
ແຄມເປນການທ່ອງທ່ຽວໃໝ່ ນຳສະເໜີຈຸດໝາຍປາຍທາງຕ່າງໆ ຂອງຫວຽດນາມ ຜ່ານມຸມມອງຂອງຄົນທ້ອງຖິ່ນ
ຮ່າໂນ້ຍ, ຫວຽດນາມ (7 ທັນວາ 2018) — ສະພາການທ່ອງທ່ຽວແຫ່ງຊາດຫວຽດນາມ ກຳລັງຮຽກຮ້ອງໃຫ້ປະຊາຊົນຫວຽດນາມ ແບ່ງປັນສິ່ງທີ່ດີທີ່ສຸດຂອງເມືອງຕົນ ເຖິງນັກທ່ອງທ່ຽວສາກົນ ຜ່ານວິດີໂອສັ້ນມືອາມະເຕີ ໃນແຄມເປນອອນໄລນ໌ໃໝ່ທີ່ມີຊື່ວ່າ '#MyVietnam'.
ເປີດໂຕຢູ່ຮ່າໂນ້ຍ ໃນວັນທີ 6 ທັນວາ, ແຄມເປນນີ້ໄດ້ເລີ່ມຕົ້ນດ້ວຍວິດີໂອ 3 ຕອນ -- My Hoi An, My Hue ແລະ My Ho Chi Minh City — ໂດຍມີຄົນທ້ອງຖິ່ນໃນແຕ່ລະຈຸດໝາຍປາຍທາງເປັນຜູ້ດຳເນີນເລື່ອງ. ການທ່ອງທ່ຽວຫວຽດນາມ ໄດ້ສືບຕໍ່ຈາກວິດີໂອດັ່ງກ່າວ ດ້ວຍການປະກາດການປະກວດທົ່ວປະເທດ, ທີ່ຈັດຂຶ້ນເທິງເວັບໄຊການທ່ອງທ່ຽວຢ່າງເປັນທາງການ www.vietnam.travel, ແລະ ດຳເນີນໄປຕັ້ງແຕ່ວັນທີ 7 ທັນວາ 2018 ຫາ 27 ມັງກອນ 2019.
ຜູ້ສ້າງສັນຜົນງານທີ່ຊະນະການປະກວດ ຈະໄດ້ຮັບລາງວັນການທ່ອງທ່ຽວທີ່ໜ້າອິດສາ, ເຊັ່ນ ທຣິບສຸດພິເສດ 10 ວັນ ທ່ອງທ່ຽວທົ່ວຫວຽດນາມ ຈາກ Victoria Voyages, ແລະ ທຣິບເຮືອລ່ອງທ່ຽວສຸດຫູຮາ 3 ວັນ ໃນອ່າວຮາລອງ ຈາກ Paradise Cruises.
ບັນດາສະມາຊິກຂອງສະພາທີ່ປຶກສາການທ່ອງທ່ຽວຫວຽດນາມ (TAB) ກ່າວວ່າ ແຄມເປນນີ້ມີເປົ້າໝາຍເພື່ອໃຫ້ນັກທ່ອງທ່ຽວໄດ້ສຳພັດມຸມມອງອັນເປັນເອກະລັກກ່ຽວກັບຫວຽດນາມ ຜ່ານສາຍຕາຂອງຄົນທ້ອງຖິ່ນ, ແລະ ເປັນເວທີໃຫ້ຄົນຫວຽດນາມໄດ້ແບ່ງປັນເລື່ອງລາວ ແລະ ເຄັດລັບຈາກບ້ານເກີດຂອງຕົນ. TAB ໄດ້ຮ່ວມມືແບບຮ່ວມທຸນລະຫວ່າງພາກລັດ ແລະ ພາກເອກະຊົນ ກັບອົງການທ່ອງທ່ຽວແຫ່ງຊາດຫວຽດນາມ (VNAT), ແລະ ສະມາຊິກຜູ້ສະໜັບສະໜູນ -- SunGroup, VinGroup, HG Holdings, TMGroup, Hanoi Tourist, Saigon Tourist, ແລະ Muong Thanh Group -- ໄດ້ມີສ່ວນຮ່ວມໃນຄວາມພະຍາຍາມດ້ານການຕະຫຼາດດີຈີຕອນໃຫ້ກັບປະເທດ.
‘#MyVietnam’ ແມ່່ນມຸມມອງສ່ວນຕົວຕໍ່ຫວຽດນາມ,” Phung Dieu Anh, ຜູ້ຈັດການດ້ານການຕະຫຼາດຂອງ TAB ກ່າວ. “ພວກເຮົານຳເຊີນທຸກຄົນມາຮ່ວມ ແລະ ສະແດງໃຫ້ໂລກເຫັນສິ່ງທີ່ດີທີ່ສຸດຂອງເມືອງພວກເຂົາ, ແລະ ສິ່ງທີ່ພວກເຂົາຮັກຫຼາຍທີ່ສຸດກ່ຽວກັບຫວຽດນາມ.”
ປັດຈຸບັນ ການປະກວດກຳລັງເປີດຮັບຜົນງານວິດີໂອຕົ້ນສະບັບໃນ 2 ປະເພດ: 15 ແລະ 60 ວິນາທີ. ຜູ້ຊະນະໃນປະເພດ 60 ວິນາທີ ຈະໄດ້ຮັບແພັກເກັດ 'Elite Vietnam' 10 ວັນ ສຳລັບ 2 ທ່ານ ຈາກ Victoria Voyages.
