ້ຕາມມຸມຕ່າງໆຂອງຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ.

ບົດທີ 04 —

ການເປັນອານານິຄົມຂອງຝຣັ່ງ (ທ້າຍສະຕະວັດທີ 19 ຫາ ຕົ້ນສະຕະວັດທີ 20)

ໃນລະຫວ່າງການເປັນອານານິຄົມຝຣັ່ງຂອງຫວຽດນາມ, ປະເທດໄດ້ຖືກແບ່ງອອກເປັນ 3 ເຂດອາຮັກຂາ: ຕົງແກັງ (Tonkin), ອານນາມ (Annam) ແລະ ໂຄຊິນຊີເນ (Cochinchine). ຕະຫຼອດການປົກຄອງຂອງຝຣັ່ງ, ການຂັດຂືນໄດ້ເກີດຂຶ້ນໃນໝູ່ປະຊາຊົນຫວຽດນາມ. ໃນຊ່ວງປ່ຽນສະຕະວັດ ນັກຂຽນຫວຽດນາມທີ່ມີຊື່ສຽງຫຼາຍຄົນໄດ້ຕີພິມຜົນງານທີ່ຮຽກຮ້ອງຄວາມສາມັກຄີ ແລະ ອິດສະຫຼະພາບຈາກການປົກຄອງແບບອານານິຄົມ. ແນວຄິດເຫຼົ່ານີ້ຖືກລະງັບໄວ້ຊົ່ວຄາວແຕ່ບໍ່ໄດ້ຖືກລືມ. ເຖິງວ່າຈະມີການຈັບກຸມຢ່າງຫຼວງຫຼາຍໂດຍຝຣັ່ງ, ນັກຊາດນິຍົມຫວຽດນາມຫຼາຍຄົນໄດ້ໃຊ້ການຕິດຄຸກເພື່ອເຜີຍແຜ່ອຸດົມການຂອງພວກເຂົາ ແລະ ເກນກຳລັງສຳລັບອະນາຄົດ.

ສະຖານທີ່ທີ່ຄວນຄົ້ນຫາ:

ເຂດຄຸກກອນດາວ (ເກາະກອນດາວ) - ໃນຂະນະທີ່ເພີດເພີນກັບຊາຍຫາດຂອງເກາະກອນດາວ, ໃຫ້ໄປຢ້ຽມຢາມເຂດຄຸກເພື່ອຄົ້ນຫາເລື່ອງລາວທີ່ໜ້າສະຫຼົດໃຈກ່ຽວກັບອະດີດຂອງມັນ.

ຄຸກຮວາໂລ (ຮ່າໂນ້ຍ) - ຄຸກໃນຕົວເມືອງແຫ່ງນີ້ ຢູ່ຫ່າງຈາກທະເລສາບຮວ່ານກຽມພຽງແຕ່ໄລຍະທາງຍ່າງສັ້ນໆ, ໄດ້ຮັບການຂະໜານນາມຈາກປະຊາຊົນທ້ອງຖິ່ນວ່າ 'ເຕົາໄຟອັນຮ້ອນແຮງ'.

ເຂດຝຣັ່ງ (ຮ່າໂນ້ຍ) - ຍ່າງເລາະອ້ອມເມືອງຮວ່ານກຽມເພື່ອພົບກັບວິລາແບບຝຣັ່ງທີ່ຖືກຮັກສາໄວ້ຢ່າງດີຫຼາຍແຫ່ງ, ພ້ອມທັງໂບຮານສະຖານທາງສະຖາປັດຕະຍະກຳອື່ນໆ ຈາກຍຸກອາລານິຄົມຝຣັ່ງ, ລວມທັງຂົວລອງບຽນ ແລະ ໂຮງແຮມເມໂຕຣໂປລ (Metropole Hotel).

ຈັດຕຸລັດບາດິ່ນ ອັນເປັນສັນຍາລັກໃນຮ່າໂນ້ຍ.

ບົດທີ 05 —

ຈາກການຮຸກຮານສູ່ເອກະລາດ (ຕົ້ນເຖິງກາງສະຕະວັດທີ 20)

ເມື່ອຝຣັ່ງຖືກເຢຍລະມັນຢຶດຄອງ, ຍີ່ປຸ່ນໄດ້ຖືໂອກາດຮຸກຮານຫວຽດນາມ. ການເຄື່ອນໄຫວທາງຍຸດທະສາດນີ້ສົ່ງຜົນໃຫ້ກອງທັບຍີ່ປຸ່ນເຂົ້າຄວບຄຸມຮ່າໂນ້ຍໃນປີ 1940. ໜຶ່ງປີຕໍ່ມາ ພວກເຂົາໄດ້ຍ້າຍລົງໄປທາງໃຕ້ຕື່ມອີກ, ຕະຫຼອດເສັ້ນທາງໄດ້ປຸກກຳລັງຕໍ່ຕ້ານທີ່ເຫຼືອຢູ່ຂອງຫວຽດນາມ ແລະ ກະຕຸ້ນໃຫ້ຝ່າຍກອມມູນິດ ແລະ ຝ່າຍຊາດນິຍົມຮ່ວມມືກັນຈັດຕັ້ງກອງທັບຫວຽດມິນ ພາຍໃຕ້ການນຳພາຂອງ ໂຮ່ຈີມິນ. ຫວຽດມິນໄດ້ສ້າງຄວາມສັ່ນສະເທືອນໃຫ້ແກ່ຍີ່ປຸ່ນ, ແລະ ໃນປີ 1945, ຍີ່ປຸ່ນໄດ້ຍອມຈຳນົນຕໍ່ກອງທັບພັນທະມິດ ໃນມື້ດຽວກັນກັບທີ່ ໂຮ່ຈີມິນ ປະກາດຫວຽດນາມເປັນປະເທດເອກະລາດ ຢູ່ທີ່ຈັດຕຸລັດບາດິ່ນ ຂອງຮ່າໂນ້ຍ.

ສະຖານທີ່ໆຄວນໄປຄົ້ນຫາ:

ປ້ອມປືນໃຫຍ່ Cannon Fort (ກາດບາ) - ປ້ອມເທິງຍອດໂນນພູແຫ່ງນີ້ຖືກສ້າງຂຶ້ນໂດຍຍີ່ປຸ່ນຫຼັງຈາກການຮຸກຮານກາດບາ. ຄົ້ນຫາເພີ່ມເຕີມກ່ຽວກັບເຫດການນີ້ ແລະ ເພີດເພີນກັບທິວທັດຂອງທ່າເຮືອ ແລະ ປ່າໄມ້ດ້ານລຸ່ມ.

ຈັດຕຸລັດບາດິ່ນ (ຮ່າໂນ້ຍ) - ໄປຢ້ຽມຢາມຈັດຕຸລັດອັນເປັນສັນຍາລັກແຫ່ງນີ້ຢູ່ຕໍ່ໜ້າສຸສານປະທານໂຮ່ຈີມິນ, ກ່ອນທີ່ຈະໄປເບິ່ງພະລາຊະວັງປະທານາທິບະດີ ແລະ ເຮືອນຍົກພື້ນຂອງໂຮ່ຈີມິນ.

ຊາຍຄົນໜຶ່ງກຳລັງແນມເບິ່ງຊາກຍົນຢູ່ໃນພິພິທະພັນຊາກສົງຄາມ ໃນນະຄອນໂຮ່ຈີມິນ.

ບົດທີ 06 —

ສົງຄາມອິນດູຈີນ & ການໂຮມຊາດ (ຊ່ວງກາງສະຕະວັດທີ 20)

ການຕໍ່ຕ້ານການປົກຄອງແບບອາລານິຄົມຂອງຝຣັ່ງໄດ້ຮອດຈຸດສູງສຸດເມື່ອສົງຄາມອິນດູຈີນຄັ້ງທີໜຶ່ງເລີ່ມຕົ້ນຂຶ້ນໃນປີ 1946. ສົງຄາມໄດ້ດຳເນີນໄປຈົນກະທັ້ງຄວາມພ່າຍແພ້ຢ່າງຍັບເຍີນໃນຍຸດທະພູມດຽນບຽນຟູ. ຫຼັງຈາກສັນຍາຢຸດຍິງຖືກລົງນາມ, ຫວຽດນາມໄດ້ຖືກແບ່ງອອກຢູ່ເສັ້ນຂະໜານທີ 17, ປູທາງໄປສູ່ສົງຄາມທີ່ຈະດຶງດູດຄວາມສົນໃຈຈາກທົ່ວໂລກ. ການແຊກແຊງຂອງອາເມຣິກາໃນຫວຽດນາມໃຕ້ໄດ້ເລີ່ມຕົ້ນຂຶ້ນກ່ອນໜ້ານັ້ນແລ້ວ, ແລະ ເມື່ອສະຫະລັດອາເມຣິກາສົ່ງກຳລັງເຂົ້າຮ່ວມສົງຄາມຫຼາຍຂຶ້ນເລື້ອຍໆ, ຫວຽດນາມເໜືອກໍໄດ້ເຮັດຄືກັນ. ບັ້ນຮົບເຕັດ (Tet Offensive) ໄດ້ກາຍເປັນຈຸດປ່ຽນສຳຄັນຂອງຝ່າຍເໜືອ, ແລະ ໃນທີ່ສຸດກອງທັບອາເມຣິກາກໍໄດ້ຖອນຕົວອອກຈາກນະຄອນໂຮ່ຈີມິນ ເມື່ອເມືອງດັ່ງກ່າວຖືກກອງທັບຫວຽດນາມເໜືອຢຶດໄດ້ໃນວັນທີ 30 ເມສາ ປີ 1975.