ຜູ້ຊະນະຈະໄດ້ເລີ່ມຕົ້ນການຜະຈົນໄພຢູ່ຮ່າໂນ້ຍ, ແລະ ໄດ້ໄປຢ້ຽມຢາມໄຮໄລທ໌ຂອງອ່າວຮາລອງ, ຮອຍອັນ, ໂຮ່ຈີມິນ ສິຕີ້ ແລະ ເຂດແຄມຝັ່ງແມ່່ນ້ຳໂຄງ ຢ່າງມີສະໄຕລ໌ ດ້ວຍທົວສ່ວນຕົວ, ເຮືອລ່ອງທ່ຽວບູທິກ, ການພັກທ່ຽວໂຮງແຮມຫູຮາ, ປະສົບການດ້ານອາຫານ, ການທ່ອງທ່ຽວທາງວັດທະນະທຳ, ແລະ ການບໍລິການອັນຍອດຢ້ຽມຈາກ Victoria Hotels ຕະຫຼອດເສັ້ນທາງ. ຕ໋ອງຢົນບິນພາຍໃນປະເທດແມ່ນລວມຢູ່ໃນລາງວັນແພັກເກັດນີ້, ເຊິ່ງມີມູນຄ່າ 100 ລ້ານດົງ.
ຜູ້ຊະນະໃນປະເພດ 15 ວິນາທີ ຈະໄດ້ຮັບທຣິບເຮືອລ່ອງທ່ຽວສຸດຫູຮາ 2 ຄືນ ສຳລັບ 2 ທ່ານ ຢູ່ເທິງເຮືອ Paradise Cruise ລະດັບ 5 ດາວ ໃນອ່າວຮາລອງ. ເຮືອເຫຼັ້ມນີ້ໂດດເດັ່ນດ້ວຍການອອກແບບແບບຫວຽດນາມຮ່ວມສະໄໝ, ມີບາເປຍໂນ, ເດສະປາ, ບໍລິການສົ່ງອາຫານເຖິງຫ້ອງ ແລະ ດາດຟ້າຕາກແດດທີ່ງົດງາມ. ແຂກຈະໄດ້ເຊັກອິນເຂົ້າພັກຫ້ອງ Deluxe Balcony Cabin ສຳລັບກຳນົດການ 3 ວັນ, ເຊິ່ງລວມມີການແວ່ລອຍນ້ຳ, ທ່ຽວຖ້ຳ ແລະ ພາຍເຮືອຄາຍັກ, ພ້ອມທັງອາຫານເລີດລົດລະດັບ 5 ດາວ ແລະ ກິດຈະກຳເທິງເຮືອ ເຊັ່ນ ໄທເກັກ, ດົນຕີສົດ ແລະ ການສາຍຮູບເງົາ.
ການປະກວດນີ້ເປີດຮັບປະຊາຊົນຫວຽດນາມ ແລະ ນັກທ່ອງທ່ຽວຕ່າງປະເທດ ຫຼື ຊາວຕ່າງຊາດທີ່ອາໄສຢູ່ໃນຫວຽດນາມ. ຜູ້ທີ່ສົນໃຈຄວນສົ່ງຜົນງານຂອງຕົນພາຍໃນວັນທີ 27 ມັງກອນ 2019. ຜູ້ຊະນະຈະຖືກປະກາດໃນບັນຊີໂຊຊຽວມີເດຍຂອງຫວຽດນາມ (@vietnamtourismboard) ໃນວັນທີ 30 ມັງກອນ 2019.
ສຳລັບກົດລະບຽບການປະກວດແບບເຕັມ, ໄປທີ່: https://vietnam.travel/my-vietnam.
###
ກ່ຽວກັບ TAB
ສະພາທີ່ປຶກສາການທ່ອງທ່ຽວຫວຽດນາມ (TAB) ແມ່່ນກຸ່ມພັນທະມິດຂອງຜູ້່ນຳອຸດສາຫະກຳ ແລະ ຜູ້ມີສ່ວນຮ່ວມຈາກພາກສ່ວນການທ່ອງທ່ຽວ ແລະ ການເດີນທາງເອກະຊົນ. ພັນທະມິດໃນປະຈຸບັນລວມມີ Thien Minh Group, SunGroup, Vietnam Airlines, VinGroup, Saigon Tourist, Hanoi Tourist, Muong Thanh Group, ແລະ HG Holdings. TAB ໄດ້ຮ່ວມມືກັບອົງການທ່ອງທ່ຽວແຫ່ງຊາດຫວຽດນາມ (VNAT) ເພື່ອສົ່ງເສີມການພັດທະນາການທ່ອງທ່ຽວແບບຍືນຍົງໃນປະເທດ. TAB ຕັ້ງຢູ່ໃນນະຄອນຫຼວງຮ່າໂນ້ຍ, ແລະ ປັດຈຸບັນຄຸ້ມຄອງເວັບໄຊການທ່ອງທ່ຽວຢ່າງເປັນທາງການຂອງຫວຽດນາມ ແລະ ແພຼດຟອມໂຊຊຽວມີເດຍ ໃສ່ຊື່ VNAT.