ສະຖານທີ່ໆຄວນໄປຄົ້ນຫາ:

ພິພິທະພັນຊາກສົງຄາມ (ນະຄອນໂຮ່ຈີມິນ) - ພິພິທະພັນແຫ່ງນີ້ສະແດງໃຫ້ເຫັນເຖິງຄວາມເປັນຈິງອັນໂຫດຮ້າຍຂອງສົງຄາມຜ່ານເລນຂອງຊ່າງພາບທີ່ມີຊື່ສຽງຈາກທັງສອງຝ່າຍຂອງຄວາມຂັດແຍ່ງ.

ພະລາຊະວັງໂຮມຊາດ (ນະຄອນໂຮ່ຈີມິນ) - ຍ່າງເລາະອ້ອມອະດີດສູນອຳນາດຂອງສາທາລະນະລັດຫວຽດນາມແຫ່ງນີ້. ມື້ທີ່ລົດຖັງຂອງຫວຽດກົງພັງປະຕູພະລາຊະວັງເຂົ້າມາໄດ້ໝາຍເຖິງຈຸດຈົບຂອງສົງຄາມ.

ອຸໂມງກູຈີ - ອຸໂມງໃຕ້ດິນນອກນະຄອນໂຮ່ຈີມິນເຫຼົ່ານີ້ເຜີຍໃຫ້ເຫັນວ່າກອງກຳລັງກອງໂຈນຫວຽດກົງຢູ່ລອດ ແລະ ດຳເນີນສົງຄາມພາຍໃຕ້ເງື່ອນໄຂທີ່ເຫຼືອເຊື່ອໄດ້ແນວໃດ.

ທິວທັດຂອບຟ້າຂອງນະຄອນໂຮ່ຈີມິນໃນຕອນກາງຄືນ.

ບົດທີ 07 —

ດອຍໂມ້ຍ & ຫວຽດນາມໃນປັດຈຸບັນ (ທ້າຍສະຕະວັດທີ 20 ຫາ ປັດຈຸບັນ)

ຫຼັງຈາກສົງຄາມອິນດູຈີນຄັ້ງທີສອງ, ປະເທດໄດ້ຜ່ານຜ່າໄລຍະເວລາຂອງການປັບຕົວ ແລະ ການໂຮມຊາດ. ໃນປີ 1986, ລັດຖະບານຫວຽດນາມໄດ້ປະກາດໃຊ້ນະໂຍບາຍ ‘ດອຍໂມ້ຍ’ (Doi Moi) (ການປ່ຽນແປງໃໝ່) ທົ່ວປະເທດ. ການປະຕິຮູບເຫຼົ່ານີ້ສົ່ງຜົນໃຫ້ເສດຖະກິດເຕີບໂຕຢ່າງຄ່ອຍເປັນຄ່ອຍໄປ, ຍ້ອນຊາວຫວຽດນາມຈຳນວນຫຼາຍຂຶ້ນເລີ່ມເປີດທຸລະກິດ. ບໍ່ດົນມານີ້, ຫວຽດນາມໄດ້ເຫັນການຂະຫຍາຍຕົວຢ່າງວ່ອງໄວໃນການພັດທະນາ, ແລະ ເປັນໜຶ່ງໃນເສດຖະກິດທີ່ເຕີບໂຕໄວທີ່ສຸດໃນພູມິພາກ. ປະເທດນີ້ນຳສະເໜີຄວາມປະສົມປະສານທີ່ໜ້າສົນໃຈລະຫວ່າງຄວາມເກົ່າ ແລະ ຄວາມໃໝ່, ໂດຍມີສະຖານທີ່ທ່ອງທ່ຽວທາງປະຫວັດສາດທີ່ດຶງດູດໃຈ ແລະ ຄວາມຊາບຊຶ້ງຢ່າງເລິກເຊິ່ງຕໍ່ອະດີດຂອງຕົນ